ສຳນັກຂ່າວກຳປູເຈຍລາຍງານວ່າ: ເວລາ 11:00 ໂມງ ຂອງວັນທີ 21 ເມສາ 2026 ກອງບັນຊາການປະສົມຂອງ ນະຄອນຫຼວງພະນົມເປັນ ໄດ້ເປີດປະຕິບັດການບັງຄັບໃຊ້ກົດໝາຍຮ່ວມກັນ ເຂົ້າກວດຄົ້ນອາພາດເມັນ ZHUOYUFENG ທີ່ຕັ້ງຢູ່ໃນເຂດ ມີນເຈຍ (Meanchey). ເຈົ້າໜ້າທີ່ສາມາດມ້າງແຫຼ່ງທີ່ຕ້ອງສົງໄສວ່າເປັນບ່ອນດຳເນີນການສໍ້ໂກງທາງໂທລະຄົມມະນາຄົມ ແລະ ເຄືອຂ່າຍອອນລາຍ (Online Scams) ລວມເຖິງການກະທຳຜິດກ່ຽວກັບຢາເສບຕິດ ພ້ອມທັງຈັບກຸມຊາວຕ່າງຊາດໄດ້ທັງໝົດ 55 ຄົນ ມາຈາກ 7 ສັນຊາດ.

ຈຳນວນ 44 ຄົນ: ເປັນຊາວຕ່າງຊາດທີ່ພັກເຊົາໂດຍຜິດກົດໝາຍ (ບໍ່ມີໜັງສືຜ່ານແດນ ແລະ ຢູ່ເກີນກຳນົດວີຊາ) ແລະ 11 ຄົນ: ເປັນຊາວຫວຽດນາມ (ໃນນັ້ນມີຍິງ 3 ຄົນ) ທີ່ຕ້ອງສົງໄສວ່າມີສ່ວນກ່ຽວຂ້ອງກັບການສໍ້ໂກງອອນລາຍ.

ເຄື່ອງຂອງກາງ: ຄອມພິວເຕີໂນ໊ດບຸກ 14 ໜ່ວຍ, ໂທລະສັບມືຖື 6 ໜ່ວຍ ແລະ ຢາເສບຕິດຫລາຍປະເພດ ນ້ຳໜັກລວມກວ່າ 10 ກິໂລກຣາມ.






