ເປີດການຝຶກຊ້ອມຮ່ວມສອງກອງທັບລາວ-ຈີນ ຂະບວນລົດໄຟສັນຕິພາບ-2026

Must read

ຂປລ. ພິທີເປີດການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ ພາຍໃຕ້ລະຫັດ “ຂະບວນລົດໄຟສັນຕິພາບ-2026” ເພື່ອຊ່ວຍເຫລືອມະນຸດສະທໍາ ແລະ ການບໍລິການດ້ານການແພດ ຈັດຂຶ້ນໃນວັນທີ 7 ກັນຍາ 2026 ທີ່ສະໂມສອນກົມໃຫຍ່ພະລາທິການກອງທັບປະຊາຊົນລາວ ໂດຍການເປັນປະທານຮ່ວມຂອງ ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ຫົວໜ້າຄະນະຊີ້ນໍາການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ ພາຍໃຕ້ລະຫັດ “ຂະບວນລົດໄຟສັນຕິພາບ-2026” ແລະ ສະຫາຍ ພັນເອກ ອຸຕ່ານ ຫົວໜ້າກົມເສນາຮັກ ກົມຮັບປະກັນພະລາທິການ, ຄະນະກຳມະການທະຫານສູນກາງ ກອງທັບປົດປ່ອຍປະຊາຊົນຈີນ, ມີພາກສ່ວນກ່ຽວຂ້ອງ, ອະນຸກຳມະການ, ນັກຫັດແອບຈາກສອງກອງທັບ ລາວ-ຈີນ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນພິທີ, ສະຫາຍ ພົນຈັດຕະວາ ຄໍາແພງ ພູມມາແກ້ວ ຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິ ການກອງທັບ, ຄະນະຊີ້ນໍາການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ ໄດ້ໃຫ້ຮູ້ວ່າ: ຂະບວນລົດໄຟສັນຕິພາບ ລາວ-ຈີນ ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2017, ຄັ້ງນີ້ເປັນຄັ້ງທີ 6 ແລະ ເປັນຄັ້ງທີ 3 ທີ່ ນໍາໃຊ້ຂະບວນລົດໄຟຕົວຈິງເຂົ້າໃນການຝຶກຊ້ອມ. ພິເສດການຝຶກຊ້ອມຮ່ວມຂະບວນລົດໄຟ ສັນຕິ ພາບ-2026 ນີ້ ຈະໄດ້ນໍາໃຊ້ອຸປະກອນອັດສະລິຍະທີ່ບໍ່ມີຄົນຂັບ ເພື່ອຊອກຄົ້ນ ແລະ ຂົນສົ່ງຄົນເຈັບ ຊຶ່ງການຝຶກຊ້ອມຄັ້ງນີ້, ເພື່ອສະຫລອງວັນສ້າງຕັ້ງສາຍພົວພັນຮ່ວມມືທາງດ້ານການທູດ ລະຫວ່າງ ລາວ -ຈີນ ຄົບຮອບ 65 ປີ ແລະ ຄົບຮອບ 5 ປີຂອງການເປີດນໍາໃຊ້ບໍລິການໂຄງການທາງລົດໄຟ ລາວ-ຈີນ.

ຂະບວນການຝຶກຊ້ອມ ຈະນໍາໃຊ້ກໍາລັງພົນເຂົ້າຮ່ວມທັງໝົດ 710 ສະຫາຍ, ມີກໍາລັງຝ່າຍລາວ 560 ສະຫາຍ(ມີນັກຝຶກຊ້ອມ 263 ສະຫາຍ) ແລະ ກໍາລັງເພື່ອນຈາກ ສປ ຈີນ ເຂົ້າຮ່ວມ 150 ສະຫາຍ; ດ້ານເນື້ອໃນຝຶກຊ້ອມ ຈະໄດ້ຈໍາລອງເຫດການໄພພິບັດທີ່ເກີດຈາກໄພທໍາມະຊາດ ມີຝົນຕົກໜັກ, ເກີດພາຍຸລົມແຮງແບບກະທັນຫັນ, ມີກໍລະນີຖືກຜົນກະທົບເປັນຈໍານວນຫລາຍ. ໃນນັ້ນ, ມີຜູ້ຄົນຂາດທີ່ຢູ່ອາໄສ, ຖືກບາດເຈັບແຂນ, ຂາຫັກ, ກະທົບຫົວ, ກະທົບເອິກ, ກະທົບທ້ອງ, ຊຸດໂຊມລະບົບຫາຍໃຈ. ຂະບວນລົດໄຟສັນຕິພາບ, ນອກຈາກຈະສ້າງຄວາມເຂັ້ມແຂງໃຫ້ເຫລົ່າຮົບເສນາຮັກແລ້ວ, ຍັງເປັນການເພີ່ມຂີດຄວາມສາມາດຂອງແພດໝໍໃຫ້ມີຄວາມຊໍານານງານ ແລະ ເປັນການຮັດແໜ້ນສາຍພົວພັນຄວາມສາມັກຄີ-ມິດຕະພາບລະຫວ່າງ ສອງຊາດ, ສອງກອງທັບ, ສອງເຫລົ່າຮົບເສນາຮັກ ລາວ-ຈີນ, ຈີນ-ລາວ ໃຫ້ແໜ້ນແຟ້ນຂຶ້ນອີກ.

ການຝຶກຊ້ອມຮ່ວມໃນການຊ່ວຍເຫລືອມະນຸດສະທຳ ແລະ ການບໍລິການດ້ານການແພດຮ່ວມສອງກອງທັບ ລາວ-ຈີນ ແມ່ນເປົ້າໝາຍຂອງສອງພັກ, ສອງລັດ, ສອງກອງທັບ. ນອກຈາກຈະເປັນການສະສົມປະສົບການ, ການສ້າງຄວາມເຂັ້ມແຂງທາງດ້ານວິຊາການແລ້ວ, ຍັງເປັນການຮັດແໜ້ນຄວາມສາມັກຄີມິດຕະພາບ ລະຫວ່າງ ເຫລົ່າຮົບເສນາຮັກ ແລະ ພະນັກງານແພດໝໍຂອງສອງກອງທັບນຳອີກ, ເປັນສັນຍາລັກສໍາຄັນໜຶ່ງໃນປີ 2026 ນີ້, ເປັນປີສ້າງສາຍພົວພັນທາງການທູດລະຫວ່າງ ລາວ-ຈີນ ຄົບຮອບ 65 ປີ “ປີມິດຕະພາບ ລາວ-ຈີນ” ແລະ ການເປີດນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ ຄົບ ຮອບ 5 ປີ.

ການຮ່ວມຝຶກຊ້ອມຄັ້ງນີ້, ຍັງໄດ້ຕີລາຄາສູງ ແລະ ເຫັນໄດ້ຄວາມສາມັກຄີແບບພິເສດລະຫວ່າງ ສອງລັດຖະບານ ກໍຄື ສອງກອງທັບ ລາວ-ຈີນ ທີ່ໄດ້ຮ່ວມກັນເຊັນສັນຍາແຜນແມ່ບົດວ່າດ້ວຍຄູ່ຮ່ວມຊາຕາກຳຮອບດ້ານ ລາວ-ຈີນ ໂດຍສະເພາະ ເປັນການຍົກລະດັບຂີດຄວາມສາມາດໃນການກອບກູ້, ຊ່ວຍເຫລືອ ແລະ ແກ້ໄຂເຫດການໄພພິບັດທຳມະຊາດ ຮ່ວມກັນລະຫວ່າງສອງເຫລົ່າຮົບເສນາຮັກ. ການຝຶກກອບກູ້ໄພພິບັດຄັ້ງນີ້ ແມ່ນການຊອກຄົ້ນກອບກູ້ ແລະ ຊ່ວຍເຫລືອຜູ້ໄດ້ຮັບຜົນກະທົບຈາກລົມພາຍຸຮ້າຍແຮງ ຊຶ່ງເຫດການນີ້ມີຜູ້ໄດ້ຮັບບາດເຈັບເປັນຈຳນວນຫລວງຫລາຍ.

ກິດຈະກໍາຄັ້ງນີ້ຈະດໍາເນີນໄປເປັນເວລາ 16 ວັນ ແບ່ງເປັນສອງໄລຍະຄື: ວັນທີ 7-14 ກັນຍາ 2026 ແມ່ນການຝຶກຊ້ອມຊ່ວຍເຫລືອກອບກູ້ໄພພິບັດ ຢູ່ນະຄອນຫລວງວຽງຈັນ ທີ່ສະໜາມຈໍາລອງ (ສະຖານີຄ່ຽນຖ່າຍສິນຄ້າດົງໂພສີ) ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ, ວັນທີ 15-22 ກັນຍາ 2026 ແມ່ນກິດຈະກໍາບໍລິການກວດສຸຂະພາບ (ຢູ່ໂຮງໝໍສູນກາງ 103 ກອງທັບ, ໂຮງໝໍບໍລິ ເວນ 106 ກອງທັບ, ໂຮງໝໍບໍລິເວນ 109 ກອງທັບ ແລະ ໂຮງໝໍທະຫານແຂວງອັດຕະປື) ຊຶ່ງທີມແພດຝ່າຍຈີນ ຈະໄດ້ຈັດແບ່ງກຳລັງເພື່ອໄປກວດສຸຂະພາບ ແລະ ເບີກຈ່າຍຢາປົວພະຍາດໂດຍບໍ່ເສຍຄ່າ.

ຂ່າວ: ໂຊເລ້ ບຸນເຮືອງ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article