ທົດສະກຳຄືນເຫດການຄາດຕະກຳເສຍຊິວິດ 1 ແລະ ຮັບບາດເຈັບສາຫັດ 1 ຢູ່ບ້ານ ຫ້ວຍເຂົ້າໝີ້ນ ເມືອງຫີນບູນ ແຂວງຄຳມ່ວນ

Must read

ວັນທີ 2 ມິຖຸນາ 2026; ເຈົ້າໜ້າທີ່ພະແນກຕຳຫຼວດສືບສວນ-ສອບສວນຄະດີອາຍາ ປກສ ແຂວງຄຳມ່ວນ ໄດ້ສົມທົບກັບ ປກສ ເມືອງຫີນບູນ, ປກສ ກຸ່ມບ້ານ, ອຳນາດການປົກຄອງບ້ານ ຫ້ວຍເຂົ້າໝີ້ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ນຳຕົວຜູ້ຖືກຫາຄະດີຄາດຕະກຳ ລົງເຮັດແຜນທົດສະກຳຄືນເພື່ອປະກອບຄຳຮັບສາລະພາບ ຢູ່ສະຖານທີ່ເກີດເຫດ.

ເຈົ້າໜ້າທີ່ໄດ້ໃຫ້ຮູ້ວ່າ: ໃນເວລາປະມານ 22:00 ໂມງຂອງວັນທີ 18 ມີນາ 2026, ເຈົ້າໜ້າທີ່ ປກສ ເມືອງຫີນບູນ ໄດ້ຮັບແຈ້ງຄວາມຈາກພົນລະເມືອງດີວ່າ ມີເຫດການຄາດຕະກຳເກີດຂຶ້ນ ຢູ່ສວນຢາງພາລາເຂດບ້ານ ຫ້ວຍເຂົ້າໝີ້ນ ເມືອງຫີນບູນ ແຂວງຄຳມ່ວນ, ມີຄົນເສຍຊີວິດ 1 ຄົນ ແລະ ໄດ້ຮັບບາດເຈັບສາຫັດອີກ 1 ຄົນ.

ເຈົ້າໜ້າທີ່ໄດ້ລົງສັນລະສູດສະຖານທີ່ເກີດເຫດ ຈຶ່ງພົບເຫັນມີຜູ້ເສຍຊີວິດ 1 ຄົນ (ຮ່າງກາຍມີຮ່ອງຮອຍຖືກລູກປືນເຂົ້າທີ່ໜ້າເອິກເບື້ອງຂວາ ແລະ ຖືກແຂນເບື້ອງຊ້າຍກະດູກແຕກ ແລະ ຖືກສ່ວງເບື້ອງຊ້າຍ) ແລະ ມີຜູ້ໄດ້ຮັບບາດເຈັບສາຫັດ 1 ຄົນ (ມີບາດແຜຖືກລູກປືນເຂົ້າທີ່ຂາເບື້ອງຊ້າຍ ແລະ ທ້ອງເບື້ອງຊ້າຍ).

ຜ່ານການເກັບກຳຂໍ້ມູນຫຼັກຖານຢູ່ຈຸດເກີດເຫດ ແລະ ເອົາຄຳໃຫ້ການຈາກປະຊາຊົນທີ່ຢູ່ໄກ້ຄຽງ ຈຶ່ງຮູ້ວ່າ: ຜູ້ເສຍຊີວິດຊື່ ທ້າວ ລຳໂພ ແສງອຸທອນ, ອາຍຸ 31 ປີ, ບ້ານເກີດບ້ານຜານາງ ເມືອງມະຫາໄຊ ແຂວງຄຳມ່ວນ ບ້ານຢູ່ປັດຈຸບັນບ້ານ ຫ້ວຍເຂົ້າໝີ້ນ ເມືອງຫີນບູນ ແຂວງຄຳມ່ວນ ແລະ ຜູ້ບາດເຈັບ ຊື່ ທ້າວ ນັດ ພົມມະຈັນ ອາຍຸ 42 ປີ, ປະຊາຊົນຢູ່ບ້ານຫວ້ຍເຂົ້າໝີ້ນ.

ຕໍ່ມາເວລາປະມານ 4:00ໂມງຂອງວັນທີ 19 ມີນາ 2026 ເຈົ້າໜ້າທີ່ຕຳຫຼວດວິຊາສະເພາະຈຶ່ງໄດ້ເຂົ້າກັກຕົວຜູ້ກໍ່ເຫດມາສອບສວນ.

ຜ່ານການສອບສວນຂອງເຈົ້າໜ້າທີ່ຈຶ່ງຮູ້ໄດ້ວ່າຜູ້ກໍ່ເຫດຊື່ ທ້າວ ບຸນທະວີ ອິນທະວົງ (ຫຼື ທ້າວ ລັ່ງ) ອາຍຸ 25 ປີ, ປະຊາຊົນຢູ່ບ້ານຜານາງ ເມືອງມະຫາໄຊ ແຂວງຄຳມ່ວນ ແລະ ຜູ້ກ່ຽວໄດ້ຮັບສາລະພາບວ່າ: ໃນວັນທີ 6 ມີນາ 2026 ທ້າວ ລຳໂພ (ຜູ້ເສຍຊີວິດ) ເຊິ່ງເປັນອ້າຍເຂີຍຂອງຕົນ ໄດ້ຊວນຕົນເອງ ໄປເລື່ອຍໄມ້ຢູ່ສວນຢາງພາລາ ຢູ່ບ້ານຫ້ວຍເຂົ້າໝີ້ນ ເມືອງຫີນບູນ ແຂວງຄຳມ່ວນ, ໃນລະຫວ່າງທີ່ພັກເຊົາ ແລະ ເຮັດວຽກຮ່ວມກັນ, ແຕ່ວັນທີ 11 ຫາ 18 ມີນາ 2026 ທ້າວ ລຳໂພ ໄດ້ເອົາຢາບ້າ ໃຫ້ຕົນເອງເສບເປັນປະຈໍາ. ຮອດຄືນວັນທີ 18 ມີນາ 2026, ທັງສອງຄົນໄດ້ເກີດມີປາກສຽງຜິດຖຽງກັນ ແລະ ໄດ້ຕີກັນຢູ່ເທິງຖຽງນາ. ໃນເວລານັ້ນ, ຕົນເອງໄດ້ເຈດຕະນາຍາດເອົາປືນລູກຊອງນໍາທ້າວ ລຳໂພ ແລ້ວເກາະໄກປືນລັ່ນໃສ່ໜ້າເອິກເບື້ອງຂວາຂອງທ້າວ ລຳໂພ ຈົນລົ້ມລົງ. ຈາກນັ້ນ, ຕົນເອງກໍໄດ້ຍັດລູກປືນເຂົ້າລຳກ້ອງ ແລ້ວຍິງຊ້ຳໃສ່ທ້າວ ລຳໂພ ອີກ 1 ບາດ ຖືກແຂນເບື້ອງຊ້າຍກະດູກແຕກ ແລະ ຖືກສ່ວງເບື້ອງຊ້າຍ ເປັນເຫດເຮັດໃຫ້ທ້າວ ລຳໂພ ເສຍຊີວິດຄາທີ່.

ຫຼັງຈາກກໍ່ເຫດ, ຕົນເອງກໍ່ໄດ້ຂັບຂີ່ລົດໄຖນາເພື່ອເອົາຕົວຫຼົບໜີ ຍ້ອນຄວາມຟ້າວຟັ່ງຈຶ່ງເຮັດໃຫ້ລົດໄຖທີ່ຕົນເອງຂັບຂີ່ໄປນັ້ນໄປຕຳຕົ້ນຢາງພາລາຈົນເປ່ເພຂັບຕໍ່ໄປບໍ່ໄດ້ ຈຶ່ງໄດ້ຖືປືນຢ່າງໄປທາງສວນຢາງພາລາໄດ້ພົບເຫັນ ທ້າວ ນັດ ທີ່ກໍາລັງກີດຢາງຢູ່, ແລ້ວໃຊ້ອາວຸດປືນດັ່ງກ່າວຍິງໃສ່ ທ້າວ ນັດ ອີກ 1 ບາດ ຖືກຂາເບື້ອງຊ້າຍ ແລະ ທ້ອງເບື້ອງຊ້າຍ ເຮັດໃຫ້ໄດ້ຮັບບາດເຈັບສາຫັດ , ສ່ວນຕົນເອງແມ່ນໄດ້ເອົາຕົວຫຼົບໜີເຂົ້າປ່າ.

ການກະທຳຜິດຂອງ ທ້າວ ບຸນທະວີ ອິນທະວົງ ແມ່ນເປັນການກະທຳຜິດທາງອາຍາ ໃນຂໍ້ກ່າວຫາ: ການຄາດຕະກຳ ແລະ ການເສບ ຫຼື ມີໄວ້ໃນຄອບຄອງເພື່ອເສບ (ຢາບ້າ) , ເຊິ່ງບົ່ງໄວ້ໃນມາດຕາ 188 ແລະ ມາດຕາ 320 ຂອງປະມວນກົດໝາຍອາຍາ ປີ 2017.

ປັດຈຸບັນ, ທາງເຈົ້າໜ້າທີ່ ປກສ ແຂວງຄໍາມ່ວນ ກຳລັງຮີບຮ້ອນສືບຕໍ່ສະຫຼຸບສຳນວນຄະດີ ເພື່ອສົ່ງໃຫ້ອົງການໄອຍະການປະຊາຊົນແຂວງ ດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.

ພາບ-ຂ່າວ:ພັນຊະນະ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article