
ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ, ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ຣາຊະອານາຈັກໄທ ໄດ້ສະເດັດມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ໃນລະຫວ່າງວັນທີ 16-18 ມີນາ 2026 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມ ຖານບ້ານໃກ້ເຮືອນຄຽງທີ່ດີ ແລະ ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ປະຊາຊົນລາວ ແລະ ໄທ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.

ໃນຕອນເຊົ້າຂອງວັນທີ 17 ມີນາ 2026, ພິທີຕ້ອນຮັບຢ່າງເປັນທາງການ ເປັນກຽດໃຫ້ແກ່ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດ ທີ່ ທໍານຽບປະທານປະເທດ. ຫຼັງຈາກນັ້ນ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ພ້ອມດ້ວຍພັນລະຍາ ແລະ ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູຫົວ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແລະ ຄະນະຜູ້ແທນຂັ້ນສູງຂອງສອງປະເທດ ໄດ້ດໍາເນີນການພົບປະສອງຝ່າຍຢ່າງເປັນທາງການ.

ໃນໂອກາດນີ້, ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການສະເດັດມາຢ້ຽມຢາມຄັ້ງນີ້ ຊຶ່ງມີຄວາມໝາຍຄວາມສໍາຄັນທາງດ້ານປະຫວັດສາດ ແຫ່ງ ການພົວພັນ ລາວ-ໄທ ທີ່ສ່ອງແສງໃຫ້ເຫັນເຖິງຄວາມມຸ່ງມາດປາຖະໜາຂອງ ປະຊາຊົນສອງປະເທດ ເພື່ອສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືອັນໃກ້ຊິດ ລະຫວ່າງ ສອງປະເທດໃນຕໍ່ໜ້າ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ. ໂອກາດດັ່ງກ່າວ, ພະນະທ່ານ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ທຸກທົ່ວໜ້າ ສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ຕໍ່ການສິ້ນພະຊົນຂອງ ສົມເດັດພະບໍຣົມມະຣາດຊະຊົນນະນີ ພັນປີຫຼວງ ໃນໄລຍະຜ່ານມາ ຊຶ່ງບໍ່ພຽງແຕ່ເປັນການສູນເສຍ ແມ່ຜູ້ຍິ່ງໃຫຍ່ ທີ່ເປັນມິ່ງຂວັນ, ເປັນທີ່ເຄົາລົບຮັກ ແລະ ເທີດທູນສັກກາລະບູຊາຂອງປວງຊົນຊາວໄທທັງຊາດເທົ່ານັ້ນ ແຕ່ຍັງເປັນການສູນເສຍຍາດມິດທີ່ໃກ້ຊິດ ຜູ້ທີ່ມີຄຸນງາມຄວາມດີອັນໃຫຍ່ຫຼວງຂອງປະຊາຊົນລາວອີກດ້ວຍ. ນອກຈາກນັ້ນ, ພະນະທ່ານ ປະທານປະເທດ ແຫ່ງ ສປປ ລາວ ຍັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງສູງ ຕໍ່ບັນດາໂຄງການພະລາຊະດໍາລິຂອງພະບໍລົມວົງສານຸວົງ ແຫ່ງ ຣາຊະອານາຈັກໄທ ທຸກພະອົງ ທີ່ໄດ້ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນລາວ ກໍຄື ການປະກອບສ່ວນອັນໃຫຍ່ຫຼວງ ເຂົ້າໃນການພັດທະນາ ສປປ ລາວ ໂດຍສະເພາະໃນຂະແໜງການສຶກສາ, ກະສິກໍາ ແລະ ສາທາລະນະສຸກ.

ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືສອງປະເທດ ຕະຫຼອດໄລຍະ 76 ປີຜ່ານມາ (19/12/1950-19/12/2026) ຊຶ່ງໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ມີຜົນສໍາເລັດອັນສໍາຄັນຫຼາຍດ້ານ. ສອງຝ່າຍ ເຫັນດີເປັນເອກະພາບໃນການຊຸກຍູ້ໃຫ້ຂະແໜງການທີ່ກ່ຽວຂ້ອງຂອງສອງປະເທດ ສືບຕໍ່ຮ່ວມກັນສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ທັງທາງບົກ ແລະ ທາງນໍ້າ ໃຫ້ສໍາເລັດໂດຍໄວ ເພື່ອເປັນມໍລະດົກອັນລໍ້າຄ່າ ໃຫ້ແກ່ຮຸ່ນລູກຮຸ່ນຫຼານສືບຕໍ່ໄປ ທັງເປັນຜົນດີໃຫ້ແກ່ການເຊື່ອມໂຍງ-ເຊື່ອມຈອດຂອງອະນຸພາກພື້ນ ແລະ ພາກພື້ນ ໄດ້ຢ່າງສະດວກສະບາຍຍິ່ງໆຂຶ້ນ.ໃນຂະນະດຽວກັນ, ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູຫົວ ແຫ່ງ ຣາຊະອານາຈັກໄທ ໄດ້ສະແດງຄວາມປິຕິຍິນດີ ທີ່ໄດ້ສະເດັດມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ໃນຄັ້ງນີ້ ແລະ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງລັດຖະບານ ແລະ ປະຊາຊົນລາວທຸກທົ່ວໜ້າຊຶ່ງເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈຊຶ່ງກັນ ແລະ ກັນ ພ້ອມທັງໄດ້ອວຍພອນໃຫ້ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມ ຖານບ້ານໃກ້ເຮືອນຄຽງທີ່ດີ ແລະ ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສອງປະເທດ ໄທ-ລາວ ຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ.

ຫຼັງຈາກນັ້ນ, ພະນະທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ໄດ້ນໍາພາ ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໄປຢ້ຽມຊົມ ຕໍານັກຜ້າໄໝລາວບູຮານ ແລະ ຖືກຕ້ອນຮັບໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ. ໃນຕອນແລງຂອງວັນດຽວກັນ, ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ຣາຊະອານາຈັກໄທກໍໄດ້ເຂົ້າຮ່ວມພິທີບາສີສູ່ຂວັນ ແລະ ງານລ້ຽງຕ້ອນຮັບ ທີ່ ທໍານຽບປະທານປະເທດ ເປັນກຽດຈັດໂດຍ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ອີກດ້ວຍ.
ຂ່າວ: ກະຊວງການຕ່າງປະເທດ, ພາບ: ສຳນານ




