ປກສ ແຂວງສະຫວັນນະເຂດ ລາຍງານວ່າ: ວັນທີ 3 ກຸມພາ 2026 ເຈົ້າໜ້າທີ່ພະແນກຕໍາຫລວດ ກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ກັກຕົວນາງ ເພັດສະໝອນ ແກ້ວປັນຍາ ອາຍຸ 41 ປີ ກຳມະກອນ ປັດຈຸບັນພັກເຊົາຢູ່ບ້ານ ໂນນສະຫວາດ ນະຄອນໄກສອນພົມວິຫານ ໃນຂໍ້ຫາກໍ່ເຫດລັກຊັບສິນຂອງປະຊາຊົນຢູ່ໃນງານບຸນພະທາດອີງຮັງ ມາສອບສວນ.

ຜ່ານການສອບສວນ ຜູ້ກ່ຽວໄດ້ຮັບສາລະພາບວ່າ: ຜ່ານມາ ໄດ້ເຄື່ອນໄຫວລັກຊັບສິນ ຢູ່ໃນງານບຸນພຣະທາດອີງຮັງ ແລະ ໃນເທສະບານນະຄອນໄກສອນພົມວິຫານ ມາແລ້ວ 6 ຄັ້ງຄື :
– ຄັ້ງທີ 1: ທ້າຍເດືອນພະຈິກ 2022 ລັກຢູ່ຮ້ານຂາຍເບ້ຍໄມ້ ບ້ານໂພນສະຫວ່າງໃຕ້ ໄດ້ເງິນ 800,000 ກີບ ແລະ ໂທລະສັບ 1 ໜ່ວຍ.
– ຄັ້ງທີ 2: ຜ່ານໄປ 7 ວັນ, ລັກກະເປົາເງິນເຈົ້າຂອງຮ້ານຂາຍຂອງກິນສຸກ ໜ້າປໍ້ານໍ້າມັນຫຼັກ 7 ບ້ານ ອຸດົມວິໄລ ນະຄອນໄກສອນພົມວິຫານ ໄດ້ເງິນ 7,000,000 ກີບ, ເງິນບາດ 2,000 ບາດ, ໂທລະສັບ 1 ໜ່ວຍ, ປື້ມຝາກທະນາຄານ 1 ຫົວ.
– ຄັ້ງທີ 3-4: ຫ່າງກັນ 8 ວັນ, ລັກເອົາເຄື່ອງ ປະຊາຊົນໃນງານບຸນນະມັດສະການພະທາດອີງຮັງ ຢູ່ຮ້ານຂາຍຜ້າແພໄໝ ໄດ້ເງິນ 2,000,000 ກີບ ແລະ ບັດຕ່າງໆ. ລັກກະເປົາ ຢູ່ຮ້ານຂາຍນໍ້າຫອມ ໄດ້ເງິນ 700,000 ກີບ. ເວລາປະມານ 18:00 ໂມງວັນດຽວກັນ, ຈຶ່ງຖືກເຈົ້າໜ້າທີ່ ປກສ ເຊີນຕົວຂຶ້ນຫ້ອງການກຸ່ມ ແຕ່ຜູ້ກ່ຽວເອົາຕົວລົບໜີຂ້າມໄປຢູ່ປະເທດໄທ ຮອດເດືອນ 6 ປີ 2025 ຜູ້ກ່ຽວຈິ່ງກັບມາຢູ່ປະເທດລາວ ແລ້ວໄປເຊົ່າຢູ່ຫ້ອງເຊົ່າຢູ່ບ້ານໂນນສະຫວາດ ນະຄອນໄກສອນພົມວິຫານ.
– ຄັ້ງທີ 5: ວັນທີ 24 ຕຸລາ 2025 ລັກກະເປົາແມ່ຄ້າຮ້ານຂາຍໝາກໄມ້ ຢູ່ຕະຫລາດໃຫຍ່ສະຫວັນໄຊ ໄດ້ສາຍແຂນຄໍາ 1 ເສັ້ນ, ສາຍຄໍຄໍາພ້ອມກີ້ດາວ 1 ເສັ້ນ, ເງິນບາດປະມານ 72,000 ບາດ ແລະ ເງິນກີບ 16,000,000 ກີບ. ພາຍຫລັງກໍ່ເຫດແລ້ວຂ້າມໄປຝັງໄທ ແລ້ວກັບມາປະເທດລາວ ມາເຊົ່າຢູ່ຫ້ອງເຊົ່າບ້ານ ໂນນສະຫວາດ ນະຄອນໄກສອນພົມວິຫານ.
– ຄັ້ງທີຫົກວັນທີ 29 ພະຈິກ 2025 ເລາະລັກຊັບສິນ ຢູ່ໃນງານບຸນພະທາດອີງຮັງອີກ ໄດ້ລັກກະເປົາ ເຈົ້າຂອງຮ້ານຂາຍແຈ່ວປາບໍ້າຊໍາເໜືອ ໃນກະເປົາມີ: ພາສປອດ 2 ຫົວ,ໂທລະສັບຍີ່ຫໍ້ ໄອໂຟນ16 ໂປແມັກ 1 ໜ່ວຍ, ເງິນກີບ 450,000 ກີບ, ເງິນບາດ 4,000 ບາດ, ແຫວນຄຳ 2 ວົງ ( ວົງໜຶ່ງເປັນແຫວນກ້ຽງ ແລະ ອີກໜື່ງວົງເປັນແຫວນຮູບພະຍານາກ ), ສາຍແຂນລູກປັດ (ຈີ້ປີເຊັຍຄຳ) 1 ເສັ້ນ. ສ່ວນເຄື່ອງຂອງທີ່ໄດ້ມາ ພາສປອດທັງ 2 ຫົວໄດ້ແກວ່ງຖິ້ມເຂົ້າປ່າ; ໂທລະສັບໄອໂຟນ 16 ໂປແມັກ ໄດ້ແກວ່ງຖິ້ມອ່າງເກັບນ້ຳບ້ານ ບຶງວະ ຍ້ອນຢ້ານຈັບ GPS ໄດ້.
ຜ່ານມາປະມານ 1 ອາທິດ ຜູ້ກ່ຽວໄດ້ຂ້າມໄປຈັງຫວັດຂອນແກ່ນ ປະເທດໄທ ເພື່ອເອົາ ແຫວນຄຳພ້ອມປີເຊັຍຄຳ ໄປຂາຍຢູ່ຮ້ານຂາຍຄຳບໍ່ຈື່ຊື່, ແຫວນກ້ຽງ ນ້ຳໜັກແມ່ນ 2 ສະຫລຶງຂາຍໄດ້ 24,000 ບາດ, ແຫວນຮູບພະຍານາກ ນໍ້າໜັກ 1 ບາດ ຂາຍໄດ້ 47,000 ບາດ, ສ່ວນຈີ້ປີເຊັຍຄຳ ຂາຍໄດ້ 13,000 ບາດ. ຫຼັງຈາກຂາຍຄຳໄດ້ເງິນມາແລ້ວ ກໍ່ຂ້າມມາປະເທດລາວ ສ່ວນເງິນທີ່ໄດ້ມາ ຜູ້ກ່ຽວແມ່ນເຂົ້າໄປຫລິ້ນການພະນັນຢູ່ຄາຊີໂນ ແລະ ໃຊ້ຈ່າຍຕົວຕົວຈົນໝົດ.
ປັດຈຸບັນ, ຄະດີດັ່ງກ່າວຍັງຢູ່ໃນຂັ້ນຂໍຄໍາສັ່ງກັກຂັງພາງຈາກອົງການໄອຍະການປະຊາຊົນເຂດ I ພາຍຫຼັງສິ້ນສຸດການສືບສວນ – ສອບສວນເຈົ້າໜ້າທີ່ ປກສ ນະຄອນ ແມ່ນສະຫຼຸບສໍານວນຄະດີພ້ອມຜູ້ຖືກຫາ ໃຫ້ ປກສ ແຂວງ ສືບຕໍ່ດໍາເນີນໄປຕາມຂັ້ນຕອນຂອງລະບຽບກົດໝາຍ. ສ່ວນເຄື່ອງຂອງກາງທີ່ຜູ້ຖືກຫາລັກໄປນັ້ນທາງເຈົ້າໜ້າທີ່ວິຊາສະເພາະ ປກສ ນະຄອນ ແມ່ນຈະໄດ້ປະສານສົມທົບກັບເຈົ້າໜ້າທີ່ ປກສ ແຂວງ ເພື່ອສືບຕໍ່ໄຕ່ນໍາເກັບກູ້ເຄື່ອງຂອງກາງມາຄືນເຈົ້າຂອງ.




