ຂ່າວຕ່າງປະເທດລາຍງານໃນວັນທີ 20 ມີນາ ຜ່ານມາວ່າ: ກະຊວງການຄ້າຂອງກຳປູເຈຍໄດ້ປະກາດວ່າລັດຖະບານໄດ້ຫຼຸດພາສີນຳເຂົ້າ ແລະ ພາສີມູນຄ່າເພີ່ມ (VAT) ສຳລັບນ້ຳມັນແອັດຊັງ ແລະ ນ້ຳມັນກາຊວນລົງເຫຼືອສູນ, ເພື່ອເຮັດໃຫ້ລາຄານ້ຳມັນຂາຍຍ່ອຍພາຍໃນປະເທດມີສະຖຽນລະພາບທ່າມ ກາງການຂັດແຍ້ງທີ່ເພີ່ມຂຶ້ນໃນຕາເວັນອອກກາງ.
ລັດຖະບານກຳປູເຈຍຍັງໄດ້ຫຼຸດພາສີພິເສດສຳລັບນ້ຳມັນແອັດຊັງລົງເຫຼືອ 15.71 ເຊັນຕໍ່ລິດ ແລະ ນ້ຳມັນກາຊວນລົງເຫຼືອສູນ. ໂດຍລັດຖະບານກຳປູເຈຍຕັດສິນໃຈຫຼຸດລາຄານ້ຳມັນຂາຍຍ່ອຍ ໃນຂະນະທີ່ລາຄານ້ຳມັນເຊື້ອໄຟທົ່ວໂລກຍັງສືບຕໍ່ເພີ່ມຂຶ້ນ.
ໃນວັນທີ 20 ມີນາ ຜ່ານມາ, ລາຄານ້ຳມັນແອັດຊັງທຳມະດາແມ່ນ 5,400 ຣຽວຕໍ່ລິດ, ຫຼຸດລົງ 1.8% ຈາກສາມມື້ກ່ອນໜ້ານີ້. ສ່ວນລາຄານໍ້າມັນກາຊວນແມ່ນ 6,700 ຣຽວຕໍ່ລິດ, ເພີ່ມຂຶ້ນ 2.29%.
ກະຊວງການຄ້າລະບຸວ່າ: ລາຄານ້ຳມັນແອັດຊັງທຳມະດາໃນກຳປູເຈຍໄດ້ເພີ່ມຂຶ້ນ 40% ແລະ ລາຄານ້ຳມັນກາຊວນເພີ່ມຂຶ້ນ 74% ນັບຕັ້ງແຕ່ການຂັດແຍ້ງໃນຕາເວັນອອກກາງເກີດຂຶ້ນ. ໃນວັນທີ 14 ມີນາຜ່ານມາ ກະຊວງດັ່ງກ່າວໄດ້ລາຍງານວ່າ, ມີສາງນ້ຳມັນ ແລະ ສະຖານີນ້ຳມັນຫຼາຍກວ່າ 400 ແຫ່ງ ຈາກທັງໝົດ 6,300 ແຫ່ງ ໄດ້ຖືກປິດຊົ່ວຄາວ ເນື່ອງຈາກການຂົນສົ່ງມີຄວາມລ້າຊ້າ.
ປະຈຸບັນ, ກຳປູເຈຍ ອາໄສການນຳເຂົ້ານ້ຳມັນກາຊວນ ແລະ ນ້ຳມັນເຊື້ອໄຟທັງໝົດ.




