ເມືອງເຊບັ້ງໄຟ ລົງທົດລອງເຮືອກູ້ໄພ ເພື່ອກຽມພ້ອມຮັບມືກັບໄພນໍ້າຖ້ວມ ຫຼັງລະດັບນໍ້າເຊເພີ່ມສູງຂຶ້ນ

Must read

ໃນວັນທີ 9 ກໍລະກົດ 2026 ນີ້ ຢູ່ທີ່ນໍ້າເຊ ເມືອງເຊບັ້ງໄຟ ແຂວງຄຳມ່ວນ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ນຳໂດຍທ່ານ ວິໄລ ພົມມະຈັກ ປະທານຄະນະກຳມະການປົກຄອງເມືອງ, ທ່ານອື່ງສິດ ນິມິດບັນຊາ ຮອງປະທານຄະ ນະກຳມະການປົກຄອງເມືອງ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ, ທ່ານ ນາງ ສຸກາ ພົມມະຈັນ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ, ກຳລັງປກສ,ປກຊແລະພາກ ສ່ວນທີ່ກ່ຽວຂ້ອງໄດ້ລົງທົດລອງເຮືອກູ້ໄພເພື່ອກຽມຄວາມພ້ອມຮັບມືກັບໄພນໍ້າຖ້ວມທີ່ອາດຈະເກີດເຂຶ້ນໃນຕໍ່ໜ້າ. ເຊິ່ງໃນຕົ້ນເດືອນກໍລະກົດ 2026.

ທີ່ຜ່ານມາ ແຂວງຄຳມ່ວນເວົ້າລວມ ເວົ້າສະເພາະຄືເມືອງເຊບັ້ງໄຟ ທີ່ໄດ້ຮັບອິດທິພົນຈາກພາຍຸ(ໄມສັກ)ພັດຜ່ານ ເກີດມີຝົນຕົກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ລະດັບນໍ້າເຊແລະສາຂາຕ່າງໆຂອງແມ່ນໍ້າເຊບັ້ງໄຟ ເພີ້ມຂຶ້ນສູງ, ດັ່ງນັ້ນເພື່ອ ກຽມຄວາມພ້ອມຮັບມືກັບໄພນໍ້າຖ້ວມທີ່ອາດຈະເກີດຂຶ້ນໃນຕໍ່ໜ້າທາງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ຈຶ່ງໄດ້ທົດລອງເຮືອກູ້ໄພສຸກເສີນ ຈຳນວນ 2 ລໍາ ເພື່ອກຽມຮັບມື ແລະ ໃຫ້ການຊ່ວຍເຫຼືອ ເພື່ອຫຼຸດຜ່ອນຜົນກະທົບ, ຜົນເສຍຫາຍ ຕໍ່ກັບຊິວິດ ຊັບສິນຂອງພໍ່ແມ່ປະຊາຊົນ, ທີ່ມີຄວາມສ່ຽງຢູ່ລຽບຕາມແຄມແມ່ນໍ້າເຊບັ້ງໄຟ.

ດ້ວຍຄວາມເປັນຫ່ວງເປັນໃຍຂອງການນໍາພັກ – ລັດແຕ່ລະຂັ້ນຕໍ່ກັບເຫດການໄພພິບັດການນໍາຂອງເມືອງຈື່ງຊີ້ນຳໃຫ້ຄະນະຮັບ ຜິດຊອບແຕ່ລະກົມກອງ, ແຕ່ລະພາກສ່ວນທີ່ກ່ຽວຂ້ອງ ໃຫ້ມີການກວດເຊັກພາຫະນະ, ອຸປະກອນ, ເຄື່ອງອຸປະໂພກບໍລິໂພກ ແລະ ເຄື່ອງມືຕ່າງໆ ໃຫ້ມີຄວາມພ້ອມສາມາດນໍາໃຊ້ໄດ້ທຸກເວລາເມື່ອມີເຫດການເກີດຂຶ້ນ.

ທີ່ມາ: Khammouane News

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article