28.8 C
Vientiane
ວັນທີ 21 February, 2026

ຄິດວ່າຫຼານຊາຍລັກໄກ່… ຜິດຖຽງກັນ ຖືກຕີເສຍຊີວິດ

Must read

ວັນທີ 13 ກຸມພາ 2026 ປກສ ເມືອງໜອງບົກ ແຂວງຄຳມ່ວນ ໄດ້ສົມທົບກັບ ປກສ ກຸ່ມບ້ານ, ອົງການປົກຄອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ນຳຕົວຜູ້ຖືກຫາໃນຄະດີຄາດຕະກຳ ລົງເຮັດແຜນທົດສະກຳ ເພື່ອປະກອບຄຳຮັບສາລະພາບ ຢູ່ສະຖານທີ່ເກີດເຫດ.

ຕໍ່ກັບເຫດການດັ່ງກ່າວ, ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ໃນວັນທີ 31 ຕຸລາ 2025 ທາງເຈົ້າໜ້າທີ່ຕຳຫຼວດແມ່ນໄດ້ຮັບແຈ້ງຈາກອົງການປົກຄອງບ້ານທ່າມ່ວງ ເມືອງໜອງບົກ ແຂວງຄຳມ່ວນວ່າ: ມີເຫດຄາດຕະກຳ ມີຄົນເສຍຊີວິດ1ຄົນ ຢູ່ຮ້ານຂາຍເຄື່ອງແຫ່ງໜຶ່ງ.ດັ່ງນັ້ນ, ເຈົ້າໜ້າທີ່ຕຳຫຼວດຈຶ່ງໄດ້ແຕ່ງຕັ້ງກຳລັງວິຊາສະເພາະສົມທົບກັບ ປກສ ກຸ່ມບ້ານ, ອົງການປົກຄອງບ້ານລົງສັນລະສູດສະຖານທີ່ເກີດເຫດ ເຊິ່ງພົບເຫັນ ມີຜູ້ເສຍຊີວິດ 1 ຄົນ (ຮ່າງກາຍມີຮ່ອງຮອຍຖືກຂອງແຂງທຸບຕີບໍລິເວນຫົວຫລາຍບາດ).

ຜ່ານການເກັບກຳຂໍ້ມູນຫຼັກຖານຢູ່ຈຸດເກີດເຫດ ແລະ ເອົາຄຳໃຫ້ການຈາກປະຊາຊົນ ທີ່ເຫັນເຫດການ ເຈົ້າໜ້າທີ່ຕຳຫຼວດວິຊາສະເພາະ ຈຶ່ງຮູ້ວ່າ: ຜູ້ເສຍຊີວິດ ຊື່ ທ້າວ ວິໄຊ ທອງຕັນ ອາຍຸ 57 ປີ, ຢູ່ບ້ານໂພນສາວເອ້ ເມືອງໜອງບົກ ແຂວງຄຳມ່ວນ ແລະ ຄົນຮ້າຍລົງມືກໍ່ເຫດ ຊື່ ທ້າວ ບຸນມີ ທອງຕັນ ອາຍຸ 41 ປີ (ເຊິ່ງເປັນຫຼານຂອງຜູ້ເສຍຊີວິດ). ໃນວັນດຽວກັນ, ເຈົ້າໜ້າທີ່ ກໍສາມາດກັກຕົວ ທ້າວ ບຸນມີ ທອງຕັນ (ຜູ້ກໍ່ເຫດ) ໄດ້ຢູ່ເຮືອນຂອງຜູ້ກ່ຽວ ຢູ່ບ້ານໂພນສາວເອ້.

ຜ່ານການສອບສວນຂອງເຈົ້າໜ້າທີ່ ທ້າວ ບຸນມີ ທອງຕັນ (ຜູ່ກໍ່ເຫດ) ໄດ້ສາລະພາບວ່າ: ໃນເວລາ 15:30 ນາທີ ຂອງວັນທີ 31 ຕຸລາ 2025 (ມື້ເກີດເຫດ) ຕົນເອງແມ່ນໄດ້ຢ່າງມາຊື້ເຫຼົ້າຢູ່ຮ້ານຂາຍເຄື່ອງແຫ່ງໜຶ່ງ ຢູ່ບ້ານທ່າມ່ວງ ຈຳ ນວນ 1 ຕຸກນ້ອຍ ແລ້ວກໍດື່ມກິນຄົນດຽວຈົນໝົດ ຮອດເວລາ 18:00 ໂມງ ແລ້ວກຳລັງຈະອອກເມືອ. ໃນເວລານັ້ນ,ໄດ້ມີ ທ້າວ ວິໄຊ ທອງຕັນ (ຜູ້ເສຍຊີວິດ)ຂີ່ລົດຈັກເຂົ້າມາຫາ ແລ້ວເວົ້າວ່າ ໄກ່ບໍ່ເຫັນ ບໍ່ແມ່ນ ມຶງລັກໄກ່ກູບໍ່. ຫຼັງຈາກນັ້ນ, ຕົນເອງໄດ້ຕອບວ່າ ບໍ່ເຫັນ (ແລ້ວທັງສອງກໍໄດ້ຜິດຖຽງກັນ) ຕົນເອງແມ່ນຍ່າງໜີ ເພື່ອຈະອອກເມືອບ້ານ ແຕ່ໄດ້ເຫັນ ຜູ້ເສຍຊີວິດ ຖືມີດຍາວ ປະມານ 30 ຊັງ ຕີແມັດ ຍ່າງຕາມຫຼັງມາ, ພໍໃກ້ຈະຮອດໄດ້ສະດຸລົ້ມ, ຕົນ ເອງ ຈຶ່ງໄດ້ໃຊ້ໄມ້ ທີ່ຖືຕິດຕົວມາ (ໄມ້ຄ້ອນ) ຍາວປະມານ ໜຶ່ງແມັດ ຕີໃສ່ບໍລິເວນຫົວ ຜູ້ກ່ຽວຈຳນວນຫຼາຍບາດ ຈົນເສຍຊີວິດ ແລ້ວຕົນເອງໄດ້ກັບເມືອເຮືອນ ຢູ່ບ້ານໂພນສາວເອ້ ກໍຖືກເຈົ້າໜ້າທີ່ ເຂົ້າກັກຕົວນຳ ມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ພາບ-ຂ່າວ: ນີວອນ ອ້ວນຄຳຈັນ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article