28.8 C
Vientiane
ວັນທີ 21 February, 2026

ຂ່າວຕ່າງປະເທດລາຍງານ ພະຍຸໂຊນຮ້ອນເປນຍາ  (Penha)  ຖະຫຼົ່ມຟີລິບປິນ ເມື່ອວັນທີ 5-6 ກຸມພາ 2026 ເຮັດໃຫ້ມີຜູ້ເສຍຊີວິດ 4 ຄົນຈາກດິນຖ່ວມ

Must read

ໃນວັນທີ 6 ກຸມພາ 2026 ພະຍຸໂຊນຮ້ອນເປນຍາ (ຊື່ທ້ອງຖິ່ນຟີລິບປິນວ່າ Basyang) ໄດ້ເຂົ້າຖະຫຼົ່ມເກາະມິນດາເນົາ ທາງຕອນໃຕ້ຂອງປະເທດຟີລິບປິນເມື່ອວັນທີ 5-6 ກຸມພາ 2026 ນຳມາເຊິ່ງຝົນຕົກຫນັກຢ່າງຕໍ່ເນື່ອງ, ນ້ຳຖ້ວມຮຸນແຮງ ແລະ ດິນຖ່ວມທີ່ເຮັດໃຫ້ມີຜູ້ເສຍຊີວິດ ແລະ ປະຊາຊົນປະສົບໄພຫຼາຍພັນຄົນ.

ສຳນັກງານປ້ອງກັນພົນລະເຮືອນ (Office of Civil Defense) ລາຍງານວ່າ ດິນຖ່ວມຢູ່ບ້ານສຳບູລາວານ (Barangay Sambulawan) ບ້ານອາກູຊານ (Barangay Agusan) ເມືອງກາກາຢັນເດໂອໂຣ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ ປະກອບດ້ວຍຄູ່ຜົວເມຍ ແລະ ລູກຫຼານ 2 ຄົນ. ເຫດການເກີດຂຶ້ນປະມານ 22:30 ໂມງ ຂອງວັນທີ 5 ກຸມພາ 2026 ຂະນະທີ່ຄອບຄົວກຳລັງນອນຫຼັບຢູ່ໃນເຮືອນ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article