- Advertisement -spot_img

AUTHOR NAME

Jenjila

699 POSTS
0 COMMENTS

ອຸປະຕິເຫດລົດໃຫຍ່ຕຳອ້າຍຈົວໃນຂະນະອອກບິນທະບາດ ໄດ້ບາດເຈັບ 2 ອົງ

ມູນນິທິຮ່ວມໃຈ ລາຍງານວ່າ: ໃນວັນທີ 07/12/2025 ເວລາປະມານ 06:50ນາທີ ໄດ້ຮັບແຈ້ງເຫດຜ່ານເບີສຸກເສີນ1630 ກໍລະນີ ມີເຫດລົດໃຫຍ່ຕໍາສະມະເນນ ຢູ່ບ້ານໜອງສ້າງທໍ່ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໄດ້ຮັບບາດເຈັບ 2 ອົງ ອົງທີ 1 ອາຍຸ 20 ປີ ວັດໜອງສ້າງທໍ່ ເມືອງໄຊເສດຖາ, ອາການເບື້ອງຕົ້ນແມ່ນບາດເປີກຕາມຕົນໂຕ, ຫົວແຕກ. ອົງທີ 2...

ພິທີປະກາດຮັບຮອງ ເອົາວັດ ແລະ ພະເຈົ້າອົງຕື້ ບ້ານເຕື້ອມ ເມືອງຊໍາເໜືອ ແຂວງຫົວພັນ ເປັນມໍລະດົົກແຫ່ງຊາດ

ຂປລ. ແຫລ່ງຂ່າວຈາກ ແຂວງຫົວພັນ ໃຫ້ຮູ້ວ່າ: ພິທີປະກາດຮັບຮອງ ເອົາວັດ ແລະ ພະເຈົ້າອົງຕື້ ບ້ານເຕື້ອມ ເມືອງຊໍາເໜືອ ແຂວງຫົວພັນ ເປັນມໍລະດົົກແຫ່ງຊາດ ທາງດ້ານວັດທໍາ ລະດັບທ້ອງຖິ່ນຂອງແຂວງຫົວພັນ ຈັດຂຶ້ນໃນວັນທີ 5 ທັນວາ 2025 ຜ່ານມາ ໂດຍມີ ທ່ານ ຄອນປະພັນ ເລືອງສີຈັນທອງ ປະທານສະພາປະຊາຊົນ...

ລັດຖະມົນຕີ ຍທຂ ລົງຊຸກຍູ້ໂຄງການຟື້ນຟູ ແລະ ບູລະນະຮັກສາທາງຫລວງແຫ່ງຊາດເລກທີ 9

ຂປລ. ເມື່ອບໍ່ດົນມານີ້, ທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມຄະນະ ລົງຕິດຕາມ ແລະ ຊຸກຍູ້ໂຄງການຟື້ນຟູ ແລະ ບູລະນະຮັກສາທາງຫລວງແຫ່ງຊາດເລກ 9 ເລີ່ມແຕ່ວົງວຽນໄດໂນເສົາ ນະຄອນໄກສອນ ພົມວິຫານ ຫາຊາຍແດນລາວ-ຫວຽດ ນາມ ເມືອງເຊໂປນ ແຂວງສະຫວັນນະເຂດ...

ມະຫະກໍາບຸນຊ້າງແຂວງໄຊຍະບູລີ ກໍານົດເອົາວັນທີ 14 ກຸມພາ 2026

ຂປລ. ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ການຈັດມະຫະກໍາບຸນຊ້າງ ແຂວງໄຊຍະບູລີ ຄັ້ງທີ 19 ຈະໄດ້ຈັດຂຶ້ນລະຫວ່າງວັນທີ 9-16 ກຸມພາ 2026 ໂດຍການຮ່ວມມືລະຫວ່າງ ຄະນະກໍາມະການປົກຄອງແຂວງ ແລະ ສະມາຄົມນັກທຸລະກິດໜຸ່ມແຂວງໄຊຍະບູລີ. ທ່ານ ດວງຕາ ໄຊວຸດ ປະທານຄະນະກຳມະການປົກຄອງ ແຂວງໄຊຍະບູລີ, ປະທານຈັດງານມະຫະກຳບຸນຊ້າງ ປະຈໍາປີ 2026 ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ...

ປະຊາຊົນ 4 ບ້ານ ຮ່ວມແຮງຮ່ວມໃຈ ສ້າງຂົວໄມ້ຂ້າມນ້ຳເຊລະນອງ ພຽງມື້ດຽວສຳເລັດ

ວັນທີ 8 ທັນວາ 2025 ປະຊາຊົນທີ່ຢູ່ຟາກເຊລະນອງ ໄດ້ຮ່ວມກັນສ້າງຂົ້ວໄມ້ໄລ່ຂ້າມນໍ້າເຊລະນອງຂົວມີຂະໜາດ ຄວາມກວ້າງ 3 ແມັດ, ຍາວ 260 ແມັດ. ໂດຍໃຊ້ແຮງງານ ຈໍານວນ 126 ແຮງງານ, ມີ 4 ບ້ານ ຄື: ບ້ານ ອາລັອງ, ບ້ານ ປໍ,...

ແຈ້ງຂ່າວບຸນ ຈະຈັດງານບຸນ ເພື່ອອຸທິດໃຫ້ແກ່ປະທານ ໄກສອນ ພົມວິຫານ ເນື່ອງໃນວັນຄ້າຍວັນເກີດ ຄົບຮອບ 105 ປີ

ແຈ້ງຂ່າວບຸນ ຈະຈັດງານບຸນ ເພື່ອອຸທິດໃຫ້ແກ່ປະທານ ໄກສອນ ພົມວິຫານ ເນື່ອງໃນວັນຄ້າຍວັນເກີດ ຄົບຮອບ 105 ປີ ໃນວັນທີ 12-13/12/2025 ທີ່ຫໍພິພິທະພັນ ປະທານໄກສອນ ມ.ໄຊທານີ ນວ ຄະນະຮັບຜິດຊອບຊີ້ນໍາລະດັບຊາດ ເພື່ອສະເຫຼີມສະຫຼອງສາມວັນປະຫວັດສາດ ປີ 2025, ຄອບຄົວພົມວິຫານ, ຄະນະຮັບຜິດຊອບຈັດຕັ້ງກອງບຸນ ແລະ ການຈັດຕັ້ງທຸກພາກສ່ວນທີ່ກ່ຽວຂ້ອງ ໄດ້ມີຈິດໃຈເຫຼື້ອມໃສສັດທາໃນພຣະພຸດທະສາສະຫນາ ໄດ້ພ້ອມພຽງກັນຈັດຕັ້ງກອງບຸນຂຶ້ນ...

ຂ່າວຕ່າງປະເທດ ເກີດແຜ່ນດິນໄຫວທີ່ປະເທດຍີ່ປຸ່ນ ຂະໜາດ 7.6 ຣິກເຕີ ປະມານ 50 ກິໂລແມັດ

ຕອນກາງຄືນວັນທີ 8 ທັນວາ 2025 ເວລາປະມານ 23:15 ນາທີ ຕາມເວລາໃນຍີ່ປຸ່ນ (ເວລາໃນລາວປະມານ21:15 ນາທີ ເກີດແຜ່ນດິນໄຫວ ຂະໜາດ 7.6 ຣິກເຕີ ຄວາມເລິກ: ປະມານ 50 ກິໂລແມັດ ຢູ່ນອກຊາຍຝັ່ງຕາເວັນອອກຂອງແຂວງອາໂອໂມຣິ ປະເທດຍີ່ປຸ່ນ .ຫລັງເກີດແຜ່ນດິນໄຫວຮຸນແຮງ,ໄດ້ມີສັນຍານເຕືອນໄພ ແລະ ປະກາດໃຫ້ອົບພະຍົບ ເມືອງອາໂອໂມຣິ...

ຫຼວງພະບາງພາວເວີ ເປີດ “ຫິງຫ້ອຍ ສະຕູດິໂອ” ສູນຮຽນຮູ້ຫັດຖະກຳ ສົ່ງເສີມພັດທະນາທັກສະອາຊີບສູ່ຊຸມຊົນຫຼວງພະບາງ ສືບສານພູມປັນຍາທ້ອງຖິ່ນ

ເມື່ອບໍ່ດົນມານີ້, ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ຜູ້ດຳເນີນການ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ (LPHPP) ເປີດໂຕ "ຫິງຫ້ອຍ ສະຕູດິໂອ (Hinghoi Studio)" ພື້ນທີ່ຮຽນຮູ້ ແລະ ສ້າງສັນເພື່ອພັດທະນາອາຊີບດ້ານຫັດຖະກຳ ສົ່ງເສີມການສ້າງລາຍໄດ້ ແລະ ຍົກລະດັບທັກສະຝີມືໃຫ້ປະຊາຊົນໃນພື້ນທີ່ອ້ອມຮອບໂຄງການ ພ້ອມເປີດໂອກາດໃຫ້ເດັກນ້ອຍ ແລະ ເຍົາວະຊົນໄດ້ຮຽນຮູ້...

ລະວັງ! ເສັ້ນທາງສີໄຄ-ທົ່ງປົ່ງ ທໍ່ນ້ຳປະປາແຕກມີລົດຈັກເກີດອຸປະຕິເຫດແລ້ວຕອນກາງຄືນ

ວັນທີ 9 ທັນວາ 2025 ປະຊາຊົນສ່ອງແສງວ່າ: ມີທໍ່ນໍ້າປະປາແຕກ ຢູ່ເສັ້ນທາງສີໄຄ-ທົ່ງປົ່ງ ເຂດບ້ານໂພສີໜ້າຮ້ານອາເມຊອນ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ. ທໍ່ນໍ້າໄດ້ແຕກຊືມມາໄດ້ 1 ອາທິດກວ່າແລ້ວ ໂດຍມີສາຍເຕືອນໄພອ້ອມກັນໄວ້ ແລະ ຈຸດດັ່ງກ່າວເຄີຍເກີດອຸປະຕິເຫດມາແລ້ວຫລາຍຄັ້ງ ໂດຍສະເພາະແມ່ນຜູ້ຂັບຂີ່ລົດຈັກໃນຕອນກາງຄືນ. ຝາກເຖິງພາກສ່ວນກ່ຽວຂ້ອງລົງກວດກາແລະແກ້ໄຂໂດຍດ່ວນດ້ວຍ, ເພື່ອຮັກສານ້ຳ ແລະ ເພື່ອຫລີກລ່ຽງການເກີດອຸປະຕິເຫດຊ້ຳອີກ.

ລາຍງານສະພາບອາກາດປະຈໍາວັນທີ 9 ທັນວາ ປີ 2025

ມວນອາກາດໜາວເຢັນໄດ້ເພີ່ມກໍາລັງແຮງຂຶ້ນຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ ຫາ ແຮງ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ, ເຊິ່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນຢູ່ທົ່ວໄປ ແລະ ອາກາດຈະໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າຢູ່ບາງທ້ອງຖິ່ນ ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ໃນແຕ່ລະພາກ. ພາກເໜືອດ້ານຕາເວັນອອກ (ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນ, ພ້ອມມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນໃນຕອນເຊົ້າ ພ້ອມມີລົມພັດແຮງເປັນບາງໂອກາດ...

Latest news

- Advertisement -spot_img