
ກະຊວງສາທາລະນະສຸກລາວ ຍົກລະດັບການເຝົ້າລະວັງພະຍາດອີໂບລາ (Ebola) ຢ່າງໃກ້ຊິດ ຫຼັງອົງການອະນາໄມໂລກປະກາດເປັນພາວະສຸກເສີນ. ເຖິງວ່າລາວຈະມີຄວາມສ່ຽງຕໍ່າ ແຕ່ກໍໄດ້ວາງມາດຕະການເຂັ້ມງວດ ໃຫ້ຜູ້ເດີນທາງຈາກເຂດສ່ຽງຕິດຕາມອາການ 21 ວັນ ເພື່ອສະກັດກັ້ນການລະບາດເຂົ້າສູ່ປະເທດຢ່າງທັນທ່ວງທີ.
ເພື່ອຮັບປະກັນຄວາມປອດໄພຂອງປະຊາຊົນລາວ, ທ່ານ ພອນປະດິດ ສັງໄຊຍະລາດ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ອອກມາຖະແຫຼງການເພື່ອສ້າງຄວາມເຂົ້າໃຈ ແລະ ກຽມຄວາມພ້ອມ ໂດຍທ່ານໄດ້ກ່າວເນັ້ນໜັກວ່າ: “ເຖິງແມ່ນວ່າການລະບາດຂອງພະຍາດອາດຈະຢູ່ຫ່າງໄກກັບພວກເຮົາ ແຕ່ພວກເຮົາຕ້ອງມີການກະກຽມຄວາມພ້ອມເພື່ອເຝົ້າລະວັງ ແລະ ຮັບມືຕໍ່ການລະບາດທີ່ເກີດຂຶ້ນຢູ່ທະວີບອາຟຣິກາ”
ພະຍາດອີໂບລາເປັນພະຍາດອັນຕະລາຍທີ່ເຄີຍລະບາດໜັກໃນປີ 2014-2016 ເຊິ່ງສາມາດຕິດຕໍ່ຈາກສັດສູ່ຄົນ ແລະ ຈາກຄົນສູ່ຄົນໂດຍຜ່ານການສຳຜັດກັບສານຄັດຫຼັ່ງ ໂດຍຜູ້ປ່ວຍຈະມີອາການໄຂ້, ໄອ, ຖອກທ້ອງ ແລະ ເລືອດອອກ ເຊິ່ງມີອັດຕາການເສຍຊີວິດສູງເຖິງ 50 ຫາ 90% ທັງຍັງເປັນພະຍາດທີ່ຍັງບໍ່ມີວັກຊີນ ຫຼື ຢາປິ່ນປົວສະເພາະໃນປັດຈຸບັນ.
ທາງກົມຄວບຄຸມພະຍາດຕິດຕໍ່ຈຶ່ງໄດ້ຮ່ວມມືກັບອົງການອະນາໄມໂລກ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອປະເມີນຄວາມສ່ຽງ ເຊິ່ງເຖິງແມ່ນວ່າຈະປະເມີນໃຫ້ປະເທດລາວຢູ່ໃນກຸ່ມທີ່ມີຄວາມສ່ຽງຕໍ່າ ແຕ່ການວາງມາດຕະການປ້ອງກັນລ່ວງໜ້າແມ່ນສິ່ງຈຳເປັນທີ່ສຸດ.
ທ່ານ ພອນປະດິດ ໄດ້ກ່າວຕື່ມວ່າ: “ເຖິງວ່າຄວາມສ່ຽງຕໍ່າ ແຕ່ພວກເຮົາກໍຈະຕ້ອງໄດ້ວາງມາດຕະການຮອງຮັບ ໂດຍມີມາດຕະການແນະນຳຜູ້ຈະເດີນທາງໄປເຂດສ່ຽງຈະຕ້ອງລາຍງານຕົວໃຫ້ແກ່ທາງກະຊວງສາທາລະນະສຸກ”
ນອກຈາກນີ້, ຜູ້ທີ່ເດີນທາງກັບມາຈາກເຂດສ່ຽງ ຈະຕ້ອງໄດ້ເຝົ້າລະວັງ ແລະ ຕິດຕາມອາການຕົນເອງຢ່າງໃກ້ຊິດ ຖ້າຫາກພົບວ່າມີອາການສົງໄສ ຫຼື ເຈັບປ່ວຍພາຍໃນ 21 ວັນ ແມ່ນຕ້ອງຮີບແຈ້ງມາຍັງກະຊວງສາທາລະນະສຸກທັນທີ ເພື່ອເຂົ້າສູ່ຂະບວນການຄວບຄຸມ ແລະ ປິ່ນປົວຢ່າງຖືກຕ້ອງ ຮັບປະກັນບໍ່ໃຫ້ເກີດການແຜ່ລະບາດພາຍໃນປະເທດຢ່າງເດັດຂາດ.
ສະຖານະການລະບາດຂອງພະຍາດອີໂບລາໃນທະວີບອາຟຣິກາກຳລັງເປັນທີ່ຈັບຕາເບິ່ງຂອງທົ່ວໂລກ ພາຍຫຼັງທີ່ຜູ້ອຳນວຍການໃຫຍ່ຂອງອົງການອະນາໄມໂລກ (WHO) ໄດ້ປະກາດຢ່າງເປັນທາງການໃນວັນທີ 16 ພຶດສະພາ 2026 ໃຫ້ການລະບາດຄັ້ງນີ້ເປັນພາວະສຸກເສີນດ້ານສາທາລະນະສຸກລະດັບສາກົນ.
ຈາກຂໍ້ມູນຫຼ້າສຸດໃນວັນທີ 21 ພຶດສະພາ 2026, ພົບວ່າມີກໍລະນີສົງໄສຕິດເຊື້ອແລ້ວທັງໝົດ 746 ກໍລະນີ ແລະ ເສຍຊີວິດແລ້ວ 176 ກໍລະນີ ໂດຍສະເພາະໃນປະເທດກົງໂກທີ່ມີຜູ້ຕິດເຊື້ອທີ່ໄດ້ຮັບການຢັ້ງຢືນ 85 ກໍລະນີ ແລະ ເສຍຊີວິດ 10 ກໍລະນີ, ຂະນະທີ່ປະເທດອູການດາກໍພົບຜູ້ຕິດເຊື້ອ 2 ກໍລະນີ ແລະ ເສຍຊີວິດ 1 ກໍລະນີ.
ຕໍ່ກັບສະພາບການດັ່ງກ່າວ ຫຼາຍປະເທດໃນພາກພື້ນອາຊີໄດ້ເລີ່ມວາງມາດຕະການຈຳກັດບໍລິເວນຜູ້ທີ່ເດີນທາງມາຈາກທະວີບອາຟຣິກາແລ້ວ.
ວິທີສັງເກດ:
1. ການຕິດຕໍ່
ໄວຣັສອີໂບລາ ບໍ່ໄດ້ ຕິດຕໍ່ກັນທາງອາກາດ (ເຊັ່ນ ການໄອ ຫຼື ຈາມໃສ່ກັນຄືກັບໄຂ້ຫວັດ), ແຕ່ຈະຕິດຕໍ່ຜ່ານ:
- ການສຳຜັດໂດຍກົງ ກັບທາດແຫຼວໃນຮ່າງກາຍຂອງຜູ້ຕິດເຊື້ອ ເຊັ່ນ: ເລືອດ, ນ້ຳລາຍ, ເຫື່ອ, ປັດສະວະ, ອຸຈຈະວະ, ຫຼື ນ້ຳອະສຸຈິ.
- ການສຳຜັດກັບສິ່ງຂອງທີ່ປົນເປື້ອນ ເຊັ່ນ: ເຂັມສັກຢາ, ເຄື່ອງນອນ, ຫຼື ເຄື່ອງນຸ່ງຂອງຜູ້ປ່ວຍ.
- ການສຳຜັດກັບສັດປ່າທີ່ຕິດເຊື້ອ (ເຊັ່ນ: ເປັດ, ລີງ, ຫຼື ຄ້າງຄາວແມ່ໄກ່ ເຊິ່ງເຊື່ອກັນວ່າເປັນພາຫະນະນຳເຊື້ອຕາມທໍາມະຊາດ) ໂດຍຜ່ານການລ່າ, ການຊຳແຫຼະ ຫຼື ການກິນຊີ້ນສັດປ່າທີ່ປຸງແຕ່ງບໍ່ສຸກ.
2. ອາການຂອງພະຍາດ
ຫຼັງຈາກໄດ້ຮັບເຊື້ອປະມານ 2 ຫາ 21 ວັນ (ສະເລ່ຍ 8 ຫາ 10 ວັນ), ຜູ້ປ່ວຍຈະມີອາການສະແດງອອກ ໂດຍແບ່ງເປັນ 2 ໄລຍະ:
- ໄລຍະທຳອິດ (ຄ້າຍຄືກັບໄຂ້ຫວັດໃຫຍ່): ມີໄຂ້ຂຶ້ນສູງທັນທີທັນໃດ, ເຈັບຫົວ, ເຈັບກ້າມຊີ້ນ, ອ່ອນເພຍເພຍແຮງ, ເຈັບຄໍ.
- ໄລຍະລຸນແຮງ: ມີອາການຮາກ, ຖອກທ້ອງ (ອາດມີເລືອດປົນ), ມີຜື່ນແດງຂຶ້ນຕາມໂຕ, ແລະ ລະບົບການເຮັດວຽກຂອງຕັບ ແລະ ໝາກໄຂ່ຫຼັງຫຼຸດລົງ.
- ໄລຍະອັນຕະລາຍ: ມີເລືອດອອກຕາມເຫືອກ, ດັງ, ຕາ ຫຼື ອອກຕາມຜິວໜັງ ແລະ ອະໄວຍະວະພາຍໃນ ເຊິ່ງນຳໄປສູ່ການຊັອກ ແລະ ເສຍຊີວິດໃນທີ່ສຸດ.
3. ການປິ່ນປົວ ແລະ ການປ້ອງກັນ
ຫາກພົບຜູ້ປ່ວຍ ຕ້ອງໄດ້ຮັບການແຍກ (Isolation) ທັນທີເພື່ອບໍ່ໃຫ້ເຊື້ອແຜ່ກະຈາຍ.
- ການປິ່ນປົວ: ໃນປັດຈຸບັນຍັງບໍ່ມີຢາຕ້ານໄວຣັສທີ່ສາມາດຮັກສາໃຫ້ຫາຍຂາດໄດ້ໂດຍກົງ 100%. ການປິ່ນປົວຕົ້ນຕໍແມ່ນ ການປິ່ນປົວຕາມອາການ ແລະ ປະຄັບປະຄອງ (Supportive care) ເຊັ່ນ: ການໃຫ້ທາດແຫຼວ ແລະ ເກືອແຮ່ທາງເສັ້ນເລືອດ, ການຮັກສາລະດັບຄວາມດັນເລືອດ ແລະ ອົກຊີແຊນ.
- ວັກຊີນ: ປັດຈຸບັນມີການພັດທະນາ ແລະ ນຳໃຊ້ວັກຊີນປ້ອງກັນອີໂບລາແລ້ວ (ເຊັ່ນ ວັກຊີນ Ervebo) ເຊິ່ງໃຊ້ສັກໃຫ້ກັບກຸ່ມສ່ຽງສູງ ຫຼື ໃນພື້ນທີ່ທີ່ມີການລະບາດ.






