ອິຣານກຽມປະກາດເສັ້ນທາງເດີນເຮືອໃໝ່ໃນຊ່ອງແຄບຮໍມຸດ,ຂຶ້ນບັນຊີຄ່ຳບາດເຮືອທີ່ຝ່າຝືນ

Must read

ເລຂາທິການສະພາຄວາມໝັ້ນຄົງແຫ່ງຊາດສູງສຸດອິຣານ ເຜີຍກຽມປະກາດເຂດຈຳກັດນອກຊ່ອງແຄບຮໍມຸດ ພ້ອມເສັ້ນທາງເດີນເຮືອໃໝ່ທີ່ຕົກລົງຮ່ວມກັບໂອມານໃນອີກບໍ່ພໍເທົ່າໃດມື້, ຢ້ຳເຮືອທີ່ຝ່າຝືນອາດຖືກຄ່ຳບາດ.

ວັນທີ 7 ກັນຍາ 2026, ທ່ານ ໂມເຊນ ເຣຊາອີ (Mohsen Rezaei) ເລຂາທິການສະພາຄວາມໝັ້ນຄົງແຫ່ງຊາດສູງສຸດຂອງອິຣານ ເປີດເຜີຍວ່າ: ອິຣານກຽມປະກາດ “ເຂດຈຳກັດການເດີນເຮືອບໍລິເວນນອກຊ່ອງແຄບຮໍມຸດ” ໃນອີກບໍ່ພໍເທົ່າໃດມື້ຂ້າງໜ້ານີ້ ພ້ອມຂຶ້ນບັນຊີຄ່ຳບາດເຮືອທຸກລຳທີ່ພະຍາຍາມແລ່ນຜ່ານພື້ນທີ່ໂດຍບໍ່ໄດ້ປະສານງານກັບທາງການອິຣານ.

ໂດຍທ່ານ ເຣຊາອີ ໃຫ້ສຳພາດກັບສະຖານີໂທລະພາບ IRIB ຂອງທາງການອິຣານ ເຊິ່ງອອກອາກາດເມື່ອຄືນວັນອາທິດທີ່ຜ່ານມາໂດຍລະບຸວ່າ: ເຂດຈຳກັດຈະຄອບຄຸມພື້ນທີ່ຕັ້ງແຕ່ແນວທີ່ການປິດລ້ອມທາງທະເລຂອງສະຫະລັດ ເລີ່ມຕົ້ນ ໄປຈົນເຖິງບໍລິເວນຊ່ອງແຄບຮໍມຸດ ແລະ ພື້ນທີ່ດ້ານໃນອ່າວເປີເຊຍອີກຝັ່ງຂອງຊ່ອງແຄບ. ເຊິ່ງເຮືອທີ່ເຂົ້າສູ່ພື້ນທີ່ໂດຍບໍ່ໄດ້ປະສານງານກັບອິຣານຈະຖືກນຳໃຊ້ມາດຕະການຄ່ຳບາດ, ເຊິ່ງອາດສົ່ງຜົນກະທົບຕໍ່ການປະກັນໄພຂອງເຮືອ ລວມເຖິງສິດໃນການເດີນທາງຜ່ານຊ່ອງແຄບຮໍມຸດໃນອະນາຄົດ.

ທ່ານ ເຣຊາອີ ລະບຸວ່າ: ມາດຕະການນີ້ເປັນສ່ວນໜຶ່ງຂອງການປັບປ່ຽນແນວທາງເຊີງຍຸດທະສາດຂອງອິຣານຕໍ່ສົງຄາມ ແລະ ການທູດ ໂດຍມີເປົ້າໝາຍເພື່ອເພີ່ມແຮງກົດດັນຕໍ່ສະຫະລັດຯ, ພ້ອມຢ້ຳວ່າ ຊ່ອງແຄບຮໍມຸດຍັງຄົງປິດຢ່າງສົມບູນ ແລະ ປະຕິເສດຄຳກ່າວອ້າງຂອງສະຫະລັດຯ ທີ່ລະບຸວ່າເຮືອສິນຄ້າ ແລະ ເຮືອບັນທຸກນ້ຳມັນຍັງສາມາດແລ່ນຜ່ານຊ່ອງແຄບໄດ້.

ສຳລັບສະຖານະການຊ່ອງແຄບຮໍມຸດ, ທ່ານ ເຣຊາອີ ຢ້ຳວ່າ ອິຣານຈະຍັງຄົງປິດຊ່ອງແຄບຕໍ່ໄປ ຈົນກວ່າສະຫະລັດຯ ຈະດຳເນີນການຢ່າງເປັນຮູບປະທຳເພື່ອປະຕິບັດຕາມພັນທະກໍລະນີພາຍໃຕ້ບົດບັນທຶກຄວາມເຂົ້າໃຈເພື່ອສັນຕິພາບ ທີ່ອິຣານ ແລະ ສະຫະລັດຯ ລົງນາມຮ່ວມກັນເມື່ອເດືອນມິຖຸນາທີ່ຜ່ານມາ. ຂະນະດຽວກັນ, ທ່ານໄດ້ເປີດເຜີຍວ່າ ໃນອີກບໍ່ເທົ່າມື້ຂ້າງໜ້ານີ້ ອິຣານ ແລະ ໂອມານ ຈະປະກາດລະບຽງເດີນເຮືອສາກົນເສັ້ນທາງໃໝ່ ສຳລັບເຮືອທີ່ຕ້ອງການຜ່ານຊ່ອງແຄບຮໍມຸດ ໂດຍຢ້ຳວ່າເສັ້ນທາງນີ້ຈະຢູ່ພາຍໃຕ້ການບໍລິຫານຈັດການຂອງອິຣານ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article