ໂດຍປະຕິບັດຕາມທິດຊີ້ນຳຂອງທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ນໍາພາ-ຊີ້ນໍາຢ່າງເຂັ້ມງວດ ແລະ ເດັດຂາດ ໃນການສຸມໃສ່ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາອາຊະຍາກໍາທາງໂທລະຄົມ ຫຼື ອາຊະຍາກໍາທາງລະບົບຄອມພິວເຕີ ກໍຄືການປາບປາມພວກຂະບວນການກຸ່ມແກ້ງຄໍເຊັນເຕີ, ພວກສະແກມເມີ ແລະ ພວກຂະບວນການຫຼິ້ນການພະນັນທາງອອນລາຍ ເພື່ອນຳເອົາຜູ້ກະທຳຜິດມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ ແຫ່ງ ສປປ ລາວ.

ດັ່ງນັ້ນ, ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຊີ້ນຳກົມກອງວິຊາສະເພາະສຸມໃສ່ແກ້ໄຂບັນຫາດັ່ງກ່າວຢ່າງຕັ້ງໜ້າ ແລະ ມາໃນວັນທີ 11-12 ພຶດສະພາ 2026 ສາມາດມ້າງພວກຂະບວນການເປີດຫຼິ້ນການພະນັນທາງອອນລາຍໄດ້ 2 ກຸ່ມໃຫຍ່ຄື:

ໃນວັນທີ 11 ພຶດສະພາ 2026, ກົມຕໍາຫຼວດເສດຖະກິດ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ປະສານສົມທົບກັບອໍານາດການປົກຄອງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງກວດກາອາຄານແຫ່ງໜຶ່ງທີ່ເປັນເປົ້າໝາຍ ໃນນະຄອນຫຼວງວຽງຈັນ, ພົບເຫັນກຸ່ມແກ້ງຄໍເຊັນເຕີ ໃຫ້ບໍລິການຕອບແຊັດເວບພະນັນອອນລາຍສາມາດກັກຕົວຄົນໄທ ໄດ້ຈຳນວນ 251 ຄົນ, ຍິງ 142 ຄົນ ແລະ ພົບເຫັນອຸປະກອນທີ່ນໍາໃຊ້ເຂົ້າໃນການເຄື່ອນໄຫວກະທໍາຜິດ ມີຄອມພິວເຕີໂນດບຸກ ຈໍານວນ 155 ເຄື່ອງ, ຈໍຄອມພິວເຕີຕັ້ງໂຕະ ຈໍານວນ 23 ຈໍ, ເຄດຄວາມຈໍາຄອມ ຈໍານວນ 09 ເຄື່ອງ, ໂທລະສັບມືຖື ຈຳນວນ 419 ໜ່ວຍ.

ໃນວັນທີ 12 ພຶດສະພາ 2026, ກົມຕໍາຫຼວດເສດຖະກິດ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ຍັງໄດ້ປະສານສົມທົບກັບອໍານາດການປົກຄອງບ້ານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າກວດຄົ້ນບ່ອນພັກເຊົາແຫ່ງໜຶ່ງໃນນະຄອນຫຼວງວຽງຈັນ ພົບເຫັນຄົນໄທ ຈໍານວນ 56 ຄົນ, ຍິງ 28 ຄົນ ແລະ ພົບເຫັນອຸປະກອນ ທີ່ນໍາໃຊ້ເຂົ້າໃນການເຄື່ອນໄຫວກະທຳຜິດ (ຕອບແຊັດເວບພະນັນທາງອອນລາຍ) ມີຈໍຄອມພິວເຕີຕັ້ງໂຕະ ຈຳນວນ 256 ຈໍ, ໂທລະສັບມືຖື ຈໍານວນ 56 ໜ່ວຍ.

ຊຶ່ງການເຂົ້າມ້າງທັງ 2 ຂະບວນການນີ້, ເຈົ້າໜ້າທີ່ກົມຕໍາຫຼວດເສດຖະກິດ ສາມາດຈັບຕົວກຸ່ມແກ້ງພວກຮ່ວມຂະບວນການເປີດການພະນັນທາງອອນລາຍ ຊຶ່ງເປັນຄົນສັນຊາດໄທໄດ້ທັງໝົດຈໍານວນ 307 ຄົນ, ຍິງ 170 ຄົນ, ພ້ອມດ້ວຍເຄື່ອງຂອງກາງທັງໝົດ ມີຄອມພິວເຕີໂນດບຸກ 155 ເຄື່ອງ, ຈໍຄອມພິວເຕີຕັ້ງໂຕະ 279 ຈໍ, ເຄດຄວາມຈໍາ 9 ເຄື່ອງ, ໂທລະສັບມືຖື 475 ໜ່ວຍ, ຊຶ່ງການກະທໍາຂອງພວກກ່ຽວແມ່ນຜິດຕໍ່ລະບຽບກົດໝາຍຂອງ ສປປ ລາວ ເປັນຕົ້ນແມ່ນຜິດຕໍ່ປະມວນກົດໝາຍອາຍາມາດຕາ 141 ໃນສະຖານ: ການຫຼິ້ນການພະນັນທີ່ຕ້ອງຫ້າມ.

ເພື່ອປະຕິບັດຕາມລະບຽບກົດໝາຍ ແລະ ກົນໄກການຮ່ວມມືວຽກງານຕຳຫຼວດລະຫວ່າງສອງປະເທດ, ມາໃນວັນທີ 21 ພຶດສະພາ 2026 ກົມຕໍາຫຼວດເສດຖະກິດ ໂດຍການປະສານສົມທົບກັບ ກົມພົວພັນຕ່າງປະເທດ ຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ມອບຕົວຜູ້ຖືກຫາ ສັນຊາດໄທ ຈໍານວນ 307 ຄົນ ຍິງ 170 ຄົນ ໃຫ້ທາງການໄທ ກັບໄປດໍາເນີນຄະດີຕາມລະບຽບກົດໝາຍຢູ່ ຣາຊະອານາຈັກໄທ.

ພິທີມອບ-ຮັບ ໄດ້ຈັດຂຶ້ນຢູ່ທີ່ດ່ານສາກົນຂົວມິດຕະພາບລາວ-ໄທ 1 ນະຄອນຫຼວງວຽງຈັນ-ໜອງຄາຍ.

ໃນໂອກາດນີ້, ທັງສອງຝ່າຍກໍໄດ້ມີການເຊັນບົດບັນທຶກມອບ-ຮັບ ຕົວຜູ້ຖືກຫາຈໍານວນດັ່ງກ່າວ ເຊັນມອບຝ່າຍລາວແມ່ນ ພັອ ທອງວຽງ ໄຊຍະຈັນ ຮອງຫົວໜ້າກົມຕໍາຫຼວດເສດຖະກິດ ແລະ ເຊັນຮັບຝ່າຍໄທແມ່ນ ພັອ ປອ ກິດສະດາກອນ ກິ່ນເກສອນ ຮອງຜູ້ບັງຄັບການກວດຄົນເຂົ້າ-ອອກເມືອງ 4 ປະເທດໄທ ຊຶ່ງມີຄະນະຮັບຜິດຊອບທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ການເຄື່ອນໄຫວກະທຳດັ່ງກ່າວ, ເຈົ້າຂອງເຄຫະສະຖານ, ຜູ້ຫຼິ້ນການພະນັນ, ເຈົ້າຂອງເວັບ ຫຼື ເຈົ້າຂອງກິດຈະການ ບໍ່ວ່າຄົນລາວ, ຄົນຕ່າງດ້າວ ຫຼື ຄົນຕ່າງປະເທດ ທີ່ມີເຄື່ອນໄຫວຢູ່ ສປປ ລາວ ແມ່ນມີຄວາມຜິດຕໍ່ປະມວນກົດໝາຍອາຍາ ແລະ ຝາກເຖິງພໍ່ແມ່ປະຊາຊົນ ພໍ່ຄ້າຊາວຂາຍ ນັບເຖິງພະນັກງານທຸກຄົນຫາກພົບເຫັນບຸກຄົນ ຫຼື ກຸ່ມຄົນທີ່ໜ້າສົງໄສ ແມ່ນໃຫ້ແຈ້ງຕໍ່ກັບເຈົ້າໜ້າທີ່ຢ່າງຮີບດ່ວນ ຫຼື ສາມາດແຈ້ງມາຍັງເພຈ໌ເຟກ໌ບຸກຂອງພວກເຮົາໄດ້ ເພື່ອເປັນການປະກອບສ່ວນສະກັດກັ້ນປະກົດການຫຍໍ້ທໍ້ໃນສັງຄົມໃຫ້ນັບມື້ຫຼຸດໜ້ອຍຖອຍລົງ.

ພາບ-ຂ່າວ: ລັດດາວັນ





