23.5 C
Vientiane
ວັນທີ 21 February, 2026

ເປີດງານການກຸສົນ ຮ່ວມມື ລາວ-ຈີນ ລະດົມທຶນຊ່ວຍເຫລືອຜູ້ທຸກຍາກ ແລະ ດ້ອຍໂອກາດ

Must read

ມູນນິທິແມ່ຍິງລາວກ້າວໜ້າ ເພື່ອພັດທະນາ ແລະ ຊ່ວຍເຫລືອສັງຄົມ (ມລພສ) ຮ່ວມກັບໂທລະພາບອາຊຽນ ສປ ຈີນ (ASEAN TV) ປະຈຳ ສປປ ລາວ ຈັດງານການກຸສົນຮ່ວມມື ລາວ-ຈີນ ພາຍໃຕ້ຫົວຂໍ້ “ຄວາມຫວັງໃໝ່ຫ່ວງໃຍຜູ້ດ້ອຍໂອກາດ” ໃນວັນທີ 7 ກຸມພາ 2026 ທີ່ນະຄອນຫລວງວຽງຈັນ ໂດຍມີທ່ານ ນາງ ນາລີ ສີສຸລິດ ພັນລະຍາເລຂາທິການໃຫຍ່ ຄະນະບໍລິຫານສູນກາງພັກ ປະທານປະເທດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ການຈັດງານຄັ້ງນີ້, ເພື່ອລະດົມທຶນ ແລະ ວັດຖຸປັດໄຈ ໄປຊ່ວຍເຫລືອຜູ້ທຸກຍາກ ແລະ ຜູ້ດ້ອຍໂອກາດ, ເດັກອານາຖາ ພ້ອມທັງສະໜັບສະໜູນການແກ້ໄຂບັນຫາ ການຂາດວຽກເຮັດງານທຳ, ສ້າງອາຊີບໃຫ້ຊາວໜຸ່ມ, ສົ່ງເສີມການສຶກສາ, ຈັດຊື້ອຸປະກອນການຮຽນ ແລະ ອຸປະກອນການແພດ ໃຫ້ສຸກສາລາ ແລະ ໂຮງໝໍໃນເຂດຫ່າງໄກສອກຫລີກ. ພ້ອມທັງຈັດໂຄງການຝຶກອົບຮົມຈິດອາສາ ເພື່ອໃຫ້ເຍົາວະຊົນຫ່າງໄກຈາກຢາເສບຕິດ ແລະ ປ້ອງກັນການປະລະການຮຽນ ຂອງຊາວໜຸ່ມເຍົາວະຊົນແຂວງ, ເມືອງ ແລະ ບ້ານທຸກຍາກໃນ ສປປ ລາວ.

ທ່ານ ນາງ ວັນພອນ ສໍພາບມີໄຊ ປະທານມູນນິທິແມ່ຍິງລາວກ້າວໜ້າ ກ່າວວ່າ: ງານການກຸສົນຄັ້ງນີ້, ແມ່ນກິດຈະກຳທີ່ສະທ້ອນໃຫ້ເຫັນເຖິງ ຄວາມຮ່ວມມືອັນແໜ້ນແຟ້ນລະຫວ່າງ ລາວ-ຈີນ ໂດຍສະເພາະ ໃນປີນີ້ ສອງປະເທດ ລາວ-ຈີນ ສະຫລອງຄົບຮອບ 65 ປີ ການສ້າງສາຍພົວພັນທາງການທູດ. ພັກ-ລັດ ສປປ ລາວ ໄດ້ເອົາໃຈໃສ່ ແລະ ໃຫ້ບຸລິມະສິດຕໍ່ການພັດທະນາແມ່ຍິງ ແລະ ເດັກນ້ອຍ ຄຽງຄູ່ກັບການພັດທະນາສັງຄົມ.

ໂອກາດນີ້, ທ່ານ ນາງ ນາລີ ສີສຸລິດ ໄດ້ກ່າວສະແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່ບັນດາອົງການ, ນັກທຸລະກິດ ແລະ ຜູ້ໃຈບຸນທັງຫລາຍ ທີ່ໄດ້ປະກອບສ່ວນບໍລິຈາກທຶນ ແລະ ວັດຖຸປັດໄຈ ເພື່ອຊ່ວຍເຫລືອແມ່ຍິງ-ເດັກນ້ອຍ ດ້ອຍໂອກາດ ຊຶ່ງເປັນອະນາຄົດຂອງຊາດ.

ຂໍ້ມູນ-ພາບ: ໜັງສືພິມປະຊາຊົນ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article