ຄວາມກົດດັນສູງຂອງອາກາດເຢັນຈະສືບຕໍ່ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອຍັງມີກໍາລັງແຮງປານກາງພັດປົກຄຸມ, ເຊິ່ງຈະເຮັດໃຫ້ອາກາດຈະສືບຕໍ່ເຢັນ ຫາ ໜາວເຢັນລົງຕື່ມອີກ ພ້ອມຈະມີລົມພັດແຮງຢູ່ເກືອບທົ່ວໄປໃນແຕ່ລະພາກ, ສ່ວນຕອນບ່າຍອາກາດຍັງຈະສືບຕໍ່ຮ້ອນ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງທາງພາກເໜືອ.





