ໄອຍະການພິເສດຂອງເກົາຫຼີໃຕ້ໄດ້ສະເໜີໃຫ້ເພີ່ມໂທດຈຳຄຸກ 30 ປີ ແກ່ອະດີດປະທານາທິບໍດີ ຢູນ ຊອກຢອນ ໃນຂໍ້ຫາໃຫ້ປະໂຫຍດແກ່ສັດຕູ ຫຼັງພົບຫຼັກຖານວ່າມີການສັ່ງການໃຫ້ສົ່ງໂດຣນທາງທະຫານລຸກລ້ຳເຂດນ່ານຟ້າຂອງເກົາຫຼີເໜືອໃນປີ 2024 ໂດຍຫວັງໃຊ້ຄວາມຕຶງຄຽດເປັນຂໍ້ອ້າງໃນການປະກາດກົດອາຍັດສຶກ
ທີມສານພິເສດນຳໂດຍອັຍການພິເສດ ໂຈ ອຶນຊຸກ ໄດ້ຍື່ນຄຳຮ້ອງຕໍ່ສານເຂດກຸງໂຊລກາງ ເພື່ອຂໍໃຫ້ລົງໂທດຈຳຄຸກ ນາຍ ຢູນ ຊອກຢອນ ອະດີດປະທານາທິບໍດີເກົາຫຼີໃຕ້ ເປັນເວລາ 30 ປີ ໃນຂໍ້ຫາໃຫ້ປະໂຫຍດແກ່ສັດຕູ ຈາກກໍລະນີອື້ສາວເຣື່ອງການສັ່ງໃຫ້ໂດຣນທະຫານບິນລຸກລ້ຳເຂົ້າໄປໃນກຸງພຽງຢາງ ປະເທດເກົາຫຼີເໜືອ ເມື່ອປີ 2024
ນອກຈາກນີ້ ອັຍການຍັງໄດ້ສະເໜີໂທດຈຳຄຸກ 25 ປີ ແກ່ນາຍ ຄິມ ຍົງຮຍອນ ອະດີດລັດຖະມົນຕີກະຊວງການປ້ອງກັນປະເທດ ໃນຂໍ້ຫາດຽວກັນ ໂດຍລະບຸວ່າການກະທຳຂອງທັງສອງຄົນເປັນ “ອາຊະຍາກຳຕໍ່ລັດ ແລະ ປະຊາຊົນ”
ທີມສືບສວນເຊື່ອວ່າ ການສົ່ງໂດຣນລຸກລ້ຳຊາຍແດນໃນເດືອນຕຸລາ 2024 ມີເປົ້າໝາຍປິດບັງເພື່ອຢຸ້ຍຍຸໃຫ້ເກົາຫຼີເໜືອຕອບໂຕ້ ເຊິ່ງຈະເປັນການສ້າງເງື່ອນໄຂ ແລະ ຂໍ້ອ້າງໃນການປະກາດກົດອາຍັດສຶກທີ່ລົ້ມເຫຼວໃນເດືອນທັນວາ 2024 ໂດຍອັຍການລະບຸວ່າ ນາຍ ຢູນ ພະຍາຍາມ “ປຸງແຕ່ງສະຖານະການພາວະສົງຄາມ” ເຊິ່ງສົ່ງຜົນເສຍຫາຍຢ່າງຮ້າຍແຮງຕໍ່ຄວາມມັ່ນຄົງຂອງຊາດ ແລະ ຜົນປະໂຫຍດດ້ານທະຫານຂອງປະເທດ
ຄວາມສ່ຽງທີ່ເກີດຂຶ້ນຍັງລວມເຖິງການຮົ່ວໄຫຼຂອງຄວາມລັບທາງທະຫານ ເນື່ອງຈາກມີໂດຣນລຳໜຶ່ງປະສົບອຸບັດເຫດຕົກຢູ່ຝັ່ງເກົາຫຼີເໜືອ ເຮັດໃຫ້ຂໍ້ມູນຂີດຄວາມສາມາດທາງທະຫານຂອງເກົາຫຼີໃຕ້ໄປຢູ່ໃນມືຂອງຝ່າຍຕົກຕົວກັນ ໂດຍໃນເວລານັ້ນ ທາງການພຽງຢາງໄດ້ເຜີຍແຜ່ຮູບຊາກໂດຣນ ແລະ ໂຈມຕີໂຊລຢ່າງຮຸນແຮງວ່າລະເມີດອຳນາດອະທິປະໄຕຫຼາຍຄັ້ງ
ປັດຈຸບັນນາຍ ຢູນ ຊອກຢອນ ຢູ່ລະຫວ່າງຖືກຄຸມຂັງ ແລະ ກຳລັງຖືກດຳເນີນຄະດີອາຍາຫຼາຍຄະດີທີ່ເຊື່ອມໂຍງກັບການປະກາດກົດອາຍັດສຶກໃນວັນທີ 3 ທັນວາ 2024 ໂດຍກ່ອນໜ້ານີ້ໃນເດືອນກຸມພາ ສານຊັ້ນຕົ້ນໄດ້ພິພາກສາລົງໂທດຈຳຄຸກຕະຫຼອດຊີວິດເຂົາໄປແລ້ວ ໃນຂໍ້ຫາກໍ່ກະບົດເພື່ອທຳໃຫ້ສະພານິຕິບັນຍັດເປັນອຳມະພາດ ແຕ່ນາຍ ຢູນໄດ້ຍື່ນອຸທອນໂດຍອ້າງວ່າເຮັດໄປ “ເພື່ອຊາດ”
ດ້ານລັດຖະບານປັດຈຸບັນພາຍໃຕ້ການນຳຂອງ ປະທານາທິບໍດີ ອີ ແຈ-ມຍອງ ໄດ້ສະແດງຄວາມເສຍໃຈຕໍ່ເຫດການທີ່ເກີດຂຶ້ນ ແລະ ພະຍາຍາມຟື້ນຟູຄວາມສຳພັນກັບເກົາຫຼີເໜືອ ໂດຍຢືນຢັນວ່າຈະຍຸດຕິການຢຸ້ຍຍຸໃນລັກສະນະທີ່ເກີດຂຶ້ນໃນສະໄໝຂອງນາຍ ຢູນ ເພື່ອຫຼຸດຄວາມຕຶງຄຽດບົນຄັບຄັນເກົາຫຼີ
ບົດລົງໂທດທີ່ອັຍການສະເໜີຕໍ່ຜູ້ກ່ຽວຂ້ອງຄົນອື່ນໆ ລວມເຖິງນາຍ ຢອ ອິນຮຍອງ ອະດີດຜູ້ບັນຊາການຫນ່ວຍຂ່າວກອງທະຫານ ສະເໜີໃຫ້ຈຳຄຸກ 20 ປີ ແລະ ນາຍ ຄິມ ຍົງແດ ອະດີດຜູ້ບັນຊາການຫນ່ວຍປະຕິບັດການໂດຣນ ສະເໜີໃຫ້ຈຳຄຸກ 5 ປີ
ການພິຈາລະນາຄະດີໃນຄັ້ງນີ້ຖືກຈັດຂຶ້ນແບບລັບ ເນື່ອງດ້ວຍເຫດຜົນດ້ານຄວາມມັ່ນຄົງແຫ່ງຊາດ ແລະ ຖືວ່າເປັນຄະດີປະຫວັດສາດທີ່ສັ່ນຄອນຄວາມເຊື່ອມມັ່ນທາງການເມືອງໃນເກົາຫຼີໃຕ້ຢ່າງຫຼວງຫຼາຍ.





