- Advertisement -spot_img

AUTHOR NAME

Pele

507 POSTS
0 COMMENTS

ແຈ້ງການມອດໄຟ ວັນທີ 26 ມີນາ 2026ລາຍລະອຽດດັ່ງລຸ່ມນີ້:

ທີ່ມາ:ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫລວງ2

ແຈ້ງການມອດໄຟ ວັນທີ 28/3/2026 ບ້ານ ດົງນາໂຊກ ເມືອງ ສີໂຄດຕະບອງ

ທີ່ມາ:EDL LAOS ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫຼວງ1

ພະນັກງານນຳທ່ຽວແຂວງຫຼວງພະບາງ ຮ່ວມກັນເກັບຂີ້ເຫຍື້ອເທດສະບານ ນະຄອນ ຫຼວງພະບາງ

ວັນທີ່ 23 ມີນານີ້, ກຸ່ມພະນັກງານນໍາທ່ຽວ ແຂວງຫຼວງພະບາງ ສົມທົບກັບບັນດາ ໂຮງແຮມພາຍໃນແຂວງ ໄດ້ສ້າງຂະບວນການອອກແຮງງານ ເກັບຂີ້ເຫຍື້ອ ໃນເທດສະບານນະຄອນຫຼວງພະບາງໃຫ້ມີຄວາມສະອາດ. ທ່ານ ຄຳສອນ ດາລາວົງ ປະທານສະມາຄົມພະນັກງານນຳທ່ຽວແຂວງຫຼວງພະບາງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ການສ້າງຂະບວນການຄັ້ງນີ້, ກຸ່ມພະນັກງານນໍາທ່ຽວ ແຂວງຫຼວງພະບາງ ໄດ້ຮັບການສະໜັບສະໜູນຈາກບັນດາໂຮງແຮມ ແລະ ຜູ້ປະກອບການທຸລະກິດ ດ້ານການທ່ອງທ່ຽວ ເພື່ອເຮັດໃຫ້ຕົວເມືອງຫຼວງພະບາງ ມີຄວາມສະອາດຕາມທິດສີຂຽວ...

ມອບ-ຮັບໜ້າທີ່ ປະທານຄະນະບລິຫານງານສູນກາງສະ ຫະພັນກຳມະບານລາວ

ພິທີມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ປະ ທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ຜູ້ເກົ່າ ແລະ ຜູ້ໃຫມ່ ໄດ້ຈັດຂຶ້ນໃນວັນທີ 23 ມີນາ 2026,ໂດຍການເຂົ້າຮ່ວມຂອງ ສະຫາຍ ສຈ ປອ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາສະຫາຍຄະນະບໍລິຫານງານພັກ ສູນກາງສະຫະພັນກຳມະບານລາວ,ພ້ອມດ້ວຍຫົວໜ້າກົມ,ຮອງກົມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ໃນພິທີ,ໄດ້ຜ່ານມະຕິຕົກລົງ...

ຂົງເຂດກະສິກໍາ ແລະ ປ່າໄມ້ ແຂວງອັດຕະປື ຂະຫຍາຍຕົວ 5,76%

ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ໄລຍະ 5 ປີຜ່ານມາ (2021-2025) ແຜນພັດທະນາກະສິກໍາ ແລະ ປ່າໄມ້ ແຂວງອັດຕະປື ຂະຫຍາຍຕົວ 5,76%, ຊຶ່ງແຜນດັ່ງກ່າວໄດ້ດໍາເນີນ ໃນສະພາບທີ່ປະເທດຜະເຊີນກັບສິ່ງທ້າທາຍ ຈາກພາຍໃນ ແລະ ພາຍນອກ, ມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກຫລາຍປະການ, ພາຍໃຕ້ການນໍາພາ-ຊີ້ນໍາ ຂອງຂັ້ນເທິງ, 2 ຂະແໜງການ...

IEA ເລີ່ມປ່ອຍນ້ຳມັນສຳຮອງສຸກເສີນ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ອົງການພະລັງງານສາກົນ (IEA) ໄດ້ລາຍງານການປ່ອຍນໍ້າມັນເຊື້ອໄຟຈາກຄັງສຳຮອງສຸກເສີນເຂົ້າສູ່ຕະຫຼາດໃນເບື້ອງຕົ້ນ ພາຍໃຕ້ຂໍ້ຕົກລົງຂອງບັນດາປະເທດສະມາຊິກ. ໂດຍການປ່ອຍນໍ້າມັນເຊື້ອໄຟສຸກເສີນໂດຍລວມຈະເປັນນໍ້າມັນດິບສ່ວນໃຫຍ່, ໃນຂະນະທີ່ການປ່ອຍຈາກເອີຣົບສ່ວນໃຫຍ່ຈະເປັນຜະລິດຕະພັນນໍ້າມັນທີ່ກັ່ນແລ້ວ ແລະ ເສີມດ້ວຍການຜະລິດເພີ່ມເຕີມຈາກບັນດາປະເທດໃນທະວີບອາເມຣິກາ. ບົດລາຍງານລະບຸວ່າ: ລາຍລະອຽດຂອງການຈັດສັນລະຫວ່າງນໍ້າມັນດິບ ແລະ ຜະລິດຕະພັນທີ່ກັ່ນແລ້ວ, ລວມທັງປະລິມານຈາກຄັງສຳຮອງຂອງລັດ ຫຼື ການຫຼຸດຜ່ອນພັນທະທີ່ກຳນົດໄວ້ໃນຂະແໜງອຸດສາຫະກໍາຍັງຄົງສາມາດປ່ຽນແປງໄດ້, ເນື່ອງຈາກແຕ່ລະປະເທດກຳລັງປັບປຸງລາຍລະອຽດສະເພາະຂອງແຜນການປ່ອຍນໍ້າມັນເຊື້ອໄຟສຳຮອງສຸກເສີນ. ທັງນີ້, ການຂົນສົ່ງສິນຄ້າທົ່ວໂລກໄດ້ຮັບຜົນກະທົບຈາກການໂຈມຕີຄັ້ງໃຫຍ່ທີ່ດໍາເນີນໂດຍສະຫະ ລັດ ອາເມຣິກາ ແລະ ອິສຣາແອນຕໍ່ອີຣ່ານ ໃນວັນທີ 28...

ກຳປູເຈຍ ຫຼຸດພາສີນຳເຂົ້າ ແລະ ພາສີມູນຄ່າເພີ່ມນໍ້າມັນເຊື້ອໄຟ

ຂ່າວຕ່າງປະເທດລາຍງານໃນວັນທີ 20 ມີນາ ຜ່ານມາວ່າ: ກະຊວງການຄ້າຂອງກຳປູເຈຍໄດ້ປະກາດວ່າລັດຖະບານໄດ້ຫຼຸດພາສີນຳເຂົ້າ ແລະ ພາສີມູນຄ່າເພີ່ມ (VAT) ສຳລັບນ້ຳມັນແອັດຊັງ ແລະ ນ້ຳມັນກາຊວນລົງເຫຼືອສູນ, ເພື່ອເຮັດໃຫ້ລາຄານ້ຳມັນຂາຍຍ່ອຍພາຍໃນປະເທດມີສະຖຽນລະພາບທ່າມ ກາງການຂັດແຍ້ງທີ່ເພີ່ມຂຶ້ນໃນຕາເວັນອອກກາງ. ລັດຖະບານກຳປູເຈຍຍັງໄດ້ຫຼຸດພາສີພິເສດສຳລັບນ້ຳມັນແອັດຊັງລົງເຫຼືອ 15.71 ເຊັນຕໍ່ລິດ ແລະ ນ້ຳມັນກາຊວນລົງເຫຼືອສູນ. ໂດຍລັດຖະບານກຳປູເຈຍຕັດສິນໃຈຫຼຸດລາຄານ້ຳມັນຂາຍຍ່ອຍ ໃນຂະນະທີ່ລາຄານ້ຳມັນເຊື້ອໄຟທົ່ວໂລກຍັງສືບຕໍ່ເພີ່ມຂຶ້ນ. ໃນວັນທີ 20 ມີນາ ຜ່ານມາ, ລາຄານ້ຳມັນແອັດຊັງທຳມະດາແມ່ນ 5,400...

ແຈ້ງການມອດໄຟ ວັນທີ 21/3/2026 ທົ່ງປົ່ງ ສີໂຄດຕະບອງ

ທີ່ມາ: EDL LAOS ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫຼວງ1

ປັບຂຶ້ນ! ຄ່າບໍລິການຂ້າມຟາກເຮືອບັກ ນະຄອນຫຼວງພະບາງ ຫາ ບ້ານຊຽງແມນ ເມືອງຈອມເພັດ

ວັນທີ 18 ມີນາ 2026 ນີ້ ພະແນກໂຍທາທິການ ແລະ ຂົນສົ່ງ ໄດ້ອອກໜັງສື ແຈ້ງລາຄາຂ້າມຟາກເຮືອບັກ ແຕ່ ທ່າເຮືອຫຼວງ ນະຄອນ ຫຼວງພະບາງ ຫາ ທ່າຊຽງແມນ ເມືອງຈອມເພັດ ແຂວງຫຼວງພະບາງ, ລາຍລະອຽດ ດັ່ງລຸ່ມນີ້: 1. ລົດຖີບ+ຄົນ (ເຈົ້າຂອງລົດ ) 5,000...

ຄໍາມ່ວນ ສະເຫລີມສະຫລອງ ຮັບໃບຢັ້ງຢືນມໍລະດົກໂລກອຸທິຍານແຫ່ງຊາດ ຫີນໜາມໜໍ່

ແຂວງຄໍາມ່ວນ ຈັດພິທີສະເຫລີມສະຫລອງຢ່າງຍິ່ງໃຫຍ່ ເນື່ອງໃນໂອກາດທີ່ “ອຸທິຍານແຫ່ງຊາດ ຫີນໜາມໜໍ່” ໄດ້ຮັບຂຶ້ນທະບຽນເປັນມໍລະດົກໂລກທາງທຳມະຊາດ ຮ່ວມຊາຍແດນກັບ ອຸທິຍານແຫ່ງຊາດ ຟອງຫຍາ-ແກບາງ ຂອງ ສສ ຫວຽດນາມ ໃນວັນທີ 19 ມີນາ 2026 ຢູ່ເມືອງທ່າແຂກ ແຂວງຄໍາມ່ວນ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ທ່ານ...

Latest news

- Advertisement -spot_img