ເກີດເຫດເຮລິຄອບເຕີໂຈມຕີ “ອາປາເຊ” ຂອງກອງທັບບົກສະຫະລັດຕົກໃກ້ບໍລິເວນຊ່ອງແຄບຮໍໂມຊ ຊຶ່ງເປັນນ່ານນ້ຳຍຸດທະສາດສຳຄັນທີ່ຖືກປິດລ້ອມ ແລະ ຄວບຄຸມໂດຍກອງທັບອີຣ່ານ ດ້ານປະທານາທິບໍດີ ດໍໂນລ ທຣຳ ຢືນຢັນນັກບິນສະຫະລັດ 2 ຄົນປອດໄພ ຂະນະທີ່ສາເຫດຂອງອຸບັດຕິເຫດຍັງບໍ່ທັນຊັດເຈນ.
ນາຍ ດໍໂນລ ທຣຳ ປະທານາທິບໍດີສະຫະລັດ ໄດ້ອອກໂຖທ່ານຢືນຢັນກັບຜູ້ສື່ຂ່າວ ທີ່ສະໜາມບິນສາກົນ ຈອນ ເອຟ. ເຄນນີດີ ໃນລັດນິວຢອກ ຫຼັງຈາກເຂົ້າຊົມການແຂ່ງຂັນບ້ວງ NBA ນັດຊິງຊະນະເລີດ ໂດຍລະບຸວ່າ “ນັກບິນທັງສອງຄົນປອດໄພດີ ຢ້ຳວ່າບໍ່ມີໃຜໄດ້ຮັບບາດເຈັບ ແລະ ທາງທຳເນີຍຂາວຈະມີການອອກລາຍງານຢ່າງເປັນທາງການຕາມມາ.”
ຢ່າງໃດກໍ່ຕາມ ຈົນເຖິງຂະນະນີ້ ທັງກະຊວງກາລະຫານ (ເພັນຕາກອນ) ແລະ ກອງບັນຊາການກາງສະຫະລັດ (CENTCOM) ຍັງບໍ່ໄດ້ເປີດເຜີຍສາເຫດທີ່ແນ່ຊັດວ່າ ເຮລິຄອບເຕີອາປາເຊລຳດັ່ງກ່າວຖືກໂຈມຕີໂດຍກຳລັງອີຣ່ານ, ປະສົບປັນຫາທາງດ້ານເຕັກນິກ ຫຼື ເກີດຈາກສະພາບດິນຟ້າອາກາດ ໂດຍເຮລິຄອບເຕີຮຸ່ນນີ້ຖືເປັນກຳລັງຫຼັກຂອງສະຫະລັດໃນປະຕິບັດການປິດລ້ອມ ແລະ ສະກັດກັ້ນເຮືອຂົນສົ່ງນ້ຳມັນດິບຂອງອີຣ່ານ ເພື່ອກົດດັນໃຫ້ລັດຖະບານເຕຫະຣານຍອມລົງນາມໃນຂໍ້ຕົກລົງສັນຕິພາບ.
ເຫດການດັ່ງກ່າວເກີດຂຶ້ນພຽງໜຶ່ງວັນຫຼັງຈາກທີ່ອີຣ່ານ ແລະ ອິດສະຣາເອນໄດ້ປະກາດ “ຢຸດຍິງຊົ່ວຄາວ” ຕາມຄຳຮ້ອງຂໍຂອງສະຫະລັດ ຫຼັງຈາກທີ່ທັງສອງຝ່າຍໄດ້ເປີດສະໜາມໃຊ້ອາວຸດໜັກຄັ້ງໃຫຍ່ທີ່ສຸດ ໂດຍອີຣ່ານຍິງຂີບໜາວຖ່ຽມໃສ່ອິດສະຣາເອນເພື່ອແກ້ແຄ້ນໃຫ້ກຸ່ມຮິດບອລລາ ກ່ອນທີ່ອິດສະຣາເອນຈະໂຕ້ກັບດ້ວຍການທຳລາຍລະບົບປ້ອງກັນໄພທາງອາກາດ ແລະ ໂຮງງານປີໂຕຣເຄມີທີ່ໃຊ້ຜະລິດຂີບໜາວຂອງອີຣ່ານ ແລະ ອີຣ່ານກໍ່ສວນກັບດ້ວຍການຍິງຖ່ຽມໃສ່ນິຄົມອຸດສາຫະກຳໃນເມືອງໄຮຟາຂອງອິດສະຣາເອນ.
ສົງຄາມລະຫວ່າງສະຫະລັດ-ອິດສະຣາເອນ ກັບ ອີຣ່ານ ທີ່ລຸກໄໝ້ຂຶ້ນຕັ້ງແຕ່ຊ່ວງທ້າຍເດືອນກຸມພາ ໄດ້ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ເສດຖະກິດໂລກ ລາຄາພະລັງງານພຸ່ງສູງຂຶ້ນ ແລະ ລາຄາສິນຄ້າອຸປະໂພກບໍລິໂພກຈຳເປັນລວມທັງອາຫານແພງຂຶ້ນທົ່ວໂລກ ເນື່ອງຈາກອີຣ່ານຍັງສືບຕໍ່ປິດກັ້ນການເດີນເຮືອຜ່ານຊ່ອງແຄບຮໍໂມຊ ຊຶ່ງເປັນເສັ້ນທາງຂົນສົ່ງນ້ຳມັນດິບ ແລະ ແກ໊ສທຳມະຊາດເຫຼວ ປະມານ 1 ໃນ 5 ຂອງໂລກ.
ທຣຳສະແດງຄວາມເຊື່ອໝັ້ນວ່າ ສະຫະລັດໃກ້ຈະບັນລຸຂໍ້ຕົກລົງຄັ້ງໃຫຍ່ກັບອີຣ່ານໄດ້ພາຍໃນ 2-3 ວັນນີ້ ໂດຍລະບຸວ່າ “ພວກເຮົາຢູ່ໃກ້ກັບຂໍ້ຕົກລົງທີ່ເຂັ້ມແຂງຫຼາຍແລ້ວ ຖ້າພວກເຮົາເລືອກທີ່ຈະໄປທຳລາຍຕໍ່ອີກສັກ 2-3 ອາທິດ ຊຶ່ງເຮັດໄດ້ງ່າຍຫຼາຍ ອີຣ່ານຈະບໍ່ເຫຼືອຫຍັງເລີຍ ແຕ່ຊ່ອງແຄບຮໍໂມຊກໍ່ຈະຕ້ອງປິດໄປອີກຫຼາຍເດືອນ ແລະ ຜູ້ຄົນຈະຕ້ອງລົ້ມຕາຍເປັນຈຳນວນຫຼາຍ ຊຶ່ງຜົມບໍ່ຢາກໃຫ້ເກີດເລື່ອງແບບນັ້ນ.”
ປັດຈຸບັນ ການເຈລະຈາທີ່ມີປາກີສະຖານເປັນຕົວກາງຫຼັກຍັງຄົງຕິດຂັດ ເນື່ອງຈາກສະຫະລັດຕ້ອງການໃຫ້ອີຣ່ານທຳລາຍຄັງຢູເຣນຽມເສີມສະໝຣັດທະນະພາບສູງທັງໝົດ ແຕ່ອີຣ່ານປະຕິເສດ ແລະ ຍື່ນເງື່ອນໄຂໃຫ້ຍົກເລີກການຄວ່ຳບາດລະຫວ່າງປະເທດ ລວມທັງປ່ອຍອາຍັດຊັບສິນມູນຄ່າຫຼາຍພັນລ້ານໂດລາ ແລະ ຮັບຮູ້ສິດໃນການຄວບຄຸມຊ່ອງແຄບຮໍໂມຊຂອງອີຣ່ານ.
ສຳນັກຂ່າວ Axios ລາຍງານວ່າ ທຣຳໄດ້ໂທຕລົງໂດຍກົງຫາທ່ານ ເບນຈາມິນ ເນຕານຢາຮູ ນາຍົກລັດຖະມົນຕີອິດສະຣາເອນ ເພື່ອເຕືອນວ່າຫາກອິດສະຣາເອນເລືອກທີ່ຈະເປີດສະໜາມສົງຄາມເຕັມຮູບແບບກັບອີຣ່ານອີກຄັ້ງ ອິດສະຣາເອນອາດຈະຕ້ອງສູ້ຢ່າງໂດດດ່ຽວ ໂດຍທຣຳກ່າວວ່າ “ບີບີ (ຊື່ຫຼ້ນຂອງເນຕານຢາຮູ) ທ່ານຕ້ອງລະວັງໃຫ້ດີ ຖ້າບໍ່ດັ່ງນັ້ນທ່ານອາດຈະຕ້ອງສູ້ພຽງລຳພັງໃນໄວໆນີ້.” ດ້ານສຳນັກຂ່າວ Tasnim ຂອງອີຣ່ານ ລາຍງານອ້າງແຫຼ່ງຂ່າວທາງທະຫານວ່າ ກອງທັບອີຣ່ານພ້ອມທຳສົງຄາມໄລຍະຍາວ ແລະ ພ້ອມໂຈມຕີຖານຜົນປະໂຫຍດຂອງສະຫະລັດໃນຕາເວັນອອກກາງທັນທີຫາກຖືກຄຸກຄາມ.
ຂະນະດຽວກັນ ສະຖານະການໃນເລບານອນຍັງຄົງວິກິດ ລ່າສຸດກອງທັບອິດສະຣາເອນໄດ້ອອກຄຳສັ່ງດ່ວນໃຫ້ປະຊາຊົນອົບພະຍົບອອກຈາກເມືອງ ໄທ ເມືອງທ່າທາງໃຕ້ຂອງເລບານອນ ລວມທັງເຂດທີ່ຢູ່ອາໄສຂອງຊາວຄຣິດ ທີ່ບໍ່ເຄີຍຖືກໂຈມຕີມາກ່ອນ ໂດຍອິດສະຣາເອນອ້າງວ່າກຸ່ມຮິດບອລລາແຊກຊຶມຢູ່ໃນກຸ່ມຜູ້ລີ້ໄພຊາວຊີອາທີ່ໜີລະເບີດມາຍັງເຂດດັ່ງກ່າວ ເຖິງວ່າກອງທັບເລບານອນຈະສົ່ງກຳລັງເຂົ້າຕຶງພື້ນທີ່ໃນເຂດຊາວຄຣິດເພື່ອຢືນຢັນວ່າບໍ່ມີກຳລັງຕິດອາວຸດຢູ່ກໍ່ຕາມ ແຕ່ອິດສະຣາເອນຢ້ຳຊັດວ່າຈະເລີ່ມປະຕິບັດການກວາດລ້າງກຸ່ມກໍ່ການຮ້າຍໃນພື້ນທີ່ດັ່ງກ່າວໃນໄວໆນີ້.
ຂ່າວຈາກ: Reuters





