28.8 C
Vientiane
ວັນທີ 21 February, 2026

ບໍລິສັດ ໄດນາມິກ ໂຊລູຊັນ ມອບເຄື່ອງຮັບໃຊ້ວິຊາສະ ເພາະ ໃຫ້ກະຊວງປ້ອງກັນຄວາມສະຫງົບ

Must read

ບໍລິສັດ ໄດນາມິກ ໂຊລູຊັນ ຈຳກັດຜູ້ດຽວ ໄດ້ນໍາເຄື່ອງຮັບໃຊ້ວຽກງານວິຊາສະເພາະ ຈໍານວນ 2 ຊຸດ ແລະ ລະ ບົບການຕັ້ງຄ່າອຸປະກອນ ຈໍານວນ 2 ຊຸດ ລວມມູນຄ່າ 120.000 ໂດລາສະຫະລັດ ໃຫ້ກະຊວງປ້ອງກັນຄວາມສະຫງົບ ໃນວັນທີ 9 ກຸມພາ 2026, ຕາງໜ້າມອບໂດຍ ທ່ານ ກຽງຄໍາ ອິນແພງທະວົງ ຜູ້ອໍານວຍການບໍລິສັດ ໄດນາມິກ ໂຊລູຊັນ ຈຳກັດຜູ້ດຽວ, ຕາງໜ້າຮັບໂດຍ ພົຈວ ແອນ ອຸ່ນອານົງນຸດ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ, ມີຄະນະທັງສອງຝ່າຍ ເຂົ້າຮ່ວມ.

ທ່ານ ກຽງຄໍາ ອິນແພງທະວົງ ກ່າວວ່າ: ການມອບເອບເຄື່ອງຮັບໃຊ້ວິຊາສະເພາະ ແລະ ລະບົບການຕັ້ງຄ່າອຸປະ ກອນ ໃຫ້ກະຊວງປ້ອງກັນຄວາມສະຫງົບ ໃນຄັ້ງນີ້ ຍ້ອນເຫັນໄດ້ຄວາມໝາຍ ຄວາມສຳຄັນຂອງວຽກງານປ້ອງກັນຄວາມສະຫງົບ ກໍຄືການປະຕິບັດໜ້າທີ່ວິຊາສະເພາະຂອງເຈົ້າໜ້າທີ່ ໃຫ້ມີປະສິດຕິພາບສູງຂຶ້ນກວ່າເກົ່າ; ເຊິ່ງທາງບໍລິສັດ ໄດນາມິກ ໂຊລູຊັນ ຈຳກັດຜູ້ດຽວ ຂໍເປັນສ່ວນໜຶ່ງໃນການປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະ ຫງົບປະຊາຊົນ ແລະ ເປັນການຮັດແໜ້ນຄວາມສາມັກຄີລະຫວ່າງບໍລິສັດ ກັບ ກໍາລັງປ້ອງກັນຄວາມສະຫງົບ ໃຫ້ມີຄວາມແໜ້ນແຟ້ນຂຶ້ນຕື່ມ.

ໂອກາດດັ່ງກ່າວ, ພົຈວ ແອນ ອຸ່ນອານົງນຸດ ໄດ້ກ່າວສະ ແດງຄວາມຂອບໃຈຕໍ່ ທ່ານ ກຽງຄໍາ ອິນແພງທະວົງ ຜູ້ອໍາ ນວຍການບໍລິສັດ ໄດນາມິກ ໂຊລຸຊັນ ຈຳກັດຜູ້ດຽວ ທີ່ໄດ້ນໍາເອົາເຄື່ອງຮັບໃຊ້ວິຊາສະເພາະ ມາມອບໃຫ້ກະຊວງປ້ອງກັນຄວາມສະຫງົບໃນຄັ້ງນີ້ ເຊິ່ງສະແດງໃຫ້ເຫັນເຖິງການເອົາໃຈໃສ່ໃນການ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານປ້ອງກັນຄວາມສະຫງົບ; ຈະນໍາໃຊ້ເຄື່ອງດັ່ງກ່າວເຂົ້າໃນການປະຕິບັດໜ້າທີ່ວິຊາສະເພາະໃຫ້ເກີດປະໂຫຍດສູງສຸດ.

ຂ່າວ: ຄຳໂຖ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article