CATEGORY

ແຈ້ງການ

ແຈ້ງປັບຂຶ້ນລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 04/03/2026

ແຈ້ງປັບລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 04/03/2026 ຕາມແຈ້ງການຈາກ ກຊ ອຸດສະຫະກຳແລະການຄ້າ ເລກທີ 0345/ກຄພນ ລົງວັນທີ 03.ມນ. 2026 ແອັດຊັງພິເສດ +1,120 ກີບ ແອັດຊັງທໍາມະດາ +890ກີບ ກາຊວນ +1,960 ກີບ ອ່ານລາຍລະອຽດເພີ່ມເຕິມດັ່ງລຸາມນີ້:

ຢຸດໃຫ້ບໍລິການຖ້ຽວບິນຊົ່ວຄາວ ຖ້ຽວບິນຂອງສາຍການບິນ ລາວສະກາຍເວ (LAO SKYWAY) ເສັ້ນບິນ ວຽງຈັນ-ຜົ້ງສາລີ-ວຽງຈັນ ຖ້ຽວບິນ LK202-203 ແລະ ວຽງຈັນ-ໄຊຍະບູລີ-ວຽງຈັນ ຖ້ຽວບິນ LK204-205 ຈົນກວ່າຈະມີແຈ້ງການ ສະບັບໃໝ່.

ບໍລິສັດ ລັດວິສະຫະກິດ ລາວເດີນອາກາດ ແຈ້ງການໃຫ້ຊາບວ່າ: ຖ້ຽວບິນຂອງສາຍການບິນ ລາວສະກາຍເວ/ LAO SKYWAY, ເສັ້ນບິນ ວຽງຈັນ-ຜົ້ງສາລີ-ວຽງຈັນ ຖ້ຽວບິນ LK202-203 ແລະ ວຽງຈັນ-ໄຊຍະບູລີ-ວຽງຈັນ ຖ້ຽວບິນ LK204-205 ຈະໄດ້ຢຸດໃຫ້ບໍລິການຊົ່ວຄາວແກ່ລູກຄ້າ, ເລີ່ມແຕ່ວັນທີ 6 ມີນາ 2026 ເປັນຕົ້ນໄປ ຈົນກວ່າຈະມີແຈ້ງການ ສະບັບໃໝ່.

ແຈ້ງການມອດໄຟ ວັນທີ 4 ແລະ 6/3/2026 ເມືອງ ສີສັດຕະນາກ, ເມືອງ ຈັນທະບູລີ

ທີ່ມາ:EDL LAOS ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫຼວງ1

ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການ ກ່ຽວກັບການສະໜອງນ້ຳມັນເຊື້ອໄຟ ໃນຊ່ວງໄລຍະຄວາມບໍ່ສະຫງົບໃນພາກພື້ນຕາເວັນອອກກາງ

ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການ ກ່ຽວກັບການສະໜອງນ້ຳມັນເຊື້ອໄຟ ໃນຊ່ວງໄລຍະຄວາມບໍ່ສະຫງົບໃນພາກພື້ນຕາເວັນອອກກາງ ລາຍລະອຽດດັ່ງລຸ່ມນີ້: ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍກົມກ່ຽວຂ້ອງ, ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ແລະ ບັນດາບໍລິສັດນຳເຂົ້າ ນໍ້າມັນເຊື້ອໄຟ ໄດ້ຈັດກອງປະຊຸມປືກສາຫາລືກ່ຽວກັບຜົນກະທົບຂອງສົງຄາມຢູ່ຕະເວັນອອກກາງ ແລະ ມາດຕະການ, ກົນໄກການກະກຽມຄວາມພ້ອມຮັບມືກັບສະຖານະການດັ່ງກ່າວ ໂດຍໃຫ້ກຽດເປັນປະທານຂອງທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ...

ມຊ. ປະກາດປ່ຽນໂລໂກ້ໃໝ່! ເລີ່ມນຳໃຊ້ຢ່າງເປັນທາງການ 1 ມີນາ 2026 ນີ້ ເພື່ອໃຫ້ສອດຄ່ອງກັບກະຊວງສຶກສາທິການ ແລະ ກິລາ

​ ມະຫາວິທະຍາໄລແຫ່ງຊາດ (ມຊ) ອອກແຈ້ງການສຳຄັນກ່ຽວກັບການປ່ຽນແປງສັນຍະລັກ ຫຼື ໂລໂກ້ (Logo) ໃໝ່ ເພື່ອຍົກລະດັບຮູບລັກສະນະ ແລະ ເນື້ອໃນໃຫ້ມີຄວາມໝາຍສອດຄ່ອງໄປໃນທິດທາງດຽວກັນກັບໂລໂກ້ໃໝ່ຂອງກະຊວງສຶກສາທິການ ແລະ ກິລາ. ​ອີງຕາມແຈ້ງການຈາກ ຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ອ້າງອີງຕາມແຈ້ງການຂອງກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 673/ສກ; ລົງວັນທີ 20 ກຸມພາ 2026, ໄດ້ມີທິດຊີ້ນຳໃຫ້ທຸກພາກສ່ວນທີ່ຂຶ້ນກັບ...

“ກຳນົດວັນຈັນ ທີ 9 ມີນາ 2026 ເປັນມື້ພັກຊົດເຊີຍວັນແມ່ຍິງສາກົນ ປີນີ້”

ອີງຕາມໜັງສືແຈ້ງການ​ ສະບັບເລກທີ​ 2118/ຫສນຍ,​ ລົງວັນທີ​ 26​ ທັນວາ​ 2025​ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ​ ໄດ້ລະບຸໄວ້ວ່າ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຕົກລົງ ຂອງທ່ານ ນາຍົກລັດຖະມົນຕີ ມາຍັງ ທ່ານຊາບ ດັ່ງນີ້: ເພື່ອໃຫ້ມີຄວາມເປັນເອກະພາບ ໃນຂອບເຂດທົ່ວປະເທດ ແລະ ເປັນບ່ອນອີງໃນການສ້າງແຜນເຄື່ອນໄຫວວຽກງານຂອງບັນດາ ກະຊວງ, ອົງການຕ່າງໆ ຂອງສູນກາງ ແລະ...

ແຈ້ງປັບລາຄານ້ຳມັນ ຂອງວັນທີ 26/02/2026

ແຈ້ງປັບລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 26/02/2026 ຕາມແຈ້ງການຈາກ ກຊ ອຸດສະຫະກຳແລະການຄ້າ ເລກທີ 0323/ກຄພນ ລົງວັນທີ 25.ກພ. 2026 ທີ່ມາ:LAO STATE FUEL COMPANY (LSFC) ລັດວິສາຫະກິດ ນໍ້າມັນເຊຶ້ອໄຟລາວ (ລນລ)

ແຈ້ງການມອດໄຟ ວັນທີ 26/02/2026

ທີ່ມາ:EDL LAOS ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫຼວງ1

ແຈ້ງການປ່ຽນທິດທາງການສັນຈອນ ເພື່ອອຳນວຍຄວາມສະດວກ ໃນການແລ່ນລົດເມ (BRT)

ແຈ້ງການ ຂອງ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ສະບັບເລກທີ 8595/ຍທຂ.ນວ, ລົງວັນທີ 18 ພະຈິກ 2025, ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດແຈ້ງທຸກພາກສ່ວນ ຊາບວ່າ: ກ່ຽວກັບ ບົດແນະນຳ ການນຳໃຊ້ເສັ້ນທາງ ທີ່ໄດ້ມີການປັບປ່ຽນທິດທາງການສັນຈອນຕາມເສັ້ນທາງ ເພື່ອອຳນວຍຄວາມສະດວກ ໃນການແລ່ນລົດເມ (BRT)...

ຂ່າວລ່າສຸດ