ນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ຊີ້ນຳວຽກງານ ຢູ່ເມືອງມະຫາໄຊ

Must read

ໃນຕອນເຊົ້າວັນທີ 20 ກໍລະກົດ 2026, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ພ້ອມດ້ວຍທ່ານລັດຖະມົນຕີ, ຮອງລັດຖະມົນຕີ ກະຊວງ-ອົງການທີ່ກ່ຽວຂ້ອງ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນໍາວຽກງານ ຢູ່ຕາແສງປ່າໜາມ, ເມືອງມະຫາໄຊ, ແຂວງຄຳມ່ວນ; ມີທ່ານ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄຳມ່ວນ, ພ້ອມດ້ວຍຄະນະນຳ ຂອງແຂວງ, ເມືອງມະຫາໄຊ, ຕາແສງປ່າໜາມ, ບ້ານ ແລະ ປະຊາຊົນ ທີ່ກ່ຽວຂ້ອງໃຫ້ການຕ້ອນຮັບ.

ເມືອງມະຫາໄຊ ມີເນື້ອທີ່ທັງໝົດ 1,409 ກິໂລຕາແມັດ, ມີ 68 ບ້ານ, 4 ຕາແສງ, ປະຊາຊົນ ກວມ 95% ມີອາຊີບປູກຝັງ-ລ້ຽງສັດເປັນຕົ້ນຕໍ; ໃນໄລຍະ 6 ເດືອນຕົ້ນປີ 2026ເສດຖະກິດຂະຫຍາຍຕົວສະເລ່ຍ 4%, ລາຍຮັບສະເລ່ຍຕໍ່ຫົວຄົນໄດ້ 50.3 ລ້ານກີບ/ປີ, ການເກັບລາຍຮັບເຂົ້າງົບປະມານປະຕິບັດໄດ້ 11.8 ຕື້ກວ່າກີບ ເທົ່າກັບ 55% ຂອງແຜນການປີ, ຜົນຜະລິດເຂົ້ານາແຊງໄດ້ 5,342 ໂຕນ, ມີໂຮງສີເຂົ້າຂະໜາດໃຫຍ່ 7 ແຫ່ງ, ຕະຫຼາດຖາວອນ 1 ແຫ່ງ; ການສົ່ງອອກສິນຄ້າ ເປັນຕົ້ນ ຊີມັງ, ມັນຕົ້ນ, ສັດລ້ຽງ ແລະ ອື່ນໆ ບັນລຸ 74.4 ລ້ານກວ່າໂດລາສະຫະລັດ, ມີເສັ້ນທາງຄົມມະນາຄົມ ທີ່ສາມາດທຽວໄດ້ 2 ລະດູ ກວມເອົາ 99%, ລະບົບການສື່ສານກວມເອົາ 95% ຂອງພື້ນທີ່ທົ່ວເມືອງ, ມີບ້ານປ້ອງກັນຊາດເຂັ້ມແຂງ 6 ບ້ານ, ບ້ານປອດຢາເສດຕິດ 12 ບ້ານ, ບ້ານສາທາລະນະສຸກແບບຢ່າງກວມ 100%, ທ້ອນໂຮມອາວຸດລ່າເນື້ອໄດ້ 30 ກວ່າກະບອກ, ທົ່ວເມືອງມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ສະເພາະຕາແສງປ່າໜາມ ແມ່ນໄດ້ປະກາດສ້າງຕັ້ງຂຶ້ນ ໃນວັນທີ 24 ເມສາ 2026, ປະກອບມີ 25 ບ້ານ, ຮອດປັດຈຸບັນ ໄດ້ສັບຊ້ອນພະນັກງານປະຈໍາການ ແລະ ໄດ້ຮັບງົບປະມານບໍລິຫານເບື້ອງຕົ້ນແລ້ວ.

ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ເນັ້ນໜັກໃຫ້ຄະນະນຳທຸກຂັ້ນ ສຸມໃສ່ວຽກງານຈຳນວນໜຶ່ງ ເປັນຕົ້ນ ເພີ່ມທະວີນຳພາ-ສຶກສາອົບຮົມການເມືອງແນວຄິດ, ປຸກລະດົມພະນັກງານ ແລະ ປະຊາຊົນ ຕື່ນຕົວປະຕິບັດແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ ຢ່າງເປັນຂະບວນການທີ່ຕັ້ງໜ້າ; ສືບຕໍ່ປັບປຸງການຈັດຕັ້ງ ພາຍໃນຕາແສງປ່າໜາມ ໃຫ້ມີຄວາມເຂັ້ມແຂງ, ກົມກຽວ-ລ່ອງຊ່ອງ, ສັບຊ້ອນພະນັກງານ ໃຫ້ຖືກກັບຄວາມຮູ້ຄວາມສາມາດ ເພື່ອຮັບປະກັນການບໍລິການປະຊາຊົນ ມີຄວາມວ່ອງໄວ ແລະ ມີປະສິດທິຜົນສູງ; ສູ້ຊົນ ປະກອບ ສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໃຫ້ບັນລຸຕາມຄາດໝາຍທີ່ກຳນົດໄວ້; ເອົາໃຈໃສ່ຜັນຂະຫຍາຍມະຕິ 04/ກມສພ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ໃຫ້ກາຍເປັນແຜນການ-ໂຄງການລະອຽດ, ສົ່ງເສີມການຜະລິດເປັນສິນຄ້າ ແລະ ມີຕະຫຼາດຮອງຮັບ; ສືບຕໍ່ຄຸ້ມຄອງ, ຊຸກຍູ້ ແລະ ດຶງດູດການລົງທຶນ ຄວບຄູ່ກັບການອຳນວຍຄວາມສະດວກດ້ານຕ່າງໆ ໃຫ້ຮັບປະກັນຄວາມວ່ອງໄວ, ໂປ່ງໃສ ແລະ ແກ້ໄຂ ຂອດອຸດຕັນ ແລະ ກົດໜ່ວງຖ່ວງດຶງ ໂດຍສະເພາະ ທາງດ້ານເອກະສານ; ເພີ່ມທະວີການແກ້ໄຂບັນຫາຢາເສດຕິດ, ການຄ້າຂາຍເຖື່ອນ, ການລັກຊັບ, ກຸ່ມມິດສາຊີບທາງອອນລາຍ ໂດຍໃຫ້ມີມາດຕະການປ້ອງກັນ ແລະ ໂຄສະນາ ໃຫ້ສັງຄົມມີສະຕິລະວັງຕົວສູງ; ການນຳຂອງເມືອງຕ້ອງເປັນແບບຢ່າງນຳໜ້າ ໃນການຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ຄວາມເປັນແບບຢ່າງ ໃນການແກ້ໄຂຂໍ້ບົກພ່ອງ ແລະ ຂໍ້ຫ້າມຕ່າງໆຢ່າງເຂັ້ມງວດ.

ໃນຕອນທ້າຍ, ທ່ານ ນາຍົກລັດຖະມົນຕີ ໄດ້ມອບທຶນຈຳນວນໜຶ່ງ ໃຫ້ແກ່ເມືອງມະຫາໄຊ ເພື່ອນຳໃຊ້ເຂົ້າໃນການພັດທະນາ ແລະ ແກ້ໄຂວຽກງານທີ່ຈຳເປັນ, ພ້ອມທັງ ມອບເຄື່ອງອຸປະໂພກ-ບໍລິໂພກ ເພື່ອນຳໄປຊ່ວຍເຫຼືອ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article