ຂປລ. ຄະນະຜູ້ແທນ ຜູ້ຕາງໜ້າພິເສດຂອງ ສະຫາຍ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ນຳໂດຍ ສະຫາຍ ສະເຫລີມໄຊ ກົມມະສິດ ກໍາມະການກົມການ ເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ສປ ຈີນ ແຕ່ວັນທີ 20-22 ເມສາ 2026 ເພື່ອແຈ້ງຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກ ປປ ລາວ ຕໍ່ການນໍາ ພັກ, ລັດ ສປ ຈີນ.

ໃນຕອນບ່າຍວັນທີ 21 ເມສາ 2026, ສະຫາຍ ສະເຫລີມໄຊ ກົມມະສິດ ພ້ອມຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດແຫ່ງ ສປ ຈີນ ຊຶ່ງ ສະຫາຍ ສະເຫລີມໄຊ ກົມມະສິດ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວ ແລະ ຈົດໝາຍທາງວາຈາທີ່ຂຽນດ້ວຍລາຍມືຈາກ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໄປຍັງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ ແລະ ບັນດາສະຫາຍການນໍາ ພັກ, ລັດຈີນ. ພ້ອມທັງແຈ້ງຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກ ປປ ລາວ ແລະ ສະແດງຄວາມຊົມເຊີຍຜົນສໍາເລັດໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XX ໂດຍສະເພາະຜົນສໍາເລັດກອງປະຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ XX ຂອງພັກກອມມູນິດຈີນ ທີ່ໄດ້ຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15 ໃນທ້າຍປີຜ່ານມາ; ຊົມເຊີຍຜົນສໍາເລັດກອງປະຊຸມສະພາປຶກສາການເມືອງທົ່ວປະເທດຈີນ ແລະ ສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ຄັ້ງທີ 4 ສະໄໝທີ XIV ໃນຕົ້ນເດືອນມີນາຜ່ານມາ ແລະ ບັນດາຜົນສໍາເລັດໃນດ້ານຕ່າງໆ ທີ່ປະຊາຊົນຈີນອ້າຍນ້ອງ ຍາດມາໄດ້ພາຍໃຕ້ການນຳພາຂອງ ພັກກອມມູນິດຈີນ ໃນການສ້າງສາພັດທະນາປະເທດຈີນ ກໍຄື ການຫັນເປັນທັນສະໄໝຕາມ “ແນວຄິດ ສີຈິ້ນຜິງ ວ່າດ້ວຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໃນຍຸກສະໄໝໃໝ່” ອັນໄດ້ເຮັດໃຫ້ບົດບາດ ແລະ ອິດທິພົນຂອງ ພັກ, ລັດຈີນ ນັບມື້ນັບສູງເດັ່ນໃນເວທີພາກພື້ນ ແລະ ສາກົນ.

ສະຫາຍ ຜູ້ຕາງໜ້າພິເສດ ໄດ້ຕີລາຄາສູງການພົວພັນຮ່ວມມືລະຫວ່າງ 2 ພັກ, 2 ລັດ ແລະ ປະ ຊາຊົນ 2 ຊາດ ລາວ-ຈີນ ທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງຕັ້ງໜ້າ ແລະ ຢູ່ໃນໄລຍະດີທີ່ສຸດໃນປະຫວັດສາດ; ການຈັດຕັ້ງປະຕິບັດແຜນການຮ່ວມມື 2 ພັກ ແລະ ແຜນບໍາລຸງສ້າງພະນັກງານ ລາວ-ຈີນ ໄລຍະປີ 2021-2025 ໄດ້ມີຜົນສໍາເລັດເປັນຢ່າງດີ, ການຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ຍາດໄດ້ໝາກຜົນຕົວຈິງມາສູ່ປະຊາຊົນ 2 ຊາດ, ປະກອບ ສ່ວນເຂົ້າໃນພາລະກິດສັນຕິພາບ, ມິດຕະພາບ, ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ. ໃນໂອກາດດັ່ງກ່າວ, ສະຫາຍ ຜູ້ຕາງໜ້າພິເສດ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງຕໍ່ພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫລືອອັນໃຫຍ່ຫລວງ ແລະ ມີປະສິດທິຜົນໃຫ້ແກ່ປະຊາຊົນລາວ ຕະຫລອດໄລຍະຜ່ານມາ ກໍຄື ໃນປັດຈຸ ບັນ.

ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ສີ ຈິ້ນ ຜິງ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ ສະຫາຍ ສະເຫລີມໄຊ ກົມມະສິດ ທີ່ຖືກແຕ່ງຕັ້ງເປັນຜູ້ຕາງໜ້າພິເສດ ຂອງ ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ນຳພາຄະນະໄປແຈ້ງຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກ ປປ ລາວ, ອັນໄດ້ສະແດງໃຫ້ເຫັນເຖິງການໃຫ້ຄວາມສຳຄັນໃນລະດັບສູງຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລາວ-ຈີນ, ຊົມເຊີຍຕໍ່ຜົນສຳເລັດອັນໃຫຍ່ຫລວງ ທີ່ ພັກ, ລັດ ແລະ ປະຊາຊົນລາວ ຍາດມາໄດ້ໃນໄລຍະ 50 ປີທີ່ຜ່ານມາ ໂດຍສະເພາະ 40 ປີ ແຫ່ງການປະຕິບັດແນວທາງປ່ຽນແປງໃໝ່ ກໍຄື ໃນໄລຍະ 5 ປີ ແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກປະຊາຊົນປະຕິວັດລາວ; ເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນສະຫລາດສ່ອງໃສຂອງ ພັກປະຊາຊົນປະຕິວັດລາວ ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເປັນຜູ້ນຳໜ້ານັ້ນ, ປະຊາຊົນລາວບັນດາເຜົ່າ ຈະສືບຕໍ່ຍາດໄດ້ບັນດາຜົນສຳເລັດອັນໃໝ່, ໃຫຍ່ຫລວງກ່ວາເກົ່າໃນພາລະກິດປ່ຽນແປງໃໝ່ຮອບ ດ້ານ ມີຫລັກການຂອງ ພັກ ປປ ລາວ, ປະຕິບັດມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກຢ່າງມີໄຊ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ສີ ຈິ້ນ ຜິງ ໄດ້ຝາກຄຳຢື້ຢາມຖາມຂ່າວ ອັນສະໜິດສະໜົມ ແລະ ການເຊື້້ອເຊີນ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄປຢ້ຽມ ຢາມ ສປ ຈີນ ຢ່າງເປັນທາງການ.

ໃນວັນດຽວກັນ, ສະຫາຍ ສະເຫລີມໄຊ ກົມມະສິດ ຍັງໄດ້ພົບປະກັບ ສະຫາຍ ຫວັງອີ້ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີການຕ່າງປະເທດ ສປ ຈີນ, ສອງຝ່າຍຕ່າງກໍສະແດງຄວາມປິຕິຊື່ນຊົມກັນ ແລະ ກັນ ຕໍ່ຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກ ປປ ລາວ, ຜົນສໍາເລັດກອງປະຊຸມສະພາປຶກສາການເມືອງ ແລະ ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ຄັ້ງທີ 4 ສະໄໝທີ XIV ແລະ ບັນດາຜົນສໍາເລັດໃນດ້ານຕ່າງໆ ທີ່ປະຊາຊົນ 2 ຊາດຍາດມາໄດ້ ໃນການສ້າງສາພັດທະນາປະເທດຊາດ ພາຍໃຕ້ການນຳພາຂອງແຕ່ລະພັກ; ຕີລາຄາສູງຕໍ່ການພົວພັນຮ່ວມມື 2 ພັກ, 2 ລັດ ແລະ ປະຊາຊົນ 2 ຊາດ ລາວ-ຈີນ ທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງຕັ້ງໜ້າ, ການຈັດຕັ້ງປະຕິບັດແຜນການຮ່ວມມື 2 ພັກ, ແຜນແມ່ບົດຄູ່ຮ່ວມຊາຕາກໍາລາວ-ຈີນ ໄດ້ມີຜົນສໍາເລັດເປັນຢ່າງດີ, ໂຄງການເສັ້ນທາງລົດໄຟ ລາວ-ຈີນ ໄດ້ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດລາວ-ຈີນ. ພ້ອມນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄວາມຄິດເຫັນບັນຫາພາກພື້ນ ແລະ ສາກົນ ຈຳນວນໜຶ່ງທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ໃນຕອນຄໍ່າວັນທີ 20 ເມສາ 2026, ຄະນະຍັງໄດ້ພົບປະ ແລະ ເຮັດວຽກກັບ ສະຫາຍ ຫລິວ ຮາຍຊິງ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ, ໃນການພົບປະຄັ້ງນີ້ ສອງຝ່າຍ ໄດ້ແຈ້ງສະພາບການພົ້ນເດັ່ນຂອງແຕ່ລະພັກ, ແຕ່ລະປະເທດໃຫ້ກັນຊາບ, ພ້ອມກັນສັງເກດຕີລາຄາຄືນການພົວພັນຮ່ວມມື 2 ຝ່າຍ, ການຈັດຕັ້ງຜັນຂະຫຍາຍແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃນໄລຍະຜ່ານມາ, ປຶກສາຫາລືກ່ຽວກັບທິດທາງຮ່ວມມືໃນຕໍ່ໜ້າ ແລະ ຢືນຢັນຈະສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນ ໃນການຊຸກຍູ້ເສີມຂະຫຍາຍສາຍພົວພັນ ລາວ-ຈີນ ຊຶ່ງປີນີ້ ເປັນປີມິດຕະພາບແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ, ຈີນ-ລາວ ຄົບ ຮອບ 65 ປີ, ສອງຝ່າຍຈະຊີ້ນໍາພາກສ່ວນກ່ຽວຂ້ອງກະກຽມບັນດາກິດຈະກໍາຕ່າງໆ ເພື່ອສະເຫລີມ ສະຫລອງ ໃຫ້ເປັນຂະບວນຟົດຟື້ນ ແລະ ມີເນື້ອໃນຄົບຖ້ວນ.
ນອກນັ້ນ, ຄະນະຜູ້ແທນຜູ້ຕາງໜ້າພິເສດ ພັກ ປປ ລາວ ຍັງໄດ້ຢ້ຽມຢາມສະຖານທີ່ສຳຄັນທາງປະຫວັດສາດ ແລະ ວັດຖະນະທຳ ຈໍານວນໜຶ່ງ ຢູ່ນະຄອນຫລວງປັກກິ່ງ ຕື່ມອີກ.
ຂ່າວ-ພາບ: ຄຕພ





