ຍທຂ ຈະປິດເສັ້ນທາງ 4 ແຍກ ໄຟແດງດອນໜູນອຳນວຍຄວາມສະດວກໃຫ້ການສັນຈອນ

Must read

ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ (ຍທຂ) ຈະປິດເສັ້ນທາງ 4 ແຍກໄຟແດງດອນໜູນ (ຕັນ) ຖະໜົນໄກສອນພົມວິຫານ ເພື່ອບໍ່ໃຫ້ລົດລ້ຽວ ຫລື ເທີນໄດ້ ເພື່ອອຳນວຍຄວາມສະດວກໃຫ້ແກ່ການສັນຈອນ ໃຫ້ມີຄວາມໂລ່ງລ່ຽນ, ຄາດວ່າຈະເລີ່ມຈັດຕັ້ງປະຕິບັດ ໃນວັນທີ 1 ພຶດສະພາ 2026 ເປັນຕົ້ນໄປ.

ທ່ານ ທະວີໄຊ ໄຊປະເສີດ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ໃຫ້ສຳພາດໃນວັນທີ 22 ເມສາ 2026 ນີ້ວ່າ: ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນ ຫລວງວຽງຈັນ ຈະເລີ່ມປິດເສັ້ນທາງ 4 ແຍກໄຟແດງດອນໜູນ ເພື່ອບໍ່ໃຫ້ລົດລ້ຽວ ຫລື ເທີນໄດ້ ເນື່ອງຈາກວ່າຈຸດ 4 ແຍກໄຟແດງດັ່ງກ່າວ ເປັນທາງແຍກນ້ອຍ (ທາງເສັ້ນນ້ອຍມາປະຄົບເສັ້ນທາງໃຫຍ່) ເມື່ອຕິດຕັ້ງໄຟແດງໃສ່ແລ້ວ ເຫັນວ່າການສັນຈອນຂອງຜູ້ໃຊ້ລົດໃຊ້ຖະໜົນມີຄວາມແອອັດ(ລົດ ຕິດ) ໂດຍສະເພາະລົດເຂົ້າ-ອອກໃນຊົ່ວໂມງຮີບດ່ວນ. ຜ່ານການສຳຫລວດ ແລະ ຕິດຕາມເບິ່ງສະພາບຕົວຈິງຈຶ່ງໄດ້ຕັດສິນໃຈປິດ 4 ແຍກດັ່ງກ່າວ ເພື່ອເຮັດໃຫ້ການສັນຈອນມີຄວາມໂລ່ງລ່ຽນຂຶ້ນກວ່າເກົ່າ, ຫລີກລ່ຽງການເກີດອຸບັດເຫດ ແລະ ອື່ືນໆ ໂດຍໄດ້ມີການຂະຫຍາຍເສັ້ນທາງຢູ່ຈຸດດັ່ງກ່າວອອກຕື່ມ, ພ້ອມທັງເປີດມູມລ້ຽວ(ຈຸດເທີນລົດ). ສຳລັບຜູ້ຂັບຂີ່ລົດທີ່ສັນຈອນມາແຕ່ເສັ້ນທາງຫໍພັກຊີເກມ ແລະ ເສັ້ນທາງໜອງວຽງຄໍາ ມີຈຸດປະສົງຈະໄປດອນໜູນ ເມື່ອມາຮອດຈຸດດັ່ງກ່າວ ແມ່ນໃຫ້ລ້ຽວຂວາ ແລ້ວຈຶ່ງໄປລ້ຽວກັບລົດຢູ່ຈຸດລ້ຽວກັບລົດ ໜ້າຮ້ານໝັ້ນທີເລີດຈະເລີນຍົນ ແລ້ວຈຶ່ງສັນຈອນໄປຕາມຈຸດປະ ສົງ; ຜູ້ຂັບຂີ່ລົດທີ່ສັນຈອນ ມາແຕ່ໄຟແດງດົງໂດກ ມີຈຸດປະສົງຈະໄປ ຫໍພັກຊີເກມ ແລະ ໜອງວຽງຄໍາ ແມ່ນໃຫ້ໄປລ້ຽວກັບລົດຢູ່ຈຸດລ້ຽວກັບລົດ ໜ້າຮ້ານຄ້າໂຊກທະວີ(ດອນໜູນ) ແລ້ວຈຶ່ງສັນຈອນໄປຕາມຈຸດປະສົງ ແລະ ຜູ້ຂັບຂີ່ລົດທີ່ສັນຈອນມາແຕ່ ທາງຮ່ອມລຽບຄອງນໍ້າ ມີຈຸດປະສົງຈະໄປໄຟແດງດົງໂດກ ຫລື ຈະໄປຫໍພັກຊີເກມ ແລະ ໜອງວຽງຄໍາ ເມື່ອມາຮອດຈຸດດັ່ງກ່າວ ແມ່ນໃຫ້ລ້ຽວຂວາ ແລ້ວຈຶ່ງໄປລ້ຽວກັບລົດຢູ່ຈຸດລ້ຽວກັບລົດໜ້າຮ້ານຄ້າໂຊກທະວີ ແລ້ວຈຶ່ງສັນຈອນໄປຕາມຈຸດປະສົງ; ຜູ້ຂັບຂີ່ລົດທີ່ສັນຈອນມາແຕ່ທິດທາງອື່ນໆກໍເຊັ່ນດຽວກັນ ແມ່ນໃຫ້ປະຕິບັດຕາມລະບົບການສັນຈອນ ທີ່ໄດ້ກຳນົດໄວ້ຢ່າງເຂັ້ມງວດ.

ໂອກາດນີ້, ທ່ານ ທະວີໄຊ ໄຊປະເສີດ ຍັງໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ຜູ້ໃຊ້ລົດ, ໃຊ້ຖະໜົນ ໃຫ້ມີຄວາມລະມັດລະວັງໃນການສັນຈອນຜ່ານຈຸດດັ່ງກ່າວ ແລະ ໃຫ້ການຮ່ວມມືປະຕິບັດຕາມທິດການສັນຈອນ ຢ່າງເຂັ້ມງວດ.

ຂ່າວ-ພາບ: ທະນູທອງ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article