28 C
Vientiane
ວັນທີ 22 February, 2026

“ເຜີຍແຜ່ກົດໝາຍວ່າດ້ວຍ ການຕ້ານການຄ້າມະນຸດ ແລະ ຜົນຮ້າຍຂອງຢາເສບຕິດ ຢູ່ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງຫຼວງນໍ້າທາ”

Must read

ວັນທີ 22 ມັງກອນ 2026, ຄະນະຮັບຜິດຊອບໂຄສະນາວຽກງານຕ້ານ ແລະ ສະກັດກັ້ນບັນດາ ບັນຫາປະກົດການຫຍໍ້ທໍ້ ຂອງກອງບັນຊາການ ປກສ ແຂວງຫຼວງນໍ້າທາ ໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍ ການຕ້ານການຄ້າມະນຸດ ແລະ ຜົນຮ້າຍຂອງຢາເສບຕິດ ໃຫ້ນັກໂທດ, ຜູ້ຖືກຫາ ແລະ ດັດສ້າງ, ໂດຍການເຂົ້າຮ່ວມຂອງ ພັທ ລາດສະຫວ່າງ ປຣະຈິດທໍາ ຮອງຫົວໜ້າຫ້ອງຕໍາຫຼວດ ປກສ ແຂວງຫຼວງນໍ້າທາ ພ້ອມດ້ວຍທີມງານ, ມີ ພັທ ອຸ່ນຄໍາ ທໍາມະວົງ ຮອງຫົວໜ້າຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ, ມີນັກໂທດ, ຜູ້ຖືກຫາ ແລະ ດັດສ້າງ ເຂົ້າຮ່ວມຮັບຟັງ 473 ຄົນ ຍິງ 45 ຄົນ.

ນີ້ກໍເພື່ອໃຫ້ນັກໂທດ, ຜູ້ຖືກຫາ ແລະ ດັດສ້າງ ໄດ້ຮັບຮູ້, ເຂົ້າໃຈເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງການຄ້າມະນຸດ ແລະ ການພົວພັນຊື້-ຂາຍ, ເສບຢາເສບຕິດປະເພດຕ່າງໆ ເພື່ອບໍ່ໃຫ້ໄປເຄື່ອນໄຫວ ຫຼື ກະທໍາຜິດ ບໍ່ວ່າໃນສະຖານຄວາມຜິດໃດໆກໍຕາມ ທີ່ເຫັນວ່າຜິດຕໍ່ລະບຽບກົດໝາຍແຫ່ງ ສປປ ລາວ. ຈາກນັ້ນ, ກໍໄດ້ສາຍລະຄອນສັ້ນກ່ຽວກັບ ຜົນຮ້າຍຂອງການຄ້າມະນຸດ ແລະ ຜົນຂອງຢາເສບຕິດ ໃຫ້ນັກໂທດ, ຜູ້ຖືກຫາ ແລະ ດັດສ້າງ ໄດ້ຮັບຊົມຕື່ມອີກ.

ໂອກາດນີ້, ພັທ ລາດສະຫວ່າງ ປຣະຈິດທໍາ ຮອງຫົວໜ້າຫ້ອງຕໍາຫຼວດ ກໍໄດ້ຮຽກຮ້ອງໃຫ້ບັນດານັກໂທດ, ຜູ້ຖືກຫາ-ດັດສ້າງ ຈົ່ງຕັ້ງໜ້າປະຕິບັດກົດລະບຽບຂອງຄ້າຍຄຸມຂັງ-ດັດສ້າງ ວາງອອກຢ່າງເຂັ້ມງວດ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ, ຮູ້ປັບປຸງຕົນເອງ, ຮູ້ຈັກກີນແໜງແຄງໃຈ ຕໍ່ການຫຼົງກະທຳຜິດຂອງຕົນເອງໃນໄລຍະຜ່ານມາ.

ພ້ອມດຽວກັນນັ້ນ, ກໍໃຫ້ພ້ອມກັນດຸໝັ້ນອອກແຮງງານ ເພີ່ມພູນຜະລິດຜົນປູກຝັງ-ລ້ຽງສັດ, ຝຶກແອບເຮັດຫັດຖະກຳຈັກສານ ເພື່ອຫາອາຊີບເສີມໃສ່ຕົນເອງ ເມື່ອພົ້ນໂທດອອກໄປແລ້ວ ກໍ່ໃຫ້ກັບສູ້ສັງຄົມ, ຄອບຄົວ, ລູກເມຍ ແລະ ພໍ່ແມ່ ເພື່ອໃຫ້ເປັນພົນລະເມືອງທີ່ດີ ແລະ ບໍ່ກະທຳຜິດຕື່ມອີກ.

(ນັກຂ່າວ ປກສ ແຂວງຫຼວງນ້ຳທາ)

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article