ນໍ້າກັດຢໍລະປາ ກັບການອະນຸລັກຊີວະນາໆພັນ ເພື່ອການທ່ອງທ່ຽວທີ່ຍືນຍົງ

Must read

ການອະນຸລັກຊີວະນາໆພັນ ຕິດພັນກັບການທ່ອງທ່ຽວແບບຍືນຍົງ ຫຼື Ecotourism ກໍາລັງກາຍ ເປັນຮາກຖານສໍາຄັນ ໃນການຂັບເຄື່ອນເສດຖະກິດສີຂຽວຂອງ ສປປ ລາວ. ຫວ່າງບໍ່ດົນມານີ້, ທີ່ຣີສອດນໍ້າກັດຢໍລະປາ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມການທ່ອງທ່ຽວຊີວະນາໆພັນໃນ ສປປ ລາວ ຄັ້ງທີ I ຊຶ່ງເປັນເຫດການໃຫຍ່ໃນການເຊື່ອມສານວຽກງານອະນຸລັກປ່າໄມ້ເຂົ້າກັບທຸລະກິດການ ທ່ອງທ່ຽວຢ່າງເປັນຮູບປະທຳ ໂດຍການເປັນປະທານຮ່ວມຂອງທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ທ່ານ ນາງ ພອນມາລີ ອິນທະພົມ ຫົວໜ້າກົມພັດທະນາການທ່ອງທ່ຽວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ພ້ອມດ້ວຍຜູ້ຕາງໜ້າຈາກອົງການສາກົນ, ພາກເອກະຊົນ, ສະຖາບັນການສຶກສາ ແລະ ຄູ່ຮ່ວມພັດທະນາເຂົ້າຮ່ວມ.

ທ່ານ ສົມຫວັງ ພິມມະວົງ ໄດ້ເນັ້ນໜັກວ່າ: ເຂດປ່າສະຫງວນ ແລະ ອຸທິຍານແຫ່ງຊາດ ບໍ່ແມ່ນພຽງແຕ່ພື້ນທີ່ອະນຸລັກເທົ່ານັ້ນ ແຕ່ແມ່ນ “ທຶນຮອນດ້ານການທ່ອງທ່ຽວ” (Tourism Assets) ອັນລໍ້າຄ່າ. ຂະແໜງການປ່າໄມ້ ແລະ ທ່ອງທ່ຽວ ບໍ່ສາມາດເຮັດວຽກແບບໂດດດ່ຽວໄດ້ອີກຕໍ່ໄປ ແຕ່ຕ້ອງອາໄສກົນໄກການຮ່ວມມືລະຫວ່າງພາກລັດ ແລະ ພາກເອກະຊົນ (PPP) ເພື່ອສ້າງລາຍຮັບໃຫ້ຊຸມຊົນ ແລະ ຫຼຸດ ຜ່ອນການທໍາລາຍປ່າຢ່າງມີປະສິດທິຜົນ.

ຜົນສໍາເລັດຂອງການທ່ອງທ່ຽວຊີວະນາໆພັນ ທີ່ສາມາດຜັນຂະຫຍາຍນະໂຍບາຍຂອງລັດໃຫ້ເກີດຜົນຕົວຈິງ, “ນໍ້າກັດຢໍລະປາ” ຖືເປັນແບບຢ່າງທີ່ດີ ແລະ ມີຜົນສຳເລັດ. ທ່ານ ສົມເພັດ ມ້າວປະເສີດປະທານບໍລິສັດເພເສັດ ພັດທະນາ ເຈົ້າຂອງຣີສອດນໍ້າກັດຢໍລະປາ ໄດ້ໃຫ້ສຳພາດກ່ຽວກັບຈຸດເລີ່ມຕົ້ນ ແລະ ເປົ້າໝາຍອັນຍາວນານກວ່າ 10 ປີໃນການຮ່ວມມືກັບຊຸມຊົນ ແລະ ລັດຖະບານ: ການອະນຸລັກຊີວະນາໆ ພັນຢູ່ນໍ້າກັດຢໍລະປາ… ພວກເຮົາໄດ້ເຊັນສັນຍາກັບລັດຖະບານໃນປີ 2011 ແລະ ເປີດບໍລິ ການຢ່າງເປັນທາງການໃນປີ 2016 ມາເຖິງປັດຈຸບັນເປັນເວລາ 10 ປີ. ຕາມແຜນແມ່ບົດເປົ້າໝາຍແມ່ນເລັງໃສ່ການອະນຸລັກທຳມະຊາດ ເພື່ອນໍາໃຊ້ທຳມະຊາດ ແລະ ຊີວະນາໆພັນນີ້ມາເປັນຜະລິດຕະພັນຂອງການທ່ອງທ່ຽວ ໂດຍໃຫ້ປະຊາຊົນໃນທ້ອງຖິ່ນມີສ່ວນຮ່ວມ… ພວກເຮົາເຮັດການທ່ອງທ່ຽວເປັນພຽງກິດຈະ ກຳໜຶ່ງເພື່ອຫາລາຍໄດ້ໃຫ້ທຸລະກິດຍືນຍົງ ແຕ່ເປົ້າໝາຍຫຼັກຂອງພວກເຮົາແມ່ນການອະນຸລັກທຳມະຊາດ ແລະ ຊີວະນາໆພັນໃນໄລຍະຍາວ.”

ຕະຫຼອດໄລຍະການດໍາເນີນງານ, ນໍ້າກັດຢໍລະປາ ບໍ່ພຽງແຕ່ໃຫ້ບໍລິການທີ່ພັກ ແລະ ບັນດາກິດຈະກໍາເທົ່ານັ້ນ, ແຕ່ຍັງໄດ້ສຸມໃສ່ການຄົ້ນຄວ້າສຶກສາທາງວິທະຍາສາດຢ່າງເລິກເຊິ່ງ ຈົນສາມາດສ້າງພິພິທະພັນຊີວະນາໆພັນ ແລະ ຄົ້ນພົບສາຍພັນໃໝ່ທີ່ສໍາຄັນ.

ທ່ານ ສົມເພັດ ມ້າວປະເສີດ ໃຫ້ຮູ້ອີກວ່າ: “ຜ່ານການຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ເຫັນວ່າມີຜົນສໍາເລັດຫຼາຍດ້ານ ໂດຍສະເພາະແມ່ນການຄົ້ນຄວ້າສຶກສາຊີວະນາໆພັນ. ປັດຈຸບັນ, ພວກເຮົາມີພິພິທະພັນຊີວະນາໆພັນຢູ່ນໍ້າກັດຢໍລະປາ ແລະ ນໍ້າປ່ຽນຢໍລະປາ. ໂດຍສະເພາະຢູ່ນໍ້າກັດຢໍລະປາ ພວກເຮົາໄດ້ຄົ້ນຄວ້າມາແຕ່ປີ 2017 ຈົນຮອດປັດຈຸບັນເປັນເວລາ 9 ປີ. ພວກເຮົາໄດ້ລົງທະບຽນຊີວະນາໆພັນທີ່ມີຢູ່ໃນພິພິທະພັນ ແລະ ລົງທະບຽນໃນປ່ານໍ້າກັດຢໍລະປາມີຫຼາຍກວ່າ 2,000 ກວ່າຊະນິດ. ພິເສດພວກເຮົາໄດ້ຄົ້ນພົບສາຍພັນໃໝ່ທີ່ບໍ່ທັນມີໃນໂລກນີ້ປະມານ 30 ກວ່າຊະນິດ…”

ການຈັດກອງປະຊຸມຄັ້ງນີ້, ຖືເປັນເວທີສໍາຄັນທີ່ນໍາເອົາທຸກພາກສ່ວນທັງຜູ້ຜະລິດ, ບໍລິສັດທ່ອງທ່ຽວ, ພາກລັດ, ນັກວິທະຍາສາດ ແລະ ອົງການຈັດຕັ້ງສາກົນມາລະດົມຄວາມຄິດ ເພື່ອຍົກລະດັບການທ່ອງທ່ຽວຊີວະນາໆພັນຂອງລາວ ໃຫ້ສາມາດແຂ່ງຂັນໃນລະດັບສາກົນເຊັ່ນດຽວກັບປະເທດຄອສຕາຣິກາ (Costa Rica). ຢ່າງໃດກໍຕາມ, ເພື່ອໃຫ້ວຽກງານນີ້ເຕີບໂຕຢ່າງແຂງແຮງ, ທ່ານ ສົມເພັດ ມ້າວປະເສີດ ໄດ້ຮຽກຮ້ອງ 3 ປະການທີ່ສໍາຄັນຄື: 1. ພາກລັດຊ່ວຍສ້າງຖານຂໍ້ມູນຊີວະນາໆພັນຂອງປະເທດຂຶ້ນມາ; 2. ໃຫ້ກົມສົ່ງເສີມການຕະຫຼາດກະຊວງ ວທ ຊ່ວຍສົ່ງເສີມການຕະຫຼາດໃຫ້ເຂັ້ມແຂງ; 3. ຢາກໃຫ້ອົງການຈັດຕັ້ງສາກົນ ແລະ ລັດຖະບານຊ່ວຍສະໜັບສະໜູນທຶນຮອນໃຫ້ຜູ້ຜະລິດ ແລະ ຜູ້ສ້າງຜະ ລິດທະພັນການທ່ອງທ່ຽວຊີວະນາໆພັນໃຫ້ຫຼາຍຂຶ້ນ.”

ທ່ານ ປະທານບໍລິສັດ ເພເສັດ ພັດທະນາ ຍັງໄດ້ເນັ້ນຕື່ມວ່າ: ການຄົ້ນຄວ້າ 2,000 ກວ່າຊະນິດໃນປັດຈຸບັນເປັນພຽງ “ບໍ່ທັນຮອດ 1%” ຂອງຊີວະນາໆພັນທັງໝົດທີ່ມີຢູ່ໃນປ່າ ຊຶ່ງຍັງຕ້ອງໄດ້ສືບຕໍ່ຄົ້ນ ຄວ້າອີກຢ່າງມະຫາສານ. ຂໍເຊີນຊວນນັກຄົ້ນຄວ້າ, ນັກສຶກສາ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ສົນໃຈຢາກມາເບິ່ງຄວາມສວຍງາມຂອງຊີວະນາໆພັນ ໃຫ້ເຂົ້າມາທ່ຽວຊົມພິພິທະພັນຂອງພວກເຮົາ ຫຼື ສາມາດເຂົ້າໄປເບິ່ງຂໍ້ມູນໃນເວັບໄຊກ່ອນໄດ້… ຖ້າຢາກມາເບິ່ງດອກໄມ້, ແມງກະເບື້ອ ຫຼື ນົກ ກໍສາມາດເຂົ້າມາສຶກສາປະຫວັດ ແລະ ຂໍ້ມູນຂອງແຕ່ລະຊະນິດໄດ້… ຂໍເຊີນຊວນທຸກທ່ານເຂົ້າມາຮ່ວມທ່ຽວຊົມ ແລະ ຮຽນຮູ້ນຳກັນຢູ່ນໍ້າກັດຢໍລະປາ”. ກອງປະຊຸມຄັ້ງນີ້, ບໍ່ພຽງແຕ່ເປັນການຮວບຮວມເອົາແຜນການຈັດຕັ້ງປະຕິບັດວຽກງານປີ 2026-2027 ເພື່ອເປັນເຂັມທິດຊີ້ນໍາເທົ່ານັ້ນ, ແຕ່ຍັງເປັນການຢືນຢັນວ່າທຳມະຊາດທີ່ອຸດົມສົມບູນ ຖ້າໄດ້ຮັບການອະນຸລັກຢ່າງຖືກວິທີຈະກາຍເປັນ “ມໍຣະດົກ ແລະ ທຶນຮອນອັນມະຫາສານ” ທີ່ສ້າງລາຍຮັບໃຫ້ຊຸມຊົນ ແລະ ຄໍ້າຈູນເສດຖະກິດ-ສັງຄົມຂອງ ສປປ ລາວ ໃຫ້ເຕີບໂຕຢ່າງຍືນຍົງຕະຫຼອດໄປ.

ໂດຍ: ຄຳພູສະຫວັນ ເພັນສະຫວັດ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article