ວັນທີ 28 ພຶດສະພາ 2026 ຢູ່ທີ່ດ່ານ ສາກົນແດນສະຫວັນ-ລາວບາວ ແຂວງສະຫວັນນາເຂດ, ເຈົ້າໜ້າທີ່ ປກສ ແຂວງຈຳປາສັກ ໄດ້ປະສານສົມທົບກັບ ເຈົ້າໜ້າທີ່ພະແນກຕຳຫຼວດກວດຄົນເຂົ້າ-ອອກເມືອງ ປະຈຳດ່ານສາກົນແດນສະຫວັນ-ລາວບາວ ແຂວງສະຫັວັນນະເຂດ ມອບຜູ້ຖືກຫາສັນຊາດຫວຽດນາມຜູ້ຖືກຫາ ຈໍານວນ 15 ຄົນ ຍີງ 4 ຄົນ ໃຫ້ເຈົ້າໜ້າທີ່ ສສ ຫວຽດນາມ ເພື່ອນຳຕົວກັບຄືນປະເທດ ໃນສະຖານຄວາມຜິດ ເຂົ້າອອກເມືອງ ບໍ່ຖືກຕ້ອງ ຕາມກົດໝາຍ.

ໃນພິທີໄດ້ມີການເຊັນບົດບັນທຶກມອບ-ຮັບຜູ້ຖືກຫາຢ່າງ້ປັນທາງການ, ຝ່າຍລາວມີ ພັທ ຄຳພູຄອນ ບົວທິພັນຮອງຫົວໜ້າຫ້ອງສັນຕິບານ ປກສ ແຂວງຈຳປາສັກ, ພັທ ວິລະສັນ ຮອງພະແນກຕຳຫຼວດຄຸ້ມຄອງຄົນຕ່າງປະເທດ ປກສ ແຂວງ ຈຳປາສັກ, ຮອ ຄຳພູ ອິນທິລາດ ວີຊາການ ປະຈຳດ່ານສາກົນ ແດນສະຫວັນ-ລາວບາວ ແຂວງສະຫັວນນະເຂດ ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງ, ຝ່າຍ ຫວຽດນາມ ນຳໂດຍ ທ່ານ ຫວຽນ ວັນຮຶງ ຕ່າງໜ້າກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ປະຈຳນະຄອນປາກເຊ ແຂວງຈຳປາສັກ, ມີທ່ານ ຫວຽນ ດິງຟຸງ ຫົວໜ້າທະຫານຊາຍແດນ ດ່ານສາກົນ ລາວບາວ ແຂວງກວາງຈິ ພ້ອມຄະນະ ເຂົ້າຮ່ວມ.

ຜູ້ຖືກຫາຈໍານວນ 15 ຄົນ ຍິງ 4 ຄົນ ໄດ້ ເຂົ້າ-ອອກເມືອງ ບໍ່ຖືກຕ້ອງຕາມກົດໝາຍ ໃນນີ້ ມີ:
1. ທ້າວ ເຕີນ ງ໋ອກຕ໋ານ. ອາຍຸ 24 ປິ ,ອາຊີບກຳມະກອນ ຢູ່ເມືອງລາວກາຍ, ແຂວງລາວກາຍ.
2. ນາງ ເລຫງຽນ ມີຮັງ , ອາຍຸ 35 ປີ, ອາຊີບກຳມະກອນ ເມືອງເລກວາງເຟືອງ ແຂວງ ໂຮ່ຈິມີນ.
3. ທ້າວ ຫວຽນ ຮຸຍຮວງ, ອາຍຸ 36 ປີ, ອາຊີບກຳມະກອນ, ເມືອງເລເລ໋ຍ ,ແຂວງບັກດິງ.
4. ນາງ ຫຽງນ ທິຈາງ , ອຍຸ 20 ປີ, ອາຊີບກຳມະກອນ, ເມືອງເຮື່ອງທຸຍ, ແຂວງເງະອານ.
5. ທ້າວ ເລເເມັງເຈືອງ ອາຍຸ 23 ປີ, ອາຊີບ ກຳມະກອນ, ແຂວງ ຟູ໋ທໍ້.
6. ທ້າວ ວໍວັນກວາງ ອາຍຸ 25 ປີ ອາຊີບ ກຳມະກອນ ຢຸ່ເມືອງ ຊຸຍຕຽນ ແຂວງ ຮ່ານາ.
7. ນາງ ບຸຍທິຖາຍຢີ ອາຍຸ 18 ປີ, ອາຊີບກຳມະກອນ ແຂວງ ບິງເຟືອກ.
8. ນາງ ຫງຽນ ຮ່ວງກິມ ອາຍຸ 33 ປີ, ອາຊີບ ກຳມະກອນ ແຂວງ ເຕີຍນິງ.
9. ທ້າວ ຢາເຍິດ ອາຍຸ 23 ປີ ເມືອງ ເຕິນດິນ, ແຂວງ ບິງທວນ.
10. ທ້າວ ດິງວັນດຶກ ອາຍຸ 20 ປີ ອາຊີບ ກຳມະກອນ ເມືອງ ໂຮ່ຈີມິນ ແຂວງ ໂຮ່ຈີມິນ.
11. ທ້າວ ທັດບິງ ອາຍຸ 21 ປີ, ອາຊີບ ກຳມະກອນ ແຂວງຈາບິງ.
12. ທ້າວ ຟາມ ຈິບາວ ອາຍຸ 28 ປີ, ອາຊີບ ກາມະກອນ ເມືອງ ຮອບເບິ ແຂວງຍະລາຍ.
13. ທ້າວ ຫງຽນກວກທໍາ ອາຍຸ 31 ປີ, ເຊື້ອຊາດ-ສັນຊາດ ຫວຽດນາມ ເມືອງ ລອງອານ, ແຂວງ ໂຮ່ຈິມິນ.
14. ທ້າວ ແທວດິງເກືອງ ອາຍຸ 33 ປີ, ອາຊີບກາມະກອນ ເມືອງ ຈ້ຽນເຊິນ, ແຂວງ ແທງຮົວ.
15. ທ້າວ ຫງຽນຫຼິງ ອາຍຸ 26 ປີ, ອາຊີບກາມະກອນ ແຂວງລອງອານ.
ຂ່າວ: ປກສ ແຂວງຈຳປາສັກ





