ຍີ່ປຸ່ນກຳລັງນຳໝີໂຕໜຶ່ງທຳຮ້າຍປະຊາຊົນ ແລະ ໜ້າປະຫຼາດໃຈຫຼາຍທີ່ມັນໄດ້ໜີອອກຈາກໂຮງງານດ້ວຍຕົວມັນເອງ

Must read

ເຈົ້າໜ້າທີ່ຍີ່ປຸ່ນລະດົມກຳລັງຕຳຫຼວດ, ນາຍພານ ແລະ ໂດຣນ ຄົ້ນຫາໝີສີນ້ຳຕານທີ່ທຳຮ້າຍປະຊາຊົນ 4 ຄົນໄດ້ຮັບບາດເຈັບໃນເມືອງຟູກຸຊິມະ ຫຼັງໝີຕົວດັ່ງກ່າວໜີຈາກໂຮງງານເອເລັກໂຕຣນິກໄດ້ ໂດຍຄາດວ່າໃຊ້ວິທີປົດລ໋ອກ ແລະ ເປີດໜ້າຕ່າງຈາກດ້ານໃນດ້ວຍຕົນເອງ ຂະນະທີ່ນາຍົກເທດສະບານເມືອງຟູກຸຊິມະລະບຸວ່າເປັນໝີທີ່ “ສະຫຼາດຢ່າງຍິ່ງ”


ຄວາມຄືບໜ້າເຫດການໃນເມືອງຟູກຸຊິມະ: ເຈົ້າໜ້າທີ່ຕຳຫຼວດ, ພານທ້ອງຖິ່ນ ແລະ ທີມຄົ້ນຫາໄດ້ຂະຫຍາຍພື້ນທີ່ໄລ່ລ່າໝີປ່າຂະໜາດປະມານ 1 ແມັດ ຊຶ່ງຍັງຄົງໜີລອຍນວນຢູ່ຈົນຮອດວັນນີ້ (5 ມິ.ຖ.) ຫຼັງຈາກທີ່ມັນໄດ້ທຳຮ້າຍຮ່າງກາຍປະຊາຊົນໄດ້ຮັບບາດເຈັບ 4 ຄົນ.

ເຫດການເລີ່ມຂຶ້ນຕັ້ງແຕ່ຊ່ວງເຊົ້າຕຣູ່ຂອງວັນທີ 2 ມິ.ຖ. ໝີຕົວດັ່ງກ່າວໄດ້ບຸກເຂົ້າໄປໃນໂຮງງານຜະລິດຊິ້ນສ່ວນເຫຼັກ “ຟູກຸຊິມະ ສຕີລ ເວີກສ໌” ໃນຍ່ານຊາຊາກິໂນ ແລະ ໄດ້ທຳຮ້າຍພະນັກງານ 2 ຄົນ. ຕໍ່ມາໃນວັນພຸດ ກ້ອງວົງຈອນປິດສາມາດບັນທຶກຮູບໄດ້ຂະນະທີ່ໝີກຳລັງໄລ່ ແລະ ຂ້ຳພະນັກງານໃນລາດຈອດລົດຂອງບໍລິສັດອີກແຫ່ງໜຶ່ງ ກ່ອນທີ່ຈະມີພົນລະເຮືອນດີຂັບລົດພຸ່ງເຂົ້າໃສ່ເພື່ອຊ່ວຍຊີວິດ ເຮັດໃຫ້ໝີຕົກໃຈແລ່ນໜີເຂົ້າໄປໃນອາຄານສຳນັກງານ ແລະ ທຳຮ້າຍຄົນເພີ່ມ ລວມທັງບຸກໄປທຳຮ້າຍປະຊາຊົນທີ່ເຮືອນພັກໃກ້ຄຽງ ສົ່ງຜົນໃຫ້ມີຜູ້ໄດ້ຮັບບາດເຈັບລວມ 4 ຄົນ ອາຍຸລະຫວ່າງ 20-80 ປີ ບາດແຜຮຸນແຮງທີ່ສຸດຮອດຂັ້ນກະດູກໃບໜ້າຫັກ ແຕ່ໂຊກດີທີ່ບໍ່ມີຜູ້ໃດເສຍຊີວິດ.

ຫຼັງຈາກກໍ່ເຫດ ໝີປ່າໄດ້ໜີເຂົ້າໄປຊ່ອນຕົວຢູ່ພາຍໃນໂຮງງານຂອງບໍລິສັດເອເລັກໂຕຣນິກ “ໂອກິ ຊິມໂຟ-ເຕັກ” ຊຶ່ງພະນັກງານໃນໂຮງງານຕ່າງພາກັນປະຫຼາດໃຈທີ່ໄດ້ເຫັນໝີຕົວນີ້ໃຊ້ຕີນໜ້າ “ໝູນເປີດກ໋ອກນ້ຳດື່ມນ້ຳເອງ.” ທາງເຈົ້າໜ້າທີ່ຈຶ່ງໄດ້ນຳກົງດັກໝີມາຕິດຕັ້ງໄວ້ທີ່ທາງເຂົ້າ 4 ຈຸດ ພ້ອມຈັດກຳລັງເຈົ້າໜ້າທີ່ພ້ອມປືນຢາສະລົບເຂົ້າປິດລ້ອມ.

ກ່ອນທີ່ເຖິງເວລາປະມານ 22.50 ໂມງ ຂອງຄືນວັນພຸດ ເຈົ້າໜ້າທີ່ຕຳຫຼວດທີ່ເຝົ້າຢາມໄດ້ເຫັນໝີຕົວດັ່ງກ່າວໄຕ່ຂ້າມຮົ້ວກັ້ນອອກໄປ. ເມື່ອເຂົ້າກວດສອບພາຍໃນໂຮງງານຢ່າງລະອຽດ ກໍ່ພົບຮ່ອງຮອຍກ່ຽວ(ເກີບ)ຂູດຂີດຮອບໆຕົວລ໋ອກໜ້າຕ່າງ ແລະ ພົບຕາຫນ່າງກົ້ວລວດຂາດ ຄາດວ່າໝີຕົວນີ້ໃຊ້ອຸ້ງຕີນ “ເອື້ອມໄປປົດສາຍລ໋ອກໜ້າຕ່າງແລ້ວດັນເປີດອອກເພື່ອໜີດ້ວຍຕົນເອງ.”

ໃນການແຖລງຂ່າວສຸກເສີນວັນທີ 4 ມິ.ຖ. ທ່ານ ຢູກິ ບາບະ ນາຍົກເທດສະບານເມືອງຟູກຸຊິມະ ເປີດເຜີຍວ່າ ເຈົ້າໜ້າທີ່ໄດ້ຍິງລູກດອກຢາສະລົບໃສ່ໝີຕົວນີ້ແລ້ວ ແຕ່ບໍ່ເຂົ້າໃຈວ່າເຫດໃດຕົວຢາຈຶ່ງບໍ່ສົ່ງຜົນກະທົບໃດໆຕໍ່ກັບໝີຕົວນີ້ເລີຍ. “ພວກເຮົາໄດ້ເຫັນໝີຕົວນີ້ໃຊ້ຕີນໜ້າເປີດກ໋ອກນ້ຳດື່ມນ້ຳ ແລະ ມັນຍັງສາມາດເປີດໜ້າຕ່າງທີ່ລ໋ອກຢູ່ໄດ້ດ້ວຍຕົນເອງ ຂ້ອຍເຊື່ອວ່າມັນເປັນໝີທີ່ສະຫຼາດຫຼ້ຽວລ້ຽວຢ່າງພິເສດ” ພ້ອມສະແດງຄວາມເສຍໃຈທີ່ຈັບກຸມມັນບໍ່ສຳເລັດ.

ນອກຈາກນີ້ ເຖິງວ່າໃນໄລຍະຜ່ານມາ ຍີ່ປຸ່ນໄດ້ປັບປຸງກົດໝາຍຄວບຄຸມອາວຸດປືນທີ່ເຄັ່ງຄັດ ເພື່ອອະນຸຍາດໃຫ້ເຈົ້າໜ້າທີ່ສາມາດຍິງສັງຫານສັດອັນຕະລາຍໃນເຂດຊຸມຊົນໄດ້ໃນສະຖານະການສຸກເສີນ ແຕ່ໃນກໍລະນີນີ້ເຈົ້າໜ້າທີ່ບໍ່ສາມາດໃຊ້ປືນຈິງຍິງໄດ້ ເນື່ອງຈາກພາຍໃນໂຮງງານເອເລັກໂຕຣນິກດັ່ງກ່າວມີ “ວັດຖຸໄວໄຟ” ຈຳນວນຫຼາຍ ຊຶ່ງສ່ຽງຕໍ່ການເກີດລະເບີດ.

ຜົນກະທົບຈາກການໜີຂອງໝີຕົວນີ້ ເຮັດໃຫ້ໂຮງຮຽນປະຖົມ ແລະ ມັດທະຍົມຕົ້ນໃນພື້ນທີ່ໃກ້ຄຽງຕ້ອງສັ່ງປິດການຮຽນການສອນຊົ່ວຄາວ ແລະ ປ່ຽນໄປຮຽນອອນລາຍແທນ ກ່ອນຈະກັບມາເປີດຮຽນຕາມປົກກະຕິໃນວັນສຸກ ໂດຍໂຮງຮຽນສັ່ງເພີ່ມມາດຕະການຮັກສາຄວາມປອດໄພຂັ້ນສູງສຸດ ລ໋ອກປະຕູ ແລະ ໜ້າຕ່າງຊັ້ນລຸ່ມທັງໝົດຢ່າງແໜ້ນໜາ.

ທັງນີ້ ຂໍ້ມູນລະບຸວ່າໃນໄລຍະປີທີ່ຜ່ານມາ ນັບຮອດເດືອນມີນາ ຍີ່ປຸ່ນປະເຊີນກັບວິກິດໝີທຳຮ້າຍຄົນສູງເປັນປະຫວັດການ ໂດຍມີຜູ້ເສຍຊີວິດສູງຮອດ 13 ຄົນ ແລະ ມີເຫດການໝີຈູ່ໂຈມຮຸນແຮງເຖິງ 238 ຄັ້ງ ຊຶ່ງຖືເປັນສະຖິຕິທີ່ສູງທີ່ສຸດເທົ່າທີ່ຜ່ານມາ ໂດຍຜູ້ຊ່ຽວຊານຄາດວ່າ ປັດໄຈສຳຄັນເກີດຈາກການຫຼຸດລົງຂອງປະຊາກອນໃນເຂດຊົນນະບົດ ປະກອບກັບບັນຫາການປ່ຽນແປງສະພາບດິນຟ້າອາກາດ ທີ່ສົ່ງຜົນກະທົບຕໍ່ແຫຼ່ງອາຫານຂອງໝີໃນປ່າ ເຮັດໃຫ້ພວກມັນຕ້ອງເຂົ້າມາຫາກິນໃນເຂດຊຸມຊົນເມືອງຫຼາຍຂຶ້ນ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article