33 C
Vientiane
ວັນທີ 23 February, 2026

ລັດຖະມົນຕີ ຍທຂ ເນັ້ນໃຫ້ນໍ້າປະປານະຄອນຫລວງວຽງຈັນ ສະໜອງນໍ້າພຽງພໍ ເພື່ອປະຊາຊົນໄດ້ຊົມໃຊ້ນໍ້າສະດວກ

Must read

ວັນທີ 21 ກຸມພາ 2026 ທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະ ລົງຕິດຕາມ ຊຸກຍູ້ການສະໜອງນໍ້າປະປາພາຍໃນນະຄອນຫລວງວຽງຈັນ ຢູ່ໂຮງງານຜະລິດນໍ້າປະປາ ບ້ານຍາພະ ເມືອງສີໂຄດຕະບອງ, ໂຮງງານຜະລິດນໍ້າປະປາ ບ້ານທາດຂາວ ເມືອງສີສັດຕະນາກ ແລະ ໂຮງງານຜະລິດນໍ້າປະປາ ຈີ່ນາຍໂມ້. ໂດຍການຕ້ອນຮັບຂອງ ທ່ານ ໄຊຍາ ໄຊມຸງຄຸນ ຜູ້ອໍານວຍການ ລັດວິສາຫະກິດ ນໍ້າປະປານະຄອນຫວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຜູ້ອໍານວຍການ ລັດວິສາຫະກິດນໍ້າປະປາ ນະຄອນຫຼວງວຽງຈັນ ໄດ້ລາຍງານວ່າ: ປັດຈຸບັນ ການຜະລິດ ແລະ ສະໜອງນໍ້າປະປາໃນນະຄອນຫຼວງວຽງຈັນມີ 3.7 ແສນແມັດກ້ອນຕໍ່ວັນ, ແຕ່ໃນຄວາມຕ້ອງການແມ່ນ 4 ແສນແມັດກ້ອນຕໍ່ວັນ.

ໂອກາດນີ້, ທ່ານ ເຫລັກໄຫລ ສີວິໄລ ໄດ້ກ່າວວ່າ ນໍ້າປະປາ ມີຄວາມສໍາຄັນ ແລະ ຈໍາເປັນທີ່ສຸດຕໍ່ການດໍາລົງຊີວິດຂອງຄົນເຮົາ ເຊິ່ງນະຄອນຫຼວງວຽງຈັນ ເປັນນະຄອນຫຼວງ ທັງເປັນໃຈກາງຂອງການພັດທະນາ ຍິ່ງມີຄວາມຕ້ອງການນໍ້າປະປາຊົມໃຊ້ ເພື່ອຮັບປະກັນ ການສະໜອງນໍ້າປະປາ ໃຫ້ສັງຄົມໄດ້ຊົມໃຊ້ ແລະ ເນັ້ນບາງບັນຫາຄື:

  • ການແກ້ໄຂບັນຫາສະເພາະໜ້າ ແມ່ນໃຫ້ເນັ້ນໃສ່ ຈຸດທີ່ໂຮງງານຜະລິດໄດ້ແລ້ວ ໂດຍສະເພາະ ໂຮງງານຜະລິດນໍ້າປະປາ ບ້ານຍາພະ ແມ່ນໃຫ້ສຸມໃສ່ຈັດຕັ້ງປະຕິບັດ ວຽກລະບົບທໍ່ກະຈາຍນໍ້າປະປາ ຈຸດໃດ ທີ່ສາມາດຈັດຕັ້ງປະຕິບັດໄດ້ແມ່ນໃຫ້ດໍາເນີນການທັນທີ, ສ່ວນຈຸດທີ່ ຍັງບໍ່ສາມາດຕົກລົງກັນໄດ້ ແມ່ນໃຫ້ ກົມນໍ້າປະປາ, ພະແນກ ຍທຂ ນະຄອນຫຼວງ ແລະ ລັດວິສາຫະກິດນໍ້າປະປາ ນະຄອນຫຼວງ ຮ່ວມມືກັນສຸມໃສ່ໃນການຈັດຕັ້ງປະຕິບັດ ໃຫ້ສໍາເລັດຕາມແຜນການ ຮັບປະກັນການສະໜອງນໍ້າ ໃຫ້ໄດ້ໄວ ເພື່ອປະຊາຊົນໄດ້ຊົມໃຊ້ນໍ້າສະດວກ.
  • ສໍາລັບໂຮງງານຜະລິດນໍ້າປະປາ ທາດຂາວ ທີ່ການກໍ່ສ້າງສໍາເລັດ 95% ແມ່ນໃຫ້ເອົາໃຈໃສ່ ສືບຕໍ່ຈັດຕັ້ງປະຕິບັດໃຫ້ສໍາເລັດຕາມແຜນການ ເພື່ອສະໜອງນໍ້າເຂົ້າໃນລະບົບ ທໍ່ສົ່ງໃນຕົວເມືອງ ໃຫ້ທັນການສະໜອງນໍ້າໃຫ້ພຽງພໍ.
  • ບັນຫານໍ້າຂອງບົກແຫ້ງ ແມ່ນໃຫ້ສົມທົບກັນ ຕິດຕາມຊອກຫາສາຍເຫດຕົ້ນຕໍທີ່ນໍ້າຂອງບົກແຫ້ງໄວ ແລະ ເລັ່ງແກ້ໄຂ ໂດຍໃຫ້ຫ້ອງການກະຊວງເປັນໃຈກາງປະສານເບິ່ງຕື່ມກັບກະຊວງກ່ຽວຂ້ອງ ໂດຍສະເພາະການປ່ອຍນໍ້າຈາກເຂື່ອນ ແລະ ອື່ນໆ ພ້ອມນັ້ນ ໃຫ້ລັດວິສາຫະກິດ ຄົ້ນຄວ້າຫາທາງເລືອກ,ຈໍາເປັນຕ້ອງມີລະບົບ ຫຼື ແຜນສໍາຮອງອື່ນໆ ຕ້ອງກະກຽມໄວ້.
  • ຕໍ່ກັບການແກ້ໄຂສະພາບນໍ້າປະປາຮົ່ວໄຫຼ ເຊິ່ງເປັນບັນຫາທີ່ທ້າທາຍ ຕ້ອງໄດ້ພ້ອມກັນຄົ້ນຄວ້າ ນໍ້າໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າມາຊ່ວຍ ຫຼື ຖອດຖອນບົດຮຽນຈາກເພື່ອນມິດສາກົນ. ອາດຈະເລີ່ມສໍາຫຼວດເປັນເຂດ ຫຼື ເປັນໂຊນໄປເລີຍ ຕ້ອງແກ້ໄຂໃຫ້ຂາດຕົວຖາວອນ ແລະ ເປັນແຕ່ລະໄລຍະ ທີ່ສໍາຄັນແມ່ນໃຫ້ສັງຄົມເປັນເຈົ້າການກວດກາ ຕິດຕາມ ແລະ ມີສ່ວນຮ່ວມ.
  • ສໍາລັບບັນຫາໄລຍະຍາວ ໂດຍສະເພາະແມ່ນ ບັນດາໂຮງງານທີ່ກໍາລັງກໍ່ສ້າງ ແມ່ນໃຫ້ຕິດຕາມຊຸກຍູ້ປະຕິບັດຕາມແຜນການທີ່ວາງໄວ້, ສໍາລັບໂຄງການທີ່ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ( MOU )ໄປແລ້ວນັ້ນ ຕ້ອງໄດ້ກວດກາຄືນ ໂຄງການການທີ່ບໍ່ໄດ້ຖືກຈັດຕັ້ງປະຕິບັດແມ່ນໃຫ້ແກ້ໄຂ ບໍ່ໃຫ້ກາຍເປັນການກົດໜ່ວງຖ່ວງດຶງການພັດທະນາ ການສະໜອງນໍ້າປະປາໃນນະຄອນຫຼວງວຽງຈັນ.
  • ເນື່ອງຈາກຄວາມຕ້ອງການນັບມື້ນັບເພີ່ມຂຶ້ນ ໃນໄລຍະຍາວ ໃຫ້ລັດວິສາຫະກິດ ນໍ້າປະປານະຄອນຫຼວງວຽງຈັນ ເປັນເຈົ້າການວາງແຜນເປັນລະບົບ, ມີແຜນການກໍ່ສ້າງ, ແຜນນໍາໃຊ້ງົບປະມານ ໃຫ້ຄົ້ນຄວ້າເປັນຍຸດທະສາດ ເປັນການສ້າງຄວາມພ້ອມ ເພື່ອຫັນໄປສູ່ການສ້າງ ແຜນຮອງຮັບ ແກ້ໄຂ ໄພພິບັດ ແລະ ອື່ນໆ.
  • ກົມນໍ້າປະປາ, ພະແນກ ຍທຂ ນະຄອນຫຼວງ ຕ້ອງເອົາໃຈໃສ່ໃກ້ສິດຕິດແທດ ກັບລັດວິສາຫະກິດນໍ້າປະປານະຄອນຫຼວງວຽງຈັນ ເອົາໃຈໃສ່ ໃຫ້ຄວາມຊ່ວຍເຫຼືອ ແລະ ແກ້ໄຂບັນນຫາຕ່າງໆ ບໍ່ໃຫ້ແກ່ຍາວ ທັງເປັນການຮັບປະກັນ ປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ປະສົບຜົນສໍາເລັດເຕີບໃຫຍ່ຂະຫຍາຍຕົວຂຶ້ນ.

ທີ່ມາ: ກະຊວງ ໂຍທາທິການ ແລະ ຂົນສົ່ງ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article