31 C
Vientiane
ວັນທີ 25 February, 2026

ນາຍົກລັດຖະມົນຕີ ຕິດຕາມການກໍ່ສ້າງຕໍ່ເຕີມຫ້ອງເຮັດວຽກ-ຫ້ອງປະຊຸມໃຫຍ່ ສະພາປະຊາຊົນແຂວງຈໍາປາສັກ

Must read

ໃນໂອກາດລົງເຄື່ອນໄຫວເຮັດວຽກ ແລະ ເຂົ້າຮ່ວມປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ຢູ່ແຂວງຈໍາປາສັກ ໃນລະຫວ່າງວັນທີ 21-22 ກຸມພາ 2026 ຜ່ານມາ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຕິດຕາມກວດກາຄວາມຄືບໜ້າໂຄງການກໍ່ສ້າງຕໍ່ເຕີມຫ້ອງເຮັດວຽກ ແລະ ຫ້ອງປະຊຸມໃຫຍ່ ຂອງສະພາປະຊາຊົນແຂວງຈໍາປາສັກ ໂດຍມີ ທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກໍາມະການເລືອກຕັ້ງຂັ້ນແຂວງ ແຂວງຈໍາປາສັກ ແລະ ທ່ານ ສາຍທອງ ໄຊຍະວົງ ປະທານສະພາປະຊາຊົນແຂວງ, ຮອງປະທານຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຕິດຕາມ.

ໂອກາດນີ້, ທ່ານນາຍົກລັດຖະມົນຕີ ແລະ ຄະນະ ໄດ້ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດດຳເນີນການກໍ່ສ້າງ ໂຄງການດັ່ງກ່າວ ຈາກຄະນະຮັບຜິດຊອບໂຄງການ ແລະ ເຄື່ອນໄຫວພາກສະໜາມຕິດຕາມກວດການຕົວຈິງ ຊຶ່ງສາມາດເຫັນໄດ້ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ສໍາເລັດເກືອບ 90% ຂອງແຜນວຽກທັງໝົດ, ຕາມແຜນຄາດຄະເນການຈັດຕັ້ງປະຕິບັດໂຄງການກໍ່ສ້າງຕໍ່ເຕີມຫ້ອງເຮັດວຽກ ແລະ ຫ້ອງປະຊຸມໃຫຍ່ ຂອງສະພາປະຊາຊົນແຂວງຈໍາປາສັກ ຈະໃຫ້ສໍາເລັດໃນເດືອນມີນາ ປີ 2026 ເພື່ອຮັບໃຊ້ກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນແຂວງຈໍາປາສັກ ຊຸດທີ V (ຊຸດໃໝ່).

ຂ່າວ-ພາບ: ສົມວິຈິດ ໄຊມົນຕີ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article