
ຂ່າວສານແຂວງອັດຕະປືລາຍງານວ່າ ວັນທີ 23 ມີນາ 2026 ນີ້ ວ່າ: ທ່ານ ວານິດາ ຫອມສົມບັດ ປະທານ ບໍລິສັດ ໄຊເສດຖາ ກໍ່ສ້າງ-ຂົວທາງຈຳກັດຜູ້ດຽວ ລາຍງານໂຄງການກໍ່ສ້າງ ເສັ້ນທາງ ປູຢາງ 2 ຊັ້ນ ທາງເລກທີ 9004 ແຕ່ຫົວຂົວເຊປຽນແຍກທາງ 18 A ຫາ ຂົວຫ້ວຍຊອຍ ໃນລວງຍາວ 18 ກິໂລແມັດ ທີ່ ເມືອງສະໜາມໄຊ ແຂວງອັດຕະປື ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ເດືອນ 28 ກຸມພາ 2025 ເຊິ່ງມາຮອດປັດຈຸບັນມີຄວາມຄືບໜ້າ ປະຕິບັດໄດ້ທັງໝົດ 62,52%, ເຊິ່ງໂຄງການນີ້ແມ່ນປະຕິບັດເປັນສອງສັນຍາ, ສໍາລັບສັນຍາທີ 1: ຂອດການຈັດຕັ້ງປະຕິບັດ ໃນລວງຍາວ 9.5 ກິໂລແມັດ ( ແຕ່ ຂົວເຊປຽນ ຫາ ບ້ານຫີນລາດ ): ເຊິ່ງປະຕິບັດສຳເລັດດັ່ງນີ້: ອະນາໄມດິນທຳມະຊາດ, ດິນຖົມຍົກລະດັບຄັນທາງ; ຖົມຫີນຮອງພື້ນ; ຊັ້ນຮອງພື້ນທາງ ແລະ ວຽກວາງທໍ່ລະບາຍນໍ້າ ທັງໝົດນີ້ປະຕິ ບັດໄດ້ 100%; ຊັ້ນພື້ນທາງ ປະຕິບັດໄດ້ 6; ຊິດຢາງກັນຊຶມ ປະຕິບັດໄດ້ 3,8 ກິໂລແມັດ; ປູຢາງຊັ້ນ 1 ປະຕິບັດໄດ້ 2.3 ກິໂລແມັດ; ສາມາດເວົ້າໄດ້ວ່າ ສັນຍາທີ1 ( ແຕ່ ຫົວຂົວເຊປຽນ ຫາ ບ້ານຕະມໍຢອດ) ປະຕິບັດໄດ້ທັງໝົດ 62,52%,

ສໍາລັບສັນຍາທີ 2: ມີລວງຍາວ 8.5 ກິໂລແມັດ ( ແຕ່ບ້ານຫີນລາດ ຫາ ຂົວຫ້ວຍຊອຍ) ສໍາລັບໜ້າວຽກສໍາເລັດດັ່ງນີ້: ອະນາໄມດິນທຳມະຊາດ; ດິນຖົມຍົກລະດັບຄັນທາງ; ຖົມຫີນຮອງພື້ນ ແລະ ຊັ້ນຮອງພື້ນທາງ ທັງໝົດປະຕິບັດໄດ້ 100% ສ່ວນວຽກ ຊັ້ນພື້ນທາງ ປະຕິບັດໄດ້ 18% ແລະ ວຽກວາງທໍ່ລະບາຍນໍ້າແມ່ນຢູ່ໃນຂອດ ກໍາລັງຈັດຕັ້ງປະຕິບັດ. ສັນຍາທີ 2 ສາມາດປະຕິບັດໄດ້ແລ້ວ 36,48 %,

ໂຄງການກໍ່ສ້າງ ເສັ້ນທາງ ປູຢາງ 2 ຊັ້ນ ທາງເລກທີ 9004 ແຕ່ຫົວຂົວເຊປຽນ ແຍກທາງ 18 A ຫາ ຂົວຫ້ວຍຊອຍ ໃນລວງຍາວ 18 ກິໂລແມັດ ທີ່ ເມືອງສະໜາມໄຊ ແຂວງອັດຕະປື, ທັງສອງສັນຍາ ຈະໃຫ້ສໍາເລັດ 100% ພາຍໃນປີ 2026 ນີ້




