28.8 C
Vientiane
ວັນທີ 21 February, 2026

ສຳນັກຂ່າວສະຫະລັດອາເມລິກາລາຍງານວ່າ ມີຜູ້ເສຍຊີວິດຢ່າງໜ້ອຍ 4 ຄົນ ຈາກອຸບັດຕິເຫດລົດຕຳກັນກວ່າ 30 ຄັນ ຈາກ ພາຍຸຝຸ່ນ (dust storm)

Must read

ໃນວັນທີ 17 ກຸມພາ 2026 ສື່ສະຫະລັດລາຍງານ ມີຜູ້ເສຍຊີວິດຢ່າງໜ້ອຍ 4 ຄົນ ຈາກອຸບັດຕິເຫດລົດຕຳກັນກວ່າ 30 ຄັນ ເທິງທາງຫຼວງລະຫວ່າງລັດໝາຍເລກ 25 (I-25) ໃກ້ເມືອງ Pueblo ລັດ Colorado ໃນຕອນສາຍຂອງວັນອັງຄານ ທ່າມກາງກະແສລົມແຮງຫຼາຍ.

ຕຳຫຼວດທາງຫຼວງລັດ Colorado ລະບຸວ່າ ເຫດການເກີດຂຶ້ນປະມານ 10:00 ໂມງ ຕາມເວລາທ້ອງຖິ່ນ ໂດຍມີລົດບັນທຸກພ່ວງຢ່າງໜ້ອຍ 6 ຄັນ ແລະ ລົດຍົນສ່ວນຕົວອີກຫຼາຍສິບຄັນທີ່ກ່ຽວຂ້ອງ. ຈຸດເກີດເຫດຢູ່ບໍລິເວນຫຼັກໄມລ໌ທີ 92 ໃກ້ຖະໜົນ Pueblo Boulevard ເທິງ I-25 ຝ່າຍຂາລົງໃຕ້.

ຂະນະເກີດເຫດ ພື້ນທີ່ດັ່ງກ່າວປະເຊີນກັບລົມແຮງຈົນເກີດສະພາບຝຸ່ນດິນຟຸ້ງກະຈາຍບດບັງທັດສະນະວິໄສຢ່າງຮຸນແຮງ ໂດຍປະມານຄວາມໄວລົມກະໂຊກໃນຂະນະນັ້ນສູງເຖິງ 60 ໄມລ໌ຕໍ່ຊົ່ວໂມງ (ປະມານ 96 ກິໂລແມັດຕໍ່ຊົ່ວໂມງ).

ເຈົ້າໜ້າທີ່ຢືນຢັນຜູ້ເສຍຊີວິດ 4 ຄົນ ແລະ ມີຜູ້ບາດເຈັບເພີ່ມເຕີມຢ່າງໜ້ອຍ 29 ຄົນ ແຕ່ຍັງບໍ່ເປີດເຜີຍລາຍລະອຽດອາການ ພ້ອມລະບຸວ່າຈະປະກາດລາຍຊື່ຜູ້ເສຍຊີວິດຫຼັງຈາກແຈ້ງຄອບຄົວແລ້ວ. ໃນຂະນະນີ້ ທາງຫຼວງທັງສອງທິດທາງໃນບໍລິເວນຈຸດເກີດເຫດຖືກປິດການຈາລະຈອນ ແລະ ຍັງບໍ່ຮູ້ກຳນົດເປີດໃຊ້ງານອີກຄັ້ງ. ເຈົ້າໜ້າທີ່ແນະນຳໃຫ້ຜູ້ຂັບຂີ່ຫຼີກລ່ຽງການເດີນທາງໃນຊ່ວງທີ່ທັດສະນະວິໄສຕ່ຳ ແລະ ລົມຍັງຄົງແຮງ.

ນອກຈາກນີ້, ພື້ນທີ່ລັດ Colorado ຍັງປະເຊີນຄວາມສ່ຽງໄຟປ່າຮຸນແຮງ ຈາກສະພາບອາກາດແຫ້ງ ອຸນຫະພູມສູງຜິດລະດູການ ແລະ ກະແສລົມແຮງ ໂດຍບາງຈຸດອາດມີລົມກະໂຊກສູງສຸດເຖິງ 70 ໄມລ໌ຕໍ່ຊົ່ວໂມງ. ໃນຂະນະທີ່ສາເຫດຂອງອຸບັດຕິເຫດຄັ້ງນີ້ຍັງຢູ່ລະຫວ່າງການສອບສວນ ແລະ ເຈົ້າໜ້າທີ່ກຳລັງຮີບຮ້ອນຈັດການພື້ນທີ່ເກີດເຫດ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article