ປະຊາຊົນໄປຫາເຄື່ອງປ່າແຕ່ພົບລະເບີດບໍ່ທັນແຕກຢູ່ໃນປ່າຈຳນວນຫລາຍ

Must read

ອົງການເພື່ອມະນຸດສະທຳ ແລະ ການມີສ່ວນຮ່ວມ Humanity & Inclusion Lao PDR ລາຍງານວ່າ: ວັນທີ 8 ພຶດສະພາ ພຶດສະພາ 2026 ຜ່ານມາ ປະຊາຊົນບ້ານຜານາງ, ເມືອງຫົວເມືອງ, ແຂວງຫົວພັນ ພົບເຫັນລະເບີດບໍ່ທັນແຕກຢູ່ໃນປ່າ ໃນຂະນະອອກໄປຫາເຄື່ອງປ່າ ຈຶ່ງໄດ້ລາຍງານ ໜ່ວຍງານກ່ຽວຂ້ອງ.

ວັນທີ 8 ພຶດສະພາ 2026 ໜ່ວຍງານໂຄງການເກັບກູ້ລະເບີດ ປະຈຳເມືອງຫົວເມືອງ ແຂວງຫົວພັນ ໄດ້ໄປສຳຫລວດຕົວຈິງ ມີ ລູກປືນໃຫຍ່ 9 ລູກ, ລູກປືນຄົກ 35 ລູກ, ລູກຈະລວດ 3 ລູກ, ແລະ ຟິວລູກປືນຄົກ 2 ຟິວ ແລະ ໄດ້ທຳລາຍລະເບີດ ດັ່ງກ່າວຢ່າງປອດໄພ.

ທີ່ມາ: ໂຄງການເກັບກູ້ລະເບີດ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article