ວັນທີ 6 ກໍລະກົດ 2026 ມີລາຍງານວ່າ: ຊູເປີໄຕຝຸ່ນ “ບາວີ່” ຖະຫລົ່ມເກາະກວມ ເຕືອນເອເຊຍຕາເວັນອອກຮັບມືຝົນຕົກໜັກ ສ່ວນປະເທດລາວອາດມີຝົນເພີ່ມຂຶ້ນທາງອ້ອມ.ເພີ່ມຂຶ້ນທາງອ້ອມ

Must read

ເຕືອນໄພ ຊູເປີໄຕຝຸ່ນ “ບາວີ່” (Bavi) ພັດເຂົ້າເກາະກວມຢ່າງຫນັກ, ຜູ້ທີ່ຈະເດີນທາງໄປເອເຊຍຕາເວັນອອກ ຄວນກວດສອບສະພາບອາກາດຢ່າງໃກ້ຊິດ.

ໃນວັນທີ 6 ກໍລະກົດ 2026, ມີລາຍງານວ່າ: ຊູເປີໄຕຝຸ່ນ “ບາວີ່” ໄດ້ເຄື່ອນຕົວຜ່ານເກາະກວມ (Guam) ຢ່າງຮຸນແຮງ ໂດຍມີຄວາມໄວລົມສູງສຸດ ຢູ່ໃກ້ຈຸດສູນກາງ ຫຼາຍກວ່າ 260 ກິໂລແມັດຕໍ່ຊົ່ວໂມງ.

ທາງດ້ານ ຟິລິບປິນ ແລະ ໄຕ້ຫວັນ: ຄາດຄະເນວ່າ ຊູເປີໄຕຝຸ່ນ “ບາວີ່” ຈະບໍ່ເຄື່ອນຕົວຂຶ້ນຝັ່ງປະເທດຟິລິບປິນໂດຍກົງ, ແຕ່ຄາດວ່າຈະເຄື່ອນຜ່ານໃກ້ກັບ ຕອນເໜືອຂອງເກາະ ລູຊອນ (Luzon). ເຊິ່ງອິດທິພົນຂອງພາຍຸໜູກນີ້ ຈະໄປເພີ່ມກຳລັງຂອງມໍລະສຸມຕາເວັນຕົກສ່ຽງໃຕ້, ເຮັດໃຫ້ມີຝົນຕົກໜັກ ແລະ ລົມພັດແຮງ ໃນຫຼາຍພື້ນທີ່ ຕະຫຼອດໄລຍະຫຼາຍວັນຕໍ່ໜ້າ.

ເມື່ອເວລາ 10 ໂມງເຊົ້າທີ່ຜ່ານມາ, ຈຸດສູນກາງຂອງພາຍຸ ແມ່ນຢູ່ຫ່າງຈາກ ທິດຕາເວັນອອກສ່ຽງໃຕ້ ຂອງເກາະ ລູຊອນ ປະມານ 2,215 ກິໂລແມັດ, ມີຄວາມໄວລົມສູງສຸດໃກ້ຈຸດສູນກາງ 205 ກິໂລແມັດຕໍ່ຊົ່ວໂມງ, ແລະ ມີລົມກະໂຊກແຮງສູງສຸດເຖິງ 250 ກິໂລແມັດຕໍ່ຊົ່ວໂມງ, ໂດຍກຳລັງເຄື່ອນຕົວໄປທາງທິດຕາເວັນຕົກສ່ຽງເໜືອ ດ້ວຍຄວາມໄວ 20 ກິໂລແມັດຕໍ່ຊົ່ວໂມງ.

ຄາດວ່າ ພາຍຸຈະທະວີຄວາມຮຸນແຮງຂຶ້ນຕື່ມ ພາຍໃນ 48 ຊົ່ວໂມງຕໍ່ຈາກນີ້, ກ່ອນທີ່ຈະອ່ອນກຳລັງລົງ ເມື່ອເຄື່ອນຕົວເຂົ້າໃກ້ ເກາະໄຕ້ຫວັນ ແລະ ໝູ່ເກາະ ຣິວຄິວ (Ryukyu) ໃນໄລຍະທ້າຍສັບປະດາ. ເຊິ່ງອາດຈະສົ່ງຜົນໃຫ້ ໝູ່ເກາະ ບາຕາເນສ (Batanes) ແລະ ໝູ່ເກາະ ບາບູຢັນ (Babuyan) ຂອງຟິລິບປິນ ຕ້ອງເຜີຍເຊີນກັບຝົນຕົກໜັກ ແລະ ລົມແຮງ ໃນລະຫວ່າງ ວັນທີ 9 ຫາ 11 ກໍລະກົດນີ້.

ນອກຈາກນີ້, ອິດທິພົນຂອງພາຍຸ ຍັງຈະເຮັດໃຫ້ມີຝົນຕົກໜັກຢ່າງຕໍ່ເນື່ອງ ໃນຫຼາຍພື້ນທີ່, ໂດຍສະເພາະແມ່ນ ທາງຝັ່ງຕາເວັນຕົກຂອງປະເທດ ຟິລິບປິນ ໃນລະຫວ່າງ ວັນທີ 10 ຫາ 12 ກໍລະກົດ, ເຊິ່ງຈະເພີ່ມຄວາມສ່ຽງ ໃຫ້ເກີດໄພນ້ຳຖົ້ມຊຸ ແລະ ດິນເຈື່ອນໄດ້.

ສຳລັບປະເທດລາວ ເສັ້ນທາງເດີນຂອງພາຍຸໃນປະຈຸບັນແມ່ນຍັງບໍ່ມີຜົນກະທົບໂດຍກົງ ແຕ່ອາດຈະໄດ້ຮັບຜົນກະທົບທາງອ້ອມຈາກການດຶງມໍລະສຸມຕາເວັນຕົກສ່ຽງໃຕ້ໃຫ້ມີກຳລັງແຮງຂຶ້ນ ເຊິ່ງອາດເຮັດໃຫ້ບາງພື້ນທີ່ໂດຍສະເພາະພາກກາງ ແລະ ພາກໃຕ້ ມີຝົນຕົກຟ້າຮ້ອງເພີ່ມຂຶ້ນໃນໄລຍະວັນທີ 10 ຫາ 12 ກໍລະກົດນີ້ ຕົວພາຍຸຢູ່ຫ່າງຈາກລາວຫຼາຍ ຍັງບໍ່ມີຄວາມສ່ຽງເລື່ອງພາຍຸເຂົ້າໂດຍກົງ, ແຕ່ໃຫ້ລະວັງເລື່ອງຝົນຕົກເພີ່ມຂຶ້ນຈາກອິດທິພົນທາງອ້ອມຂອງລົມມໍລະສຸມ ແລະ ຕິດຕາມການລາຍງານຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຕື່ມອີກຢ່າງຕໍ່ເນື່ອງ.

ສຳລັບທ່ານໃດທີ່ມີແຜນຈະເດີນທາງໄປ ຟິລິບປິນ, ໄຕ້ຫວັນ, ຍີ່ປຸ່ນ (ແຖວໂອກິນາວາ/ຣິວຄິວ) ຫຼື ຈີນຕາເວັນອອກ ໃນໄລຍະທ້າຍອາທິດນີ້ ແມ່ນຕ້ອງໄດ້ກວດສອບຖ້ຽວບິນຢ່າງໃກ້ຊິດ ເພາະອາດມີການເລື່ອນ ຫຼື ຍົກເລີກຖ້ຽວບິນເນື່ອງຈາກສະພາບອາກາດຮ້າຍແຮງ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article