ບໍລິສັດ ລັດວິສະຫະກິດ ລາວເດີນອາກາດ ແຈ້ງການໃຫ້ຊາບວ່າ: ຖ້ຽວບິນຂອງສາຍການບິນ ລາວສະກາຍເວ/ LAO SKYWAY, ເສັ້ນບິນ ວຽງຈັນ-ຜົ້ງສາລີ-ວຽງຈັນ ຖ້ຽວບິນ LK202-203 ແລະ ວຽງຈັນ-ໄຊຍະບູລີ-ວຽງຈັນ ຖ້ຽວບິນ LK204-205 ຈະໄດ້ຢຸດໃຫ້ບໍລິການຊົ່ວຄາວແກ່ລູກຄ້າ, ເລີ່ມແຕ່ວັນທີ 6 ມີນາ 2026 ເປັນຕົ້ນໄປ ຈົນກວ່າຈະມີແຈ້ງການ ສະບັບໃໝ່.





