ເກີດເຫດແຜ່ນດິນໄຫວຮຸນແຮງຂະໜາດ 7.1 ທາງຕອນໃຕ້ຂອງປະເທດຍີ່ປຸ່ນສູນກາງຢູ່ແຂວງຄຸມາໂມໂຕ ພ້ອມປະກາດເຕືອນໄພສຶນາມິດ່ວນ

Must read

ເກີດເຫດແຜ່ນດິນໄຫວຮຸນແຮງຂະໜາດ 7.1 ທາງທິດຕາເວັນຕົກສຽງໃຕ້ຂອງປະເທດຍີ່ປຸ່ນ ຈຸດສູນກາງຢູ່ທີ່ແຂວງຄຸມາໂມໂຕະ ເທິງເກາະຄິວຊູ ແຮງສັ່ນສະເທືອນພຸ່ງສູງລະດັບ 7 ເຊິ່ງເປັນລະດັບສູງສຸດຕາມມາດຕາຊິນໂດະຂອງຍີ່ປຸ່ນ ສົ່ງຜົນໃຫ້ອົງການອຸຕຸນິຍົມວິທະຍາຍີ່ປຸ່ນ ປະກາດເຕືອນໄພຄື້ນສຶນາມິສູງ 1 ແມັດ ບໍລິເວນຝັ່ງທະເລອາຣິອາເກະ ແລະ ທະເລຢັດສຶຊິໂຣະ ໃຫ້ປະຊາຊົນຮີບອົບພະຍົບຂຶ້ນທີ່ສູງ

ອົງການອຸຕຸນິຍົມວິທະຍາຍີ່ປຸ່ນ (JMA) ລາຍງານວ່າ ໃນເວລາ 16:27 ນ. ຂອງວັນທີ 28 ກໍລະກົດ ຕາມເວລາທ້ອງຖິ່ນ ໄດ້ເກີດແຜ່ນດິນໄຫວຮຸນແຮງຂະໜາດ 7.1 ໂດຍມີຈຸດສູນກາງຢູ່ໃນເຂດແຂວງຄຸມາໂມໂຕະ ເທິງເກາະຄິວຊູ ທາງທິດຕາເວັນຕົກສຽງໃຕ້ຂອງປະເທດ ຄວາມເລິກຂອງຈຸດສູນກາງແຜ່ນດິນໄຫວຢູ່ທີ່ປະມານ 10 ກິໂລແມັດ

ແຮງສັ່ນສະເທືອນວັດແທກໄດ້ສູງສຸດຢູ່ລະດັບ 7 ຕາມມາດຕາຄວາມຮຸນແຮງຂອງຍີ່ປຸ່ນ (Shindo Scale) ເຊິ່ງເປັນລະດັບສູງສຸດຂອງມາດຕາດັ່ງກ່າວ ຢູ່ທີ່ເມືອງອູກິ ແລະ ເມືອງຮິກາວະ ໃນແຂວງຄຸມາໂມໂຕະ

ນອກຈາກນັ້ນ ຍັງມີຫຼາຍພື້ນທີ່ໃນແຂວງຄຸມາໂມໂຕະທີ່ໄດ້ຮັບແຮງສັ່ນສະເທືອນລະດັບ 6+ ໄດ້ແກ່ ເຂດມິນາມິຂອງເມືອງຄຸມາໂມໂຕະ ເມືອງຢັດສຶຊິໂຣະ ເມືອງອູໂຕະ ເມືອງມິຊາໂຕະ ແລະ ເມືອງມາຊິກິ ໃນຂະນະທີ່ເມືອງຄາມິອາມາຄຸສະ ເມືອງໂຄຊິ ເມືອງໂອສຶ ບ້ານນິຊິຮາຣະ ເມືອງມິຟຸເນະ ແລະ ເມືອງອາຊິກິຕະ ຮັບຮູ້ແຮງສັ່ນສະເທືອນລະດັບ 6-

ພາຍຫຼັງເກີດແຜ່ນດິນໄຫວ JMA ໄດ້ປະກາດ ຄຳເຕືອນໄພສຶນາມິ ສຳລັບພື້ນທີ່ຝັ່ງທະເລອາຣິອາເກະ ແລະ ທະເລຢັດສຶຊິໂຣະ ໂດຍຄາດວ່າຄື້ນສຶນາມິອາດມີຄວາມສູງໄດ້ເຖິງ 1 ແມັດ ແລະ ອາດຂຶ້ນຝັ່ງໃນຊ່ວງເວລາປະມານ 17:00 ນ. ຕາມເວລາທ້ອງຖິ່ນ

ສະຖານີໂທລະພາບ NHK ລາຍງານວ່າ ມີຄວາມເປັນໄປໄດ້ວ່າຄື້ນສຶນາມິໄດ້ເລີ່ມເຄື່ອນເຂົ້າສູ່ບາງພື້ນທີ່ແລ້ວ ພ້ອມທັງແຈ້ງເຕືອນໃຫ້ປະຊາຊົນທີ່ອາໄສຢູ່ໃນເຂດຝັ່ງທະເລອົບພະຍົບຂຶ້ນສູ່ທີ່ສູງ ຫຼື ອາຄານທີ່ປອດໄພທັນທີ ແລະ ຫຼີກລ່ຽງການເຂົ້າໃກ້ຝັ່ງທະເລຈົນກວ່າທາງການຈະຍົກເລີກຄຳເຕືອນ ຈົນຮອດປັດຈຸບັນ ຍັງບໍ່ມີລາຍງານຜູ້ເສຍຊີວິດ ຫຼື ຄວາມເສຍຫາຍຮ້າຍແຮງ ແຕ່ເຈົ້າໜ້າທີ່ກຳລັງເລັ່ງກວດສອບຜົນກະທົບຕໍ່ອາຄານ ຖະໜົນ ລະບົບສາທາລະນຸປະໂພກ ແລະ ພື້ນຖານໂຄງລ່າງໃນພື້ນທີ່ປະສົບໄພ

ບໍລິສັດ ຄິວຊູ ອີເລັກທຣິກ ພາວເວີ ກ່າວວ່າຍັງບໍ່ພົບຄວາມຜິດປົກກະຕິໃດໆ ຢູ່ໂຮງໄຟຟ້ານິວເຄຼຍເກັນໄກ ໃນແຂວງຊາງະ ຫຼື ໂຮງໄຟຟ້ານິວເຄຼຍເຊັນໄດ ໃນແຂວງຄາໂກຊິມະ ນອກຈາກນັ້ນ ຍັງກ່າວວ່າລະດັບລັງສີອ້ອມຮອບໂຮງໄຟຟ້າຍັງຄົງບໍ່ປ່ຽນແປງ ສ່ວນບໍລິສັດລົດໄຟຄິວຊູ ກ່າວວ່າໄດ້ໂຈະການໃຫ້ບໍລິການລົດໄຟທຸກຂະບວນ ຮວມທັງລົດໄຟຊິນຄັນເຊັນສາຍຄິວຊູ ເນື່ອງຈາກເຫດແຜ່ນດິນໄຫວ

ຍີ່ປຸ່ນຖືເປັນໜຶ່ງໃນປະເທດທີ່ເກີດແຜ່ນດິນໄຫວເລື້ອຍທີ່ສຸດໃນໂລກ ເນື່ອງຈາກຕັ້ງຢູ່ເທິງຮອຍຕໍ່ຂອງແຜ່ນເປືອກໂລກຫຼັກ 4 ແຜ່ນ ໃນບໍລິເວນ “ວົງແຫວນແຫ່ງໄຟ” ເຮັດໃຫ້ເກີດແຜ່ນດິນໄຫວຫຼາຍຮ້ອຍເທື່ອໃນແຕ່ລະປີ ແລະ ຄິດເປັນປະມານ 18% ຂອງແຜ່ນດິນໄຫວທົ່ວໂລກ

ປະເທດຍັງມີບົດຮຽນຄັ້ງໃຫຍ່ຈາກເຫດແຜ່ນດິນໄຫວຂະໜາດ 9.0 ໃນປີ 2011 ເຊິ່ງກໍ່ໃຫ້ເກີດສຶນາມິຂະໜາດໃຫຍ່ ຄາດຊີວິດ ແລະ ເຮັດໃຫ້ປະຊາຊົນສູນຫາຍປະມານ 18,500 ຄົນ ພ້ອມທັງກໍ່ໃຫ້ເກີດວິກິດການໂຮງໄຟຟ້ານິວເຄຼຍຟຸກຸຊິມະ

ກ່ອນໜ້ານີ້ ໃນວັນທີ 20 ເມສາຜ່ານມາ ຍີ່ປຸ່ນຫາກໍ່ປະສົບແຜ່ນດິນໄຫວຂະໜາດ 7.7 ທາງພາກເໜືອຂອງປະເທດ ສົ່ງຜົນໃຫ້ມີຜູ້ໄດ້ຮັບບາດເຈັບຢ່າງໜ້ອຍ 10 ຄົນ ແລະ ເຮັດໃຫ້ລັດຖະບານຕ້ອງປະກາດຄຳເຕືອນພິເສດກ່ຽວກັບຄວາມສ່ຽງທີ່ຈະເກີດແຜ່ນດິນໄຫວຂະໜາດ 8.0 ຫຼື ສູງກວ່າ ເຖິງແມ່ນວ່າຈະຍົກເລີກຄຳເຕືອນດັ່ງກ່າວຫຼັງຈາກຜ່ານໄປໜຶ່ງອາທິດກໍ່ຕາມ

ທາງການຍີ່ປຸ່ນຍັງຄົງຕິດຕາມສະຖານະການຢ່າງໃກ້ຊິດ ພ້ອມທັງຂໍໃຫ້ປະຊາຊົນຕິດຕາມການປະກາດຈາກໜ່ວຍງານລັດຖະການ ແລະ ປະຕິບັດຕາມຄຳແນະນຳດ້ານຄວາມປອດໄພຢ່າງເຂັ້ມງວດ.

ທີ່ມາ: NHK / AFP

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article