ໃນຍຸກທີ່ເຕັກໂນໂລຊີດິຈິຕອນ ແລະ ອິນເຕີເນັດໄດ້ກາຍເປັນສ່ວນໜຶ່ງທີ່ຂາດບໍ່ໄດ້ໃນຊີວິດປະຈຳວັນ, ໄພຂົ່ມຂູ່ຈາກແກ້ງສໍ້ໂກງຊັບທາງໂທລະຄົມ (Call Center) ຫຼື ອາຊະຍາກຳທາງເຕັກໂນໂລຊີ ໄດ້ຂະຫຍາຍຕົວຢ່າງວ່ອງໄວ ແລະ ກາຍເປັນໜຶ່ງໃນໄພຄຸກຄາມທີ່ຮ້າຍແຮງທີ່ສຸດຕໍ່ຄວາມໝັ້ນຄົງຂອງຊາດ, ເສດຖະກິດ ແລະ ສັງຄົມໃນທົ່ວໂລກ ລວມທັງ ສປປ ລາວ.

ພາຍໃຕ້ການນໍາພາຂອງພັກ ແລະ ລັດຖະບານ ສປປ ລາວ ໄດ້ຮັບຮູ້ຄວາມຄວາມອັນຕະລາຍຮ້າຍແຮງຂອງໄພດັ່ງກ່າວ ແລະ ໄດ້ດໍາເນີນການຢ່າງຈິງຈັງ-ຕໍ່ເນື່ອງ ໃນການປ້ອງກັນ, ສະກັດກັ້ນ ແລະ ຕ້ານໄພຂົ່ມຂູ່ຈາກກຸ່ມແກ້ງອາຊະຍາກຳທາງໂທລະຄົມ ໂດຍສະເພາະ ກະຊວງ ປກສ ກໍຄື ເຈົ້າໜ້າທີ່ຕຳຫຼວດວິຊາສະເພາະແມ່ນໄດ້ເອົາໃຈໃສ່ເຂົ້າໃນການຕິດຕາມກວດກາ ແລະ ສະກັດກັ້ນບັນດາກຸ່ມອາຊະຍາກຳທາງເຕັກໂນໂລຊີ ຫຼື ແກ້ງສໍ້ໂກງຊັບທາງໂທລະຄົມ ທີ່ລັກລອບເຂົ້າມາເຄື່ອນໄຫວຜິດກົດໝາຍຢູ່ ສປປ ລາວ.

ຕະຫຼອດໄລຍະຜ່ານມາ, ລັດຖະບານ ສປປ ລາວ ກໍຄື ກະຊວງປ້ອງກັນຄວາມສະຫງົບ ແລະ ໜ່ວຍງານທີ່ກ່ຽວຂ້ອງໄດ້ສຸມໃສ່ສະກັດກັ້ນ ແລະ ແກ້ໄຂຢ່າງຈິງຈັງ-ຕໍ່ເນື່ອງໃນຫຼາຍພື້ນທີ່ສໍາຄັນ ເປັນຕົ້ນ: ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມຄໍາ, ແຂວງບໍ່ແກ້ວ ແລະ ແຂວງສະຫວັນນະເຂດ ສາມາດກັກຕົວຜູ້ຖືກຫາໄດ້ຫຼາຍພັນຄົນ ເຊິ່ງຖືເປັນຜົນງານອັນພົ້ນເດັ່ນໃນການປາບປາມອາດຊະຍາກຳທາງໄຊເບີໃນຍຸກປັດຈຸບັນ.

ຜ່ານການລົງປະຕິບັດວຽກງານວິຊາສະເພາະໃນລະຫວ່າງວັນທີ 1 ຫາ 2 ເມສາ 2026, ເຈົ້າໜ້າທີ່ຕຳຫຼວດວິຊາສະເພາະ ກົມຕຳຫຼວດຄຸ້ມຄອງຄົນຕ່າງປະເທດ ກົມໃຫຍ່ສັນຕິບານ ກະຊວງ ປກສ ໄດ້ສົມທົບກັບ ກອງບັນຊາການ ປກສ ແຂວງບໍ່ແກ້ວ ແລະ ກອງບັນຊາການເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ເຂົ້າກວດກາ 5 ຈຸດເປົ້າໝາຍໃນເຂດ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເຊິ່ງສາມາດກັກຕົວບຸກຄົນທີ່ມີພຶດຕິກຳສົງໄສໄດ້ທັງໝົດ 742 ຄົນ ຍິງ 313 ຄົນ, ມີ 12 ສັນຊາດ ຄື: ສັນຊາດຈີນ, ຫວຽດນາມ, ປາກິສະຖານ, ອິນໂດເນເຊຍ, ອິນເດຍ, ຣັດເຊຍ, ລາວັນດາ, ມາເລເຊຍ, ຟີລິປິນ, ຈີນໄຕ້ຫວັນ, ມຽນມາ ແລະ ສັນຊາດລາວ.

ຈາກນັ້ນ, ໃນວັນທີ 6 ພຶດສະພາ 2026, ເຈົ້າໜ້າທີ່ຕຳຫຼວດ ກໍໄດ້ສືບຕໍ່ລົງປະຕິບັດງານຢູ່ແຂວງສະຫວັນນະເຂດ ໂດຍສົມທົບກັບ ປກສ ແຂວງ ເຂົ້າກວດກາ 7 ຈຸດເປົ້າໝາຍ (ຣີສອດ, ໂຮງແຮມ ແລະ ເຮືອນພັກ), ເຊິ່ງພົບເຫັນຄົນຕ່າງປະເທດ 605 ຄົນ ຍິງ 81 ຄົນ, ມີ 8 ສັນຊາດຄື: ສັນຊາດຈີນ, ໄທ, ກຳປູເຈຍ, ມຽນມາ, ຫວຽດນາມ, ຈີນໄຕ້ຫວັນ, ມາເລເຊຍ ແລະ ເກົາຫຼີໃຕ້ ທີ່ລັກລອບເຂົ້າມາສ້າງບັນຊີສື່ສັງຄົມອອນລາຍປອມ ເພື່ອຕົວະຍົວະຫຼອກລວງ. ໃນນີ້, ສາມາດຢຶດຂອງກາງໂທລະສັບມືຖື 5.973 ໜ່ວຍ, ຄອມພິວເຕີ 367 ເຄື່ອງ ແລະ ລົດໃຫຍ່ 5 ຄັນ, ພ້ອມທັງພົບຫຼັກຖານການບັງຄັບໃຊ້ແຮງງານ ແລະ ອຸປະກອນທໍລະມານຮ່າງກາຍພາຍໃນກຸ່ມດັ່ງກ່າວ.

ນອກຈາກການດຳເນີນຄະດີກັບກຸ່ມແກ້ງດັ່ງກ່າວແລ້ວ, ເຈົ້າໜ້າທີ່ຍັງໄດ້ເຮັດບົດບັນທຶກສຶກສາອົບຮົມ, ກ່າວເຕືອນ ແລະ ປັບໄໝເຈົ້າຂອງສະຖານທີ່ພັກເຊົາ ທີ່ປ່ອຍປະລະເລີຍໃຫ້ມີການລັກລອບພັກເຊົາແບບຜິດກົດໝາຍ.

ເພື່ອແກ້ໄຂບັນຫາດັ່ງກ່າວ, ກະຊວງປ້ອງກັນຄວາມສະຫງົບ ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ຕຳຫຼວດສາກົນ ເພື່ອດຳເນີນການກວດສອບປະຫວັດ ແລະ ສົ່ງຕົວຜູ້ກະທຳຜິດກັບຄືນປະເທດຕາມລະບຽບກົດໝາຍຂອງ ສປປ ລາວ ຢ່າງເຂັ້ມງວດ.

ໃນຕໍ່ໜ້າ, ເຈົ້າໜ້າທີ່ຈະສືບຕໍ່ຜັນຂະຫຍາຍມາດຕະການຕິດຕາມກວດກາໃຫ້ທົ່ວເຖິງໃນຂອບເຂດທົ່ວປະເທດ ເພື່ອສະກັດກັ້ນບໍ່ໃຫ້ ສປປ ລາວ ກາຍເປັນບ່ອນບົ່ມຊ້ອນຂອງກຸ່ມອາຊະຍາກຳທາງໄຊເບີ ແລະ ເພື່ອຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.

ພ້ອມດຽວກັນນັ້ນ, ກໍຮຽກຮ້ອງຄວາມຮ່ວມມືຈາກທຸກພາກສ່ວນໃນສັງຄົມໃຫ້ມີຄວາມສາມັກຄີ, ເປັນເຈົ້າການ ແລະ ເປັນເອກກະພາບກັນ ໂດຍສະເພາະ ລັດຖະບານ ສປປ ລາວ ກໍໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ທີ່ສຸດໃນການສະກັດກັ້ນ ແລະ ແກ້ໄຂກຸ່ມແກ້ງດັ່ງກ່າວ ພ້ອມທັງຈະສືບຕໍ່ແກ້ໄຂຢ່າງເຂັ້ມງວດ-ຈິງຈັງ ເພື່ອໃຫ້ບັນຫາດັ່ງກ່າວຫຼຸດນ້ອຍລົງ ແລະ ໝົດໄປ ຈາກ ສປປ ລາວ.
ຂ່າວ: ແກ້ວ ອຸເພັດ





