
ວັນທີ 05 ກຸມພາ 2026 ຢູ່ທີ່ກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສູນກາງຊາວໜຸມ ປະຊາຊົນລາວ; ສະມາຄົມສົ່ງເສີມ Lao MSME, ສະມາຄົມສົ່ງເສີມຜະລິດຕະພັນລາວ ຈັດງານຖະແຫຼ່ງຂ່າວງານວາງສະແດງສິນຄ້າ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ປີ 2026 “Lao MSMEs Expo 2026” ພາຍໃຕ້ຫົວຂໍ້: “ຕ່ອງໂສ້ກະສິກຳປຸງແຕ່ງ ແລະ ການທ່ອງທ່ຽວຕິດພັນກັບທໍາມະຊາດຢ່າງທົ່ວເຖິງ” Inclusive Agro Processing Good and Ego Tourism ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 25 ກຸມພາ – 01 ມີນາ 2026 ທີ່ສູນວາງສະແດງສິນຄ້າ ລາວ – ໄອເຕັກ, ນະຄອນຫຼວງວຽງຈັນ. ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ວິທູນ ສິດທິມໍລະດາ ຮອງຫົວໜ້າກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ລິດທິໄກ ພູມມະສັກ ປະທານສະມາຄົມສົ່ງເສີມ Lao MSMEs, ທ່ານ ນ. ລັດສະໝີ ເວດສະພົງ ປະທານສະມາຄົມສົ່ງເສີມຜະລິດຕະພັນລາວ ເຂົ້າຮ່ວມມີບັນດາທ່ານຜູ້ຕາງໜ້າຈາກບັນດາຂະແໜງການທີ່ກ່ຽວຂ້ອງທັງພາກລັດ ແລະ ພາກເອກະຊົນ, ບັນດາສໍານັກຂ່າວ ແລະ ສື່ມວນຊົນ ທີ່ເຂົ້າຮ່ວມງານຖະແຫຼ່ງຂ່າວໃນຄັ້ງນີ້.

ງານວາງສະແດງ Lao MSME Expo 2026 ເຊິ່ງເປັນງານທໍາອິດ (ຄັ້ງທີ I) ທີ່ກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ຈະໄດ້ຈັດຂຶ້ນຮ່ວມກັບ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ແລະ ຮ່ວມກັບບັນດາຂະແໜງການທີ່ກ່ຽວຂ້ອງ ເປັນຕົ້ນແມ່ນ ສະມາຄົມສົ່ງເສີມ MSMEs, ສະມາຄົມສົ່ງເສີມຜະລິດຕະພັນລາວ ແລະ ໂຄງການ MSMEs A2F – ESR. ເຊິ່ງງານດັ່ງກ່າວ ແມ່ນຈະຈັດຈັດຂຶ້ນບົນພື້ນຖານຄວາມຮຽກຮ້ອງຕ້ອງການ ຂອງພາກທຸລະກິດ MSMEs ໃນຂອບເຂດທົ່ວປະເທດ ເພື່ອເປັນບ່ອນແລກປ່ຽນຊື້ – ຂາຍ, ຖອດຖອນບົດຮຽນ, ເປັນບ່ອນໂຄສະນາເຜີຍແຜ່ຜະລິດຕະສິນຄ້າ ແລະ ວັດທະນະທໍາອັນໂດດເດັ່ນ ທີ່ເປັນອັນເອກອ້າງ ແລະ ພາກພູມໃຈຂອງຜູ້ປະກອບການ MSMEs ໃນ ສປປ ລາວ ໃຫ້ແກ່ສັງຄົມ ແລະ ສາກົນໄດ້ຮັບຮູ້ ເຊິ່ງງານວາງສະແດງຈະມີຫ້ອງວາງສະແດງ ທັງໝົດ 250 ຫ້ອງ/ບູດ ເພື່ອສົ່ງເສີມໃຫ້ມີຫົວໜ່ວຍ MSME ທົ່ວປະເທດເຂົ້າຮ່ວມ, ພິເສດການຈັດງານສະແດງໃນຄັ້ງນີ້ ທາງກົມ ຮ່ວມກັບ ທາງຄະະນະຮັບຜິດຊອບງານ ຈະຈັດສັນຫ້ອງວາງສະແດງໃຫ້ແກ່ຕາງໜ້າ 17 ແຂວງ ແລະ ນະຄອນຫຼວງ.

ນອກຈາກນັ້ນ ກໍ່ຍັງມີຜະລິດຕະພັນ ສິນຄ້າ ໂອ ດອບ, ສິນຄ້າທ່າແຮງ ທີ່ໂດດເດັ່ນ ແລະ ເປັນທ່າແຮງຂອງແຂວງ, ເຄື່ອງຫັດຖະກຳ, ຂອງທີ່ລະນຶກ, ສິນຄ້າກະສິກຳ ແລະ ຮູບພາບສະຖານທີ່ທ່ອງທ່ຽວວັດທະນະທຳ ແລະ ທໍາມະຊາດ ເພື່ອສະແດງເຖິງຄວາມເປັນເອກະລັກຂອງບັນດາ ໃຫ້ບັນດາທ່ານທີ່ເຂົ້າມາທ່ຽວຊົມງານ ໄດ້ສໍາພັດເຖິງຄວາມອຸດົມສົມບູນ, ຮີດຄອງປະເພນີຂອງຄົນລາວ. ພ້ອມດຽວກັນນັ້ນກໍ່ ຍັງໃຫ້ເຊື້ອເຊີນເອົາບັນດາຕ່າງປະເທດ ທີ່ເປັນຄູ່ຮ່ວມຍຸດທະສາດທາງການຄ້າ ຈາກ 03 ປະເທດຄື: ໄທ, ຈີນ ແລະ ຫວຽດນາມ ເພື່ອນໍາເອົາສິນຄ້າມາວາງສະແດງພາຍໃນງານອີກດ້ວຍ.








