30 C
Vientiane
ວັນທີ 22 February, 2026

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບແບບພິເສດ

Must read

ຂປລ. ໂດຍຕອບສະໜອງ ຕາມຄຳເຊື້ອເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດ ນາມ ໄດ້ເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 5 ກຸມພາ 2026 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.

ການຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ຂອງສະຫາຍ ເລຂາທິການໃຫຍ່ ໂຕ ເລິມ ໃນຄັ້ງນີ້ ເປັນຂີດໝາຍປະຫວັດສາດໃໝ່ ໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດ ນາມ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ແລະ ເປັນຄະນະຜູ້ແທນຂັ້ນສູງຂອງຕ່າງປະເທດຄະນະທຳອິດ ທີ່ ສປປ ລາວ ໄດ້ຕ້ອນຮັບ ພາຍຫລັງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ. ໃນເວລາດຽວກັນ, ສປປ ລາວ ກໍເປັນປະເທດທຳອິດໃນການເຄື່ອນໄຫວຕ່າງປະເທດ ຂອງ ສະຫາຍ ເລຂາທິການໃຫຍ່ ໂຕ ເລິມ ພາຍຫລັງໄດ້ຮັບຕຳແໜ່ງເປັນເລຂາທິການໃຫຍ່ ອີກສະໄໝໜຶ່ງ. ສິ່ງດັ່ງກ່າວ ເປັນການສະແດງເຖິງຄວາມເອົາໃຈໃສ່ ແລະ ການໃຫ້ຄວາມສຳຄັນແບບພິເສດຂອງ ພັກ-ລັດ ຫວຽດນາມທີ່ມີຕໍ່ພັກ, ລັດ ລາວ ແລະ ເປັນສິ່ງຢັ້ງຢືນຢ່າງມີຊີວິດຊີວາເຖິງຄວາມສາມັກຄີພິເສດທີ່ຫາຍາກ ຂອງຄວາມຜູກພັນຂອງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ.

ພິທີຕ້ອນຮັບ ສະຫາຍ ໂຕ ເລິມ ແລະ ຄະນະ ຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດ ໃນຕອນເຊົ້າວັນທີ 5 ກຸມພາ 2026 ທີ່ທໍານຽບປະທານປະເທດ ໂດຍການຕ້ອນຮັບຂອງ ສະຫາຍ ທອງລຸນ ສີສຸລິດ ແລະ ຄະນະ. ຫລັງຈາກນັ້ນ, ສອງສະຫາຍເລຂາທິການໃຫຍ່ ລາວ ແລະ ຫວຽດນາມ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງສອງປະເທດ ພົບປະສອງຝ່າຍຢ່າງເປັນທາງການ. ໃນໂອກາດນີ້, ສອງຝ່າຍໄດ້ແຈ້ງສະພາບການພາຍໃນທີ່ພົ້ນເດັ່ນຂອງປະເທດຕົນໃຫ້ກັນຊາບ, ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດ ຂອງການພັດທະນາເສດຖະກິດ-ສັງຄົມ ທີ່ສອງປະເທດຍາດມາໄດ້ໃນຊຸມປີຜ່ານມາ ໂດຍສະເພາະແມ່ນຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ກໍຄື ຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຫວຽດນາມ ຄັ້ງທີ XIV ໃນເດືອນມັງກອນທີ່ຜ່ານມານີ້.

ພ້ອມດຽວກັນນີ້, ສອງຝ່າຍ ໄດ້ສະແດງຄວາມປິຕິຍິນດີ ແລະ ຕີລາຄາສູງ ຕໍ່ສາຍພົວພັນພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ລາວ-ຫວຽດນາມ ທີ່ສືບຕໍ່ມີການຂະຫຍາຍຕົວຮອບດ້ານ, ເລິກເຊິ່ງ, ກ້າວສູ່ລະດັບສູງໃໝ່ ແລະ ມີຄຸນນະພາບໃໝ່ ໃນທຸກຂົງເຂດວຽກງານ ເປັນຕົ້ນ ການຮ່ວມມືດ້ານການເມືອງສືບຕໍ່ມີຄວາມໜັກແໜ້ນ, ໝັ້ນທ່ຽງ, ໃກ້ຊິດສະໜິດສະໜົມ ແລະ ສ້າງໄດ້ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ໃນລະດັບສູງສຸດ; ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ນັບມື້ໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ; ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ເຕັກໂນໂລຊີ, ວັດທະນະທໍາ-ສັງຄົມ, ການສຶກສາ ແລະ ອື່ນໆ ນັບມື້ໄດ້ຮັບການເພີ່ມທະວີ ແລະ ນໍາເອົາຜົນປະໂຫຍດຢ່າງເປັນຮູບປະທໍາມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ. ພິເສດ, ສອງຝ່າຍໄດ້ຢືນຢັນຄືນ ກ່ຽວກັບ ການເພີ່ມພູນຄູນສ້າງ “ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ” ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ.

ສອງຝ່າຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງການພົບປະ ປະຈໍາປີ 2026 ລະຫວ່າງ ສອງກົມການເມືອງ ລາວ-ຫວຽດນາມ ຊຶ່ງໄດ້ກໍານົດທິດທາງຍຸດທະສາດໃນການຮ່ວມມືໃນໄລຍະໃໝ່ ໃຫ້ມີຄວາມແທດເໝາະກັບຕົວຈິງ ແລະ ມີໝາກຜົນກວ່າເກົ່າ ກໍຄື ຜົນສໍາເລັດຂອງກອງປະຊຸມ ຄັ້ງທີ 48 ຂອງຄະນະກໍາມະການຮ່ວມມືທະວີພາຄີ ລະ ຫວ່າງ ສອງລັດຖະບານ ຊຶ່ງໄດ້ສ້າງບາດກ້າວບຸກທະລຸໃໝ່ ໃນການຊຸກຍູ້ບັນດາໂຄງການຮ່ວມມືດ້ານເສດຖະກິດ, ວັດທະນະທໍາ ແລະ ວິທະຍາສາດ-ເຕັກນິກ ໃຫ້ມີຄວາມຄືບໜ້າ ແລະ ນໍາເອົາຜົນປະ ໂຫຍດຕົວຈິງມາສູ່ປະຊາຊົນສອງຊາດໃຫ້ນັບມື້ນັບຫລາຍຂຶ້ນ ເປັນຕົ້ນ ໂຄງການທ່າເຮືອຫວຸງອາງ, ໂຄງ ການພັດທະນາເສັ້ນທາງລົດໄຟ ວຽງຈັນ-ທ່າແຂກ-ຫວຸງອາງ, ໂຄງການສ້າງສາຍສົ່ງໄຟຟ້າ 500 Kv ແຕ່ພາກເໜືອຂອງລາວ ໄປຫາພາກເໜືອຂອງຫວຽດນາມ, ໂຄງການສ້າງເສັ້ນທາງມິດຕະພາບລາວ-ຫວຽດນາມ ລຽບຕາມບໍລິເວນຊາຍແດນທີ່ມີຄວາມຍາວປະມານ 200 ກິໂລແມັດ ຢູ່ເບື້ອງລາວ, ໂຄງການສ້າງສາງເກັບນໍ້າມັນ ຫລື ການສ້າງລະບົບທໍ່ສົ່ງ, ໂຄງການສ້າງມະຫາວິທະຍາໄລມິດຕະພາບ ລາວ-ຫວຽດນາມ ຢູ່ ສປປ ລາວ ແລະ ອື່ນໆ ລວມທັງການກະກຽມຄວາມພ້ອມຮອບດ້ານ ເພື່ອສະ ເຫລີມສະຫລອງ “ປີສາມັກຄີມິດຕະພາບລາວ-ຫວຽດນາມ 2027” ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ ແລະ ວັນລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 50 ປີ ໃຫ້ມີເນື້ອໃນອຸດົມສົມບູນ ແລະ ມີຄວາມໝາຍອັນເລິກເຊິ່ງ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ການພົບປະສອງຝ່າຍຄັ້ງນີ້ ແມ່ນເຕັມໄປດ້ວຍໄມຕີຈິດມິດຕະພາບອັນດູດດື່ມ ຊຶ່ງສອງຝ່າຍ ໄດ້ຕີລາຄາສູງຕໍ່ໝາກຜົນອັນຈົບງາມຂອງການພົບປະດັ່ງກ່າວ ແລະ ເຊື່ອໝັ້ນວ່າ ຜົນສຳເລັດດັ່ງກ່າວ ຈະເປັນແຮງຊຸກຍູ້ອັນສຳຄັນເຂົ້າໃນການຮັດແໜ້ນສາຍພົວພັນແບບພິເສດ ທີ່ມີໜຶ່ງບໍ່ມີສອງໃນໂລກ ຂອງສອງຊາດ ລາວ-ຫວຽດນາມ ໃຫ້ແຕກດອກອອກຜົນ ໃນລະດັບໃໝ່ທີ່ສູງກວ່າເກົ່າ.

ພາຍຫລັງສໍາເລັດການພົບປະ, ສະຫາຍ ທອງລຸນ ສີສຸລິດ ແລະ ສະຫາຍ ໂຕ ເລິມ ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມເອກະສານຮ່ວມມືສອງຝ່າຍ ຈໍານວນ 6 ສະບັບ ຄື: ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ກະຊວງສຶກສາ ແລະ ກໍ່ສ້າງ ແຫ່ງ ສສ ຫວຽດນາມ ວ່າດ້ວຍການສ້າງຕັ້ງມະຫາວິທະຍາໄລມິດຕະພາບ ລາວ-ຫວຽດ ນາມ ຢູ່ ສປປ ລາວ; ບົດບັນທຶກການມອບ-ຮັບປຶ້ມ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ກະຊວງສຶກສາ ແລະ ກໍ່ສ້າງ ແຫ່ງ ສສ ຫວຽດນາມ; ແຜນການຮ່ວມມື ປີ 2026 ລະຫວ່າງ ກະຊວງຍຸຕິທຳແຫ່ງ ສປປ ລາວ ແລະ ກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ; ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມື ລະຫວ່າງ ແຂວງຫລວງນ້ຳທາ ແລະ ແຂວງຟູເຖາະ; ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືລະຫວ່າງ ແຂວງບໍ່ແກ້ວ ແລະ ແຂວງຟູເຖາະ ແລະ ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມື ລະຫວ່າງ ແຂວງຫລວງພະບາງ ແລະ ແຂວງຟູເຖາະ.

ພາບ: ອ່າຍຄໍາ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article