ລັດວິສາຫະກິດ ນ້ຳປະປານະຄອນຫຼວງວຽງຈັນ ຂໍຖືເປັນກຽດແຈ້ງມາຍັງບັນດາພໍ່ແມ່ປະຊາຊົນ ແລະ ຜູ້ຊົມໃຊ້ນ້ຳປະປາໃນຂອບເຂດພື້ນທີ່ເມືອງໄຊທານີ ຮັບຊາບວ່າ: ວັນພະຫັດ ວັນທີ 26/03/2026 ເລີ່ມແຕ່ເວລາ 09:00-16:00ໂມງ, ຈະໄດ້ດຳເນີນການປິດນ້ຳປະປາຊົ່ວຄາວ ເພື່ອຕັດທໍ່ນ້ຳປະປາ ຂະໜາດ uPVC DN100 ສຳໃສ່ທໍ່ ຂະໜາດ uPVC DN100 mm ເພື່ອແກ້ໄຂລະບົບນ້ຳປະປາ;
ໃນລະຫວ່າງການດຳເນີນງານຈະສົ່ງຜົນເຮັດໃຫ້ນ້ຳອອກຄ່ອຍ-ບໍ່ອອກໃນຂອບເຂດພື້ນທີ່ບ້ານ: ສີວິໄລ, ຄຳຮຸ່ງ, ຕານມີໄຊ ແລະ ບ້ານອື່ນໆທີ່ໃກ້ຄຽງ ຂອບເຂດເມືອງໄຊທານີ, ນະຄອນຫຼວງວຽງຈັນ;

ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຮັບຊາບ ແລະ ກຽມກັກເກັບນ້ຳໄວ້ໃຊ້ກ່ອນລ່ວງໜ້າຊົ່ວຄາວ ຈົນກວ່າແຮງດັນນ້ຳຈະມາເປັນປົກກະຕິ;
ລັດວິສາຫະກິດ ນ້ຳປະປານະຄອນຫຼວງວຽງຈັນ ຂໍອະໄພໃນຄວາມບໍ່ສະດວກໃນຄັ້ງນີ້ດ້ວຍ.




