- Advertisement -spot_img

AUTHOR NAME

Jenjila

942 POSTS
0 COMMENTS

ເລີ່ມແລ້ວກິລາຊີເກມຄັ້ງທີ 33 ຢ່າງເປັນທາງການ! ລາວສົ່ງທັບ ກິລາ 39 ປະເພດ ຕັ້ງເປົ້າໄວ້ 5 ຄຳ

ງານມະຫະກຳກິລາຊີເກມ ຄັ້ງທີ 33 ທີ່ ປະເທດໄທ ເປັນເຈົ້າພາບ ໄດ້ໄຂຂຶ້ນໃນຕອນຄໍ່າວັນທີ 9 ທັນວາ 2025 ຢູ່ສະໜາມກິລາຣາຊະມັງຄາລາກິລາສະຖານ ນະຄອນຫຼວງບາງກອກ, ໂດຍການໃຫ້ກຽດກ່າວເປີດງານຂອງສົມເດັດພະເຈົ້າຢູ່ຫົວ ມະຫາວະຊິຣາລົງກອນ ພະມະຫາກະສັດ ແຫ່ງ ຣາຊະອານາຈັກໄທ. ມີຄະນະຮັບຜິດຊອບຈັດການແຂ່ງຂັນ, ຕົວແທນຄະນະນຳຈາກ 11 ປະເທດໃນອາຊຽນ ພ້ອມດ້ວຍຄະນະນັກກິລາ ແລະ ມວນຊົນ...

ຂະບວນພຣະສົງຍ່າງທຸດົງ ຢູ່ຜາດ່າງ-ຜາໄດ-ພູກອງເຂົ້າ ແຂວງວຽງຈັນ.

ຂະບວນພຣະສົງຍ່າງທຸດົງ ຢູ່ຜາດ່າງ-ຜາໄດ-ພູກອງເຂົ້າ ແຂວງວຽງຈັນ.ຂໍອະນຸໂມທະນາບຸນ ແດ່ພຣະສົງຜູ້ມີໃຈບໍລິສຸດທັງຫຼາຍ ທີ່ໄດ້ເດີນທາງທຸດົງຜ່ານເສັ້ນທາງອັນສັກສິດ ຂໍໃຫ້ຄວາມສຸກ ຄວາມເຈີນຮຸ່ງ ມີແດ່ທຸກທ່ານ ສາທຸ ສາທຸ ສາທຸ ວັດປ່ານາຂາມ

ເກີດແຜ່ນດິນໄຫວ ຂະໜາດ 3.5 ຣິກເຕີ ຢູ່ເມືອງນານ ແຂວງຫລວງພະບາງ

ເກີດແຜ່ນດິນໄຫວພາຍໃນປະເທດ ແລະ ບັນດາປະເທດໃກ້ຄຽງ ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ລາຍງານເຫດການເກີດແຜ່ນດິນໄຫວພາຍໃນປະເທດ ແລະ ບັນດາປະເທດໃກ້ຄຽງ ປະຈໍາວັນທີ 09 ທັນວາ 2025 ເວລາ 7:00 ໂມງເຊົ້າ ຫາ ວັນທີ 10 ທັນວາ 2025 ເວລາ 7:00 ໂມງເຊົ້າ, ເຫດການແຜ່ນດິນໄຫວເກີດຂຶ້ນ ລວມທັງໝົດ 5...

ອຸປະຕິເຫດລົດໃຫຍ່ຕຳອ້າຍຈົວໃນຂະນະອອກບິນທະບາດ ໄດ້ບາດເຈັບ 2 ອົງ

ມູນນິທິຮ່ວມໃຈ ລາຍງານວ່າ: ໃນວັນທີ 07/12/2025 ເວລາປະມານ 06:50ນາທີ ໄດ້ຮັບແຈ້ງເຫດຜ່ານເບີສຸກເສີນ1630 ກໍລະນີ ມີເຫດລົດໃຫຍ່ຕໍາສະມະເນນ ຢູ່ບ້ານໜອງສ້າງທໍ່ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໄດ້ຮັບບາດເຈັບ 2 ອົງ ອົງທີ 1 ອາຍຸ 20 ປີ ວັດໜອງສ້າງທໍ່ ເມືອງໄຊເສດຖາ, ອາການເບື້ອງຕົ້ນແມ່ນບາດເປີກຕາມຕົນໂຕ, ຫົວແຕກ. ອົງທີ 2...

ພິທີປະກາດຮັບຮອງ ເອົາວັດ ແລະ ພະເຈົ້າອົງຕື້ ບ້ານເຕື້ອມ ເມືອງຊໍາເໜືອ ແຂວງຫົວພັນ ເປັນມໍລະດົົກແຫ່ງຊາດ

ຂປລ. ແຫລ່ງຂ່າວຈາກ ແຂວງຫົວພັນ ໃຫ້ຮູ້ວ່າ: ພິທີປະກາດຮັບຮອງ ເອົາວັດ ແລະ ພະເຈົ້າອົງຕື້ ບ້ານເຕື້ອມ ເມືອງຊໍາເໜືອ ແຂວງຫົວພັນ ເປັນມໍລະດົົກແຫ່ງຊາດ ທາງດ້ານວັດທໍາ ລະດັບທ້ອງຖິ່ນຂອງແຂວງຫົວພັນ ຈັດຂຶ້ນໃນວັນທີ 5 ທັນວາ 2025 ຜ່ານມາ ໂດຍມີ ທ່ານ ຄອນປະພັນ ເລືອງສີຈັນທອງ ປະທານສະພາປະຊາຊົນ...

ລັດຖະມົນຕີ ຍທຂ ລົງຊຸກຍູ້ໂຄງການຟື້ນຟູ ແລະ ບູລະນະຮັກສາທາງຫລວງແຫ່ງຊາດເລກທີ 9

ຂປລ. ເມື່ອບໍ່ດົນມານີ້, ທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມຄະນະ ລົງຕິດຕາມ ແລະ ຊຸກຍູ້ໂຄງການຟື້ນຟູ ແລະ ບູລະນະຮັກສາທາງຫລວງແຫ່ງຊາດເລກ 9 ເລີ່ມແຕ່ວົງວຽນໄດໂນເສົາ ນະຄອນໄກສອນ ພົມວິຫານ ຫາຊາຍແດນລາວ-ຫວຽດ ນາມ ເມືອງເຊໂປນ ແຂວງສະຫວັນນະເຂດ...

ມະຫະກໍາບຸນຊ້າງແຂວງໄຊຍະບູລີ ກໍານົດເອົາວັນທີ 14 ກຸມພາ 2026

ຂປລ. ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ການຈັດມະຫະກໍາບຸນຊ້າງ ແຂວງໄຊຍະບູລີ ຄັ້ງທີ 19 ຈະໄດ້ຈັດຂຶ້ນລະຫວ່າງວັນທີ 9-16 ກຸມພາ 2026 ໂດຍການຮ່ວມມືລະຫວ່າງ ຄະນະກໍາມະການປົກຄອງແຂວງ ແລະ ສະມາຄົມນັກທຸລະກິດໜຸ່ມແຂວງໄຊຍະບູລີ. ທ່ານ ດວງຕາ ໄຊວຸດ ປະທານຄະນະກຳມະການປົກຄອງ ແຂວງໄຊຍະບູລີ, ປະທານຈັດງານມະຫະກຳບຸນຊ້າງ ປະຈໍາປີ 2026 ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ...

ປະຊາຊົນ 4 ບ້ານ ຮ່ວມແຮງຮ່ວມໃຈ ສ້າງຂົວໄມ້ຂ້າມນ້ຳເຊລະນອງ ພຽງມື້ດຽວສຳເລັດ

ວັນທີ 8 ທັນວາ 2025 ປະຊາຊົນທີ່ຢູ່ຟາກເຊລະນອງ ໄດ້ຮ່ວມກັນສ້າງຂົ້ວໄມ້ໄລ່ຂ້າມນໍ້າເຊລະນອງຂົວມີຂະໜາດ ຄວາມກວ້າງ 3 ແມັດ, ຍາວ 260 ແມັດ. ໂດຍໃຊ້ແຮງງານ ຈໍານວນ 126 ແຮງງານ, ມີ 4 ບ້ານ ຄື: ບ້ານ ອາລັອງ, ບ້ານ ປໍ,...

ແຈ້ງຂ່າວບຸນ ຈະຈັດງານບຸນ ເພື່ອອຸທິດໃຫ້ແກ່ປະທານ ໄກສອນ ພົມວິຫານ ເນື່ອງໃນວັນຄ້າຍວັນເກີດ ຄົບຮອບ 105 ປີ

ແຈ້ງຂ່າວບຸນ ຈະຈັດງານບຸນ ເພື່ອອຸທິດໃຫ້ແກ່ປະທານ ໄກສອນ ພົມວິຫານ ເນື່ອງໃນວັນຄ້າຍວັນເກີດ ຄົບຮອບ 105 ປີ ໃນວັນທີ 12-13/12/2025 ທີ່ຫໍພິພິທະພັນ ປະທານໄກສອນ ມ.ໄຊທານີ ນວ ຄະນະຮັບຜິດຊອບຊີ້ນໍາລະດັບຊາດ ເພື່ອສະເຫຼີມສະຫຼອງສາມວັນປະຫວັດສາດ ປີ 2025, ຄອບຄົວພົມວິຫານ, ຄະນະຮັບຜິດຊອບຈັດຕັ້ງກອງບຸນ ແລະ ການຈັດຕັ້ງທຸກພາກສ່ວນທີ່ກ່ຽວຂ້ອງ ໄດ້ມີຈິດໃຈເຫຼື້ອມໃສສັດທາໃນພຣະພຸດທະສາສະຫນາ ໄດ້ພ້ອມພຽງກັນຈັດຕັ້ງກອງບຸນຂຶ້ນ...

ຂ່າວຕ່າງປະເທດ ເກີດແຜ່ນດິນໄຫວທີ່ປະເທດຍີ່ປຸ່ນ ຂະໜາດ 7.6 ຣິກເຕີ ປະມານ 50 ກິໂລແມັດ

ຕອນກາງຄືນວັນທີ 8 ທັນວາ 2025 ເວລາປະມານ 23:15 ນາທີ ຕາມເວລາໃນຍີ່ປຸ່ນ (ເວລາໃນລາວປະມານ21:15 ນາທີ ເກີດແຜ່ນດິນໄຫວ ຂະໜາດ 7.6 ຣິກເຕີ ຄວາມເລິກ: ປະມານ 50 ກິໂລແມັດ ຢູ່ນອກຊາຍຝັ່ງຕາເວັນອອກຂອງແຂວງອາໂອໂມຣິ ປະເທດຍີ່ປຸ່ນ .ຫລັງເກີດແຜ່ນດິນໄຫວຮຸນແຮງ,ໄດ້ມີສັນຍານເຕືອນໄພ ແລະ ປະກາດໃຫ້ອົບພະຍົບ ເມືອງອາໂອໂມຣິ...

Latest news

- Advertisement -spot_img