ປ້ອງກັນຄວາມສະຫງົບນະຄອນຫລວງວຽງຈັນ ລາຍງານວ່າ: ວັນທີ 2 ກໍລະກົດ 2026, ເຈົ້າໜ້າທີ່ພະແນກຕຳຫລວດປ້ອງກັນເສດຖະກິດ ປກສ ນະຄອນຫລວງວຽງຈັນ ໄດ້ຮັບແຈ້ງຈາກພົນລະເມືອງດີວ່າ: ມີເປົ້າໝາຍສົງໄສເປັນກຸ່ມແກ້ງການພະນັນ ແລະ ສະແກມເມີ ຢູ່ຊັ້ນທີ 5 ຂອງໂຮງແຮມແຫ່ງໜຶ່ງ ໃນຕະຫລາດຊັງຈ່ຽງ ຕັ້ງຢູ່ບ້ານ ວັດໄຕນ້ອຍທົ່ງ ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ.

ມາຮອດວັນທີ 3 ກໍລະກົດ 2026, ເວລາ 21:50 ໂມງ, ເຈົ້າໜ້າທີ່ພະແນກຕຳຫລວດປ້ອງກັນເສດຖະກິດ ຈຶ່ງໄດ້ລົງມ້າງກຸ່ມເປົ້າໝາຍດັ່ງກ່າວ, ສາມາດກັກຕົວເປົ້າໝາຍໄດ້ 28 ຄົນ, ຍິງ 9 ຄົນ ພ້ອມເຄື່ອງຂອງກາງທີ່ໃຊ້ເຂົ້າໃນການກະທຳຜິດຈຳນວນຫລາຍລາຍການ.

ການລົງມ້າງກຸ່ມແກ້ງດັ່ງກ່າວ ໃນຄັ້ງນີ້ ລວມມີ 3 ຈຸດຄື:
• ຈຸດທີ 1: ຢູ່ຫ້ອງ C8502, ພົບເຫັນພວກກ່ຽວກຳລັງຫລິ້ນການພະນັນ ແລະ ຖ່າຍທອດສົດອອນລາຍ ໄພ້ນົກກະຈອກເທບ. ສາມາດກັກຕົວເປົ້າໝາຍໄດ້ 28 ຄົນ, ຍິງ 9 ຄົນ, ສັນຊາດຈີນ (ມີໜັງສືຜ່ານແດນ 1 ຄົນ, ບໍ່ມີໜັງສືຜ່ານແດນ 27 ຄົນ); ຍຶດເຄື່ອງຂອງກາງໄດ້: ໂນດບຸກ 1 ໜ່ວຍ, ໂທລະສັບ 45 ໜ່ວຍ, ໂຕ໊ະພະນັນ 3 ໜ່ວຍ, ໜັງສືຜ່ານແດນ 2 ຫົວ (ບໍ່ແມ່ນຂອງຜູ້ຖືກສົງໄສທີ່ເຈົ້າໜ້າທີ່ກັກຕົວ) ແລະ ຊິບຫລຽນພະນັນຈຳນວນໜຶ່ງ.

• ຈຸດທີ 2: ຫ້ອງ E8506, ຜູ້ຖືກສົງໄສແກ້ງຄໍເຊັນເຕີເປັນຄົນຈີນ ໄດ້ເອົາຕົວຫລົບໜີ. ສາມາດຍຶດເຄື່ອງຂອງອຸປະກອນໄດ້: ໂທລະສັບ 30 ໜ່ວຍ, ຄອມພິວເຕີ 14 ໜ່ວຍ, ໂນດບຸກ 1 ໜ່ວຍ, ຫົວກະຈາຍວາຍຟາຍ (Wi-Fi) 3 ໜ່ວຍ.

• ຈຸດທີ 3: ຫ້ອງ B233, ຜູ້ຖືກສົງໄສແກ້ງສະແກມເມີ (Scammer) ຄົນຫວຽດນາມ ສ້າງເຟສບຸກປອມເພື່ອສໍ້ໂກງ ຈຳນວນ 10 ຄົນ, ຍິງ 2 ຄົນ ໄດ້ເອົາຕົວຫລົບໜີ. ສາມາດຍຶດເຄື່ອງຂອງກາງໄດ້ຄື: ບັດແຮງງານຂອງປະເທດກຳປູເຈຍ ອອກຊື່ຄົນຫວຽດນາມ ຈຳນວນ 10 ບັດ, ຄອມພິວເຕີ 25 ໜ່ວຍ, ໂນດບຸກ 7 ໜ່ວຍ, ໂທລະສັບ 22 ໜ່ວຍ, ປິ່ນເຕີ 1 ໜ່ວຍ, ຫົວວາຍຟາຍ 1 ໜ່ວຍ, ແປ້ນພິມຄີບອດ 27 ອັນ, ໂຕະ 15 ໜ່ວຍ, ຕັ່ງ 30 ໜ່ວຍ.

ປັດຈຸບັນ, ເຈົ້າໜ້າທີ່ພະແນກຕຳຫລວດປ້ອງກັນເສດຖະກິດ ໄດ້ກັກຕົວເປົ້າໝາຍໄວ້ຄຸມຂັງຊົ່ວຄາວ ຫ້ອງຕຳຫລວດປ້ອງກັນຄວາມສະຫງົບ ນະຄອນຫລວງວຽງຈັນ ເພື່ອສືບສວນ-ສອບສວນຂະຫຍາຍຜົນຫາຫົວໂປ່ໂຕການ ແລະ ເຮັດໃຫ້ບັນຫາດັ່ງກ່າວມີຄວາມກະຈ່າງແຈ້ງ.

ຂ່າວ: ປກສ ນະຄອນຫຼວງວຽງຈັນ





