ປະທານາທິບໍດີ ສີ ຈິ້ນຜິງ ຂອງຈີນ ໄດ້ເດີນທາງເຍືອນກຸງຜຽງຢາງ ປະເທດເກົາຫຼີເໜືອ ຢ່າງເປັນທາງການໃນວັນນີ້ (8 ມິ.ຖ.) ຊຶ່ງຖືເປັນການເດີນທາງເຍືອນຕ່າງປະເທດຄັ້ງທຳອິດຂອງລາວໃນປີນີ້ ຫຼັງຈາກທີ່ຫາກໍ່ຕ້ອນຮັບ ທ່ານ ໂດນາລ ທຣຳ ປະທານາທິບໍດີສະຫະລັດ ແລະ ທ່ານ ວລາດີເມີ ປູຕິນ ປະທານາທິບໍດີຣັດເຊຍ ໃນການປະຊຸມສຸດຍອດທີ່ປັກກິ່ງກ່ອນໜ້ານີ້.
ຄລິບວິດີໂອຈາກສຳນັກຂ່າວຊິນຫົວຂອງຈີນເຜີຍໃຫ້ເຫັນພາບເຮືອບິນຂອງສາຍການບິນ ແອ ໄຊນາ ຮ່ອນລົງຈອດ ໂດຍມີກອງທະຫານກຽດຍົດຕັ້ງແຖວຕ້ອນຮັບຢູ່ເທິງພົມແດງ. ທ່ານ ຄິມ ຈົງອຶນ ຜູ້ນຳສູງສຸດເກົາຫຼີເໜືອ ແລະ ນາງ ຣີ ໂຊລຈູ ພັນລະຍາ ໄດ້ເດີນທາງມາຕ້ອນຮັບທ່ານ ສີ ຈິ້ນຜິງ ແລະ ນາງ ເຜິງ ລີ້ຫຍວນ ພັນລະຍາ ດ້ວຍຕົນເອງ ທີ່ຈັດຕາລັດ ຄິມ ອິລ ຊຸງ ທ່າມກາງສຽງດົນຕີຈາກວົງດຸລິຍາງທະຫານ ແລະ ຝູງຊົນຊາວເກົາຫຼີເໜືອທີ່ໂບກທຸງຊາດ ແລະ ຊໍ່ດອກໄມ້ ພ້ອມປ້າຍຂໍ້ຄວາມຂະໜາດໃຫຍ່ລະບຸວ່າ “ຂໍຕ້ອນຮັບສະຫາຍ ສີ ຈິ້ນຜິງ ຢ່າງອົບອຸ່ນ” ແລະ “ມິດຕະພາບອັນເປັນນິລັນດອນລະຫວ່າງເກົາຫຼີເໜືອ ແລະ ຈີນ”.
ທ່ານ ສີ ຈິ້ນຜິງ ໄດ້ສົ່ງສານຜ່ານບົດຄວາມໜ້າທຳອິດຂອງໜັງສືພິມ ໂຣດອງ ຊິນມຸນ ຂອງເກົາຫຼີເໜືອ ໂດຍລະບຸວ່າ “ບໍ່ວ່າຍຸກສະໄໝຈະປ່ຽນໄປແນວໃດ ຫຼື ສະຖານະການສາກົນຈະວິວັດໄປໃນທິດທາງໃດ ມິດຕະພາບດັ້ງເດີມລະຫວ່າງຈີນ ແລະ ເກົາຫຼີເໜືອຈະຍັງຄົງແຂງແກ່ນ ແລະ ບໍ່ມີວັນພ່າຍແພ້ສະເໝີ.”
ການເດີນທາງເຍືອນຄັ້ງນີ້ເກີດຂຶ້ນທ່າມກາງພາວະຊະງັກງັນຂອງການເຈລະຈາປົດອາວຸດນິວເຄລຍລະຫວ່າງເກົາຫຼີເໜືອ ແລະ ສະຫະລັດ ເຖິງວ່າທຳນຽບຂາວຈະເຜີຍວ່າ ໃນການປະຊຸມສຸດຍອດທີ່ປັກກິ່ງ ທ່ານ ສີ ຈິ້ນຜິງ ແລະ ທ່ານ ໂດນາລ ທຣຳ ໄດ້ “ຢືນຢັນເປົ້າໝາຍຮ່ວມກັນໃນການປົດອາວຸດນິວເຄລຍເກົາຫຼີເໜືອ” ກໍ່ຕາມ. ແຕ່ໃນຄືນກ່ອນທີ່ຜູ້ນຳຈີນຈະເດີນທາງມາເຖິງ ທ່ານນາງ ຄິມ ໂຍຈອງ ນ້ອງສາວຜູ້ທຣງອິດທິພົນຂອງ ຄິມ ຈົງອຶນ ໄດ້ອອກມາປະກາດກ້າວຢ່າງເປັນທາງການວ່າ ໂຄງການອາວຸດນິວເຄລຍຂອງເກົາຫຼີເໜືອຄື “ເສັ້ນທີ່ຈະບໍ່ມີວັນຫັນຫຼັງກັບຄືນ” ສອດຄ່ອງກັບທ່າທີຂອງເກົາຫຼີເໜືອທີ່ປະກາດຕົນເອງວ່າເປັນລັດນິວເຄລຍທີ່ “ບໍ່ອາດປ່ຽນແປງໄດ້” ມາຕະຫຼອດ ນັບຕັ້ງແຕ່ການເຈລະຈາລະຫວ່າງ ຄິມ ແລະ ທຣຳ ລົ້ມໃນປີ 2019.
ທ່ານ ອີ ແຈມຢອງ ປະທານາທິບໍດີເກົາຫຼີໃຕ້ ກ່າວວ່າ ເກົາຫຼີໃຕ້ຈະບໍ່ຍອມແພ້ຕໍ່ການປົດອາວຸດນິວເຄລຍຂອງເກົາຫຼີເໜືອ ພ້ອມເຕືອນວ່າ “ເກົາຫຼີເໜືອຍັງສືບຕໍ່ຜະລິດວັດສະດຸນິວເຄລຍຢູ່ເຖິງຄວາມໃນຂະນະນີ້.”
ທ່ານ ມິນຊອນ ຄູ ສາດສະດາຈານດ້ານການທູດຈາກມະຫາວິທະຍາໄລ ເດໂພວ ໃຫ້ຄວາມເຫັນກັບສຳນັກຂ່າວ AFP ວ່າ “ລັດຖະບານຈີນອາດຍອມຮັບໃນທາງຂໍ້ເທັດຈິງແລ້ວວ່າເກົາຫຼີເໜືອເປັນລັດນິວເຄລຍ ແຕ່ສິ່ງທີ່ທ່ານ ສີ ຈະບອກກັບທ່ານ ຄິມ ຄື ຈີນຕ້ອງການຄວາມໝັ້ນຄົງເໜືອສິ່ງໃດທັງໝົດ.”
ທ່ານ ຊອງຮຢອນ ລີ ນັກວິຊາການຮັບເຊີນຈາກສູນອາຊີຂອງມະຫາວິທະຍາໄລ ຮາດວາດ ວິເຄາະວ່າ ຈີນກຳລັງປ່ຽນຍຸດທະສາດຈາກການກົດດັນໃຫ້ປົດອາວຸດນິວເຄລຍ ມາເປັນການ “ຮັບປະກັນຄວາມຢູ່ລອດຂອງລະບອບເກົາຫຼີເໜືອ” ແທນ ເນື່ອງຈາກຍຸດທະສາດໃນພາກພື້ນຂອງຈີນຈະໄດ້ຮັບຜົນປະໂຫຍດຈາກການມີເກົາຫຼີເໜືອເປັນ “ລັດກັນຊົນ” ທີ່ມີອາວຸດຫຼວງຫຼາຍ ແລະ ເປັນພັນທະມິດກັບຈີນ ເພື່ອດຶງຄວາມສົນໃຈ ແລະ ຄວາມຮ່ວມມືທາງທະຫານຂອງສະຫະລັດ ແລະ ພັນທະມິດໃນພາກພື້ນ ເຊັ່ນ ເກົາຫຼີໃຕ້ ແລະ ຍີ່ປຸ່ນ ອອກໄປ.
ນອກຈາກນີ້ ການເຍືອນຄັ້ງນີ້ຍັງຖືກເບິ່ງວ່າເປັນຄວາມພະຍາຍາມຂອງຈີນໃນການຖ່ວງດຸນກັບຣັດເຊຍ ທີ່ພະຍາຍາມຂະຫຍາຍອິດທິພົນເໜືອເກົາຫຼີເໜືອຜ່ານການສົ່ງກຳລັງທະຫານ ແລະ ເທັກໂນໂລຊີໃນຊ່ວງສົງຄາມຢູເຄລນ ລວມທັງການສົ່ງສັນຍານເຕືອນໄປຍັງຍີ່ປຸ່ນ ພາຍໃຕ້ການນຳຂອງນາຍົກລັດຖະມົນຕີ ຊານາເອ ທາກາອິຈິ ສາຍ ເຫຍົ້າ ຄວາມໝັ້ນຄົງ ທີ່ເຄີຍຂູ່ວ່າຈະໃຊ້ກຳລັງທະຫານແຊກແຊງຫາກຈີນບຸກໄຕ້ຫວັນ.
ຄວາມສຳພັນລະຫວ່າງສອງປະເທດ ບໍ່ພຽງແຕ່ເປັນພັນທະມິດທາງທະຫານຢ່າງເປັນທາງການທີ່ຜູກພັນຕາມກົດໝາຍຢ່າງດຽວຂອງກັນ ແລະ ກັນ ແຕ່ຈີນຍັງເປັນຖ້ຽງຫຼັກທາງເສດຖະກິດທີ່ສຳຄັນທີ່ສຸດຂອງເກົາຫຼີເໜືອ ທ່າມກາງມາດຕະການຄວ່ຳບາດຢ່າງໜັກຈາກນານາຊາດ.
ຂໍ້ມູນລະບຸວ່າ ມູນຄ່າການຄ້າລະຫວ່າງຈີນ ແລະ ເກົາຫຼີເໜືອໃນຊ່ວງສອງເດືອນທຳອິດຂອງປີ 2026 ພຸ່ງສູງຂຶ້ນເຖິງ 22% ເມື່ອທຽບກັບຊ່ວງເວລາດຽວກັນຂອງປີ 2025 ໂດຍເກົາຫຼີເໜືອພຶ່ງພາການນຳເຂົ້າສິນຄ້າເກືອບທັງໝົດຈາກຈີນ ບໍ່ວ່າຈະເປັນນ້ຳມັນເຊື້ອໄຟ, ອາຫານ, ອຸປະກອນອີເລັກໂທຣນິກ, ເຄື່ອງຈັກ, ຍານພາຫະນະ ແລະ ສິ່ງທໍ.
ໃນທາງກັບກັນ ຈີນຄືຕະຫຼາດໃຫຍ່ສຳລັບສິນຄ້າສົ່ງອອກຂອງເກົາຫຼີເໜືອ ເຊັ່ນ ຜົມປອມ ແລະ ວິກຜົມ ຊຶ່ງຄິດເປັນສັດສ່ວນໃຫຍ່ຂອງການສົ່ງອອກ ລວມທັງ ແຮ່ທັງສະເຕິນ, ອາຫານທະເລແຊ່ແຂງ, ຜະລິດຕະພັນເຫຼັກ ແລະ ເຫຼັກກ້າ ແລະ ຊິ້ນສ່ວນໂມງ. ນອກຈາກນີ້ ລາຍງານຈາກສະຫະປະຊາຊາດລະບຸວ່າ ເກົາຫຼີເໜືອຍັງສ້າງລາຍໄດ້ຈາກການສົ່ງແຮງງານຫຼາຍໝື່ນຄົນໄປເຮັດວຽກໃນຕ່າງປະເທດ ໂດຍສະເພາະໃນຈີນ ແລະ ຣັດເຊຍ ໃນຂະແໜງການກໍ່ສ້າງ, ການເຮັດໄມ້, ການຜະລິດ ແລະ ການປະມົງ ຊຶ່ງເງິນທຶນ ແລະ ສິນຄ້າເຫຼົ່ານີ້ເຮັດໃຫ້ທ່ານ ສີ ຈິ້ນຜິງ ມີອຳນາດຕໍ່ລອງ ແລະ ອິດທິພົນຢ່າງສູງຕໍ່ທ່ານ ຄິມ ຈົງອຶນ.
ຂ່າວຈາກ: BBC





