22 C
Vientiane
ວັນທີ 20 March, 2026

ແຈ້ງການຢຸດການອອກປຶ້ມສໍາມະໂນຄົວໃຫ້ພົນລະເມືອງລາວແບບເກົ່າ ແລະ ຫັນມານໍາໃຊ້ໜັງສືຢັ້ງຢືນຂໍ້ມູນສໍາມະໂນຄົວແທນ.

Must read

ຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ຂໍຖືເປັນກຽດແຈ້ງມາຍັງ ຫ້ອງການບັນດາກະຊວງ, ອົງການທຽບເທົ່າ, ສະພາແຫ່ງຊາດ, ອົງການປົກຄອງທ້ອງຖິ່ນ, ຜູ້ປະກອບການ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວປະເທດ ຊາບດັ່ງນີ້:

1. ກະຊວງປ້ອງກັນຄວາມສະຫງົບ ໄດ້ຢຸດເຊົາການອອກປື້ມສຳມະໂນຄົວໃຫ້ພົນລະເມືອງລາວແບບເກົ່າ ຫັນມາຈົດທະບຽນສໍາມະໂນຄົວແບບເອເລັກໂຕຣນິກແບບທັນສະໄໝ ແລະ ຫັນມານໍາໃຊ້ໜັງສືຢັ້ງຢືນ ຂໍ້ມູນສຳມະໂນຄົວ (ແບບຟອມ ສຄ07) ຕາມລະບຽບຫຼັກການຂອງກະຊວງປ້ອງກັນຄວາມສະຫງົບ ແທນປື້ມສຳມະໂນຄົວແບບເກົ່າ.

2. ສໍາລັບບຸກຄົນ ແລະ ຄອບຄົວທີ່ມີປຶ້ມສຳມະໂນຄົວອອກໃຫ້ໃນໄລ່ຍະຜ່ານມາ ກໍ່ຍັງສາມາດນໍາໃຊ້ໄດ້ ຈົນກວ່າຈະມີແຈ້ງການລົບລ້າງ, ສ່ວນບຸກຄົນ ແລະ ຄອບຄົວ ທີ່ມີຂໍ້ມູນສຳມະໂນຄົວຢູ່ໃນລະບົບເອເລັກໂຕຣນິກແລ້ວ ແມ່ນໃຫ້ນໍາໃຊ້ໜັງສືຢັ້ງຢືນຂໍ້ມູນສຳມະໂນຄົວ ແທນປື້ມສຳມະໂນຄົວແບບເກົ່າ.

3. ສໍາລັບພົນລະເມືອງຜູ້ທີ່ມີບັດປະຈຳຕົວ ດີຈິຕ້ອນ ແລ້ວ ສາມາດນໍາໃຊ້ບັດປະຈຳຕົວ ດີຈິຕ້ອນ ເປັນການ ຢັ້ງຢືນຕົວຕົນຂອງພົນລະເມືອງ ເພື່ອປະກອບທຸລະກຳຕ່າງໆໄດ້ເຊັ່ນດຽວກັນ.

4. ພາກສ່ວນທີ່ສາມາດອອກໜັງສືຢັ້ງຢືນຂໍ້ມູນສໍາມະໂນຄົວ (ແບບຟອມ ສຄ07) ມີ 03 ພາກສ່ວນຄື: ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ; ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ປກສ ແຂວງ; ບັນດາກອງບັນຊາການ ປກສ ເມືອງ-ປກສ ນະຄອນ ໃນຂອບເຂດທົ່ວປະເທດ.

5. ບັນດາກະຊວງ, ອົງການທຽບເທົ່າ, ອົງການປົກຄອງທ້ອງຖິ່ນທຸກຂັ້ນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງຮັບຮູ້, ອໍານວຍຄວາມສະດວກໃນການປະກອບເອກະສານເຮັດທຸລະກຳຕ່າງໆ.

CamScanner 10-03-2026 11.11
CamScanner 10-03-2026 11.11

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article