
ຢູ່ໃນໝວດທີ 6, ມາດຕາ 35 ຂອງກົດໝາຍ ວ່າດ້ວຍການເລືອກຕັ້ງສະ ມາຊິກສະພາແຫ່ງຊາດ ແລະ ສະພາປະ ຊາຊົນຂັ້ນແຂວງ(ສະບັບປັບປຸງ) ໄດ້ລະບຸໄວ້ວ່າ: ລະບຽບການປ່ອນບັດເລືອກຕັ້ງ ມີດັ່ງນີ້:
1)ສະຖານທີ່ປ່ອນບັດເລືອກຕັ້ງໃຫ້ຈັດໃສ່ບ່ອນທີ່ເຫັນວ່າເໝາະສົມ, ສະດວກດີ ແລະ ມີຄວາມປອດໄພ ເຊັ່ນ: ໂຮງ ຮຽນ,ສະໂມສອນ,ວັດ ຫຼື ສະຖານທີ່ອື່ນ ໂດຍຈັດເປັນຫ້ອງ ສະເພາະ ເພື່ອໃຫ້ຜູ້ປ່ອນບັດ ຂີດບັດລົງຄະແນນສຽງເລືອກຕັ້ງ;
2)ການປ່ອນບັດເລອກຕັ້ງສະມາຊິກສະພາ ໃນແຕ່ລະໜ່ວຍເລືອກຕັ້ງ ໃຫ້ມີ 2 ຫີບປ່ອນບັດ ຄື: ຫີບປ່ອນບັດສະມາຊິກສະພາແຫ່ງຊາດ ແລະ ຫີບປ່ອນບັດສະມາຊິກສະພາ ປະ ຊາຊົນຂັ້ນແຂວງ;
3)ຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງ ຕ້ອງແນະນໍາ, ເຜີຍແຜ່ລະບຽບການຕ່າງໆ,ວິທີຂີດບັດແລະວິທີປ່ອນບັດລົງຄະແນນສຽງ ໃຫ້ຜູ້ມີສິດເລືອກຕັ້ງທຸກຄົນເຂົ້າໃຈ;
4)ຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງ ຕ້ອງໄຂຫີບບັດໃຫ້ເຫັນທາງໃນ ໂດຍຊ້ອງໜ້າຜູ້ມີສິດເລືອກຕັ້ງກ່ອນການປ່ອນບັດ;
5)ຜູ້ມີສິດເລືອກຕັ້ງ ຕ້ອງສະເໜີຕົວ ແລະ ແຈ້ງບັດຢັ້ງຢືນຕໍ່ຄະນະຮັບ ຜິດຊອບໜ່ວຍປ່ອນບັດເລືອກຕັ້ງ ເພື່ອຮັບເອົາບັດລົງຄະແນນສຽງ ທັງ 2 ຫີບບັດ;
6)ຜູ້ມີສິດເລືອກຕັ້ງ ທີ່ບໍ່ຮູ້ໜັງສື ຊຶ່ງບໍ່ສາມາດຂີດບັດດ້ວຍຕົນເອງໄດ້ນັ້ນ ຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງ ມີສິດແຕ່ງຕັ້ງຜູ້ຮັບຜິດຊອບຊ່ວຍຂີດບັດ, ແຕ່ຕ້ອງປະ ຕິບັດຕາມຄວາມມັກ, ການຊີ້ບອກຂອງຜູ້ນັ້ນ ແລະ ໃຫ້ຜູ້ກ່ຽວນໍາເອົາບັດລົງຄະແນນສຽງໄປປ່ອນໃສ່ແຕ່ ລະຫີບບັດດ້ວຍຕົນເອງ. ໃນກໍລະນີປ່ອນບັດດ້ວຍຕົນເອງບໍ່ໄດ້ ກໍມອບ ໃຫ້ຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງຜູ້ ໃດໜຶ່ງ ຊ່ວຍນໍາເອົາບັດໄປປ່ອນໃສ່ແຕ່ລະຫີບບັດ ໂດຍຊ້ອງໜ້າຜູ້ກ່ຽວ;
7)ຜູ້ມີສິດເລືອກຕັ້ງ ເຈັບປ່ວຍ, ເສຍອົງຄະ, ເຖົ້າແກ່ໄປປ່ອນບັດບໍ່ໄດ້ນັ້ນ ຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງ ຕ້ອງຈັດຕັ້ງໜ່ວຍຮັບຜິດ ຊອບຫີບບັດເຄື່ອນທີ່ໄປຮັບເອົາບັດລົງຄະແນນສຽງກັບທີ່;
8)ຜູ້ມີສິດເລືອກຕັ້ງຫາກຂີດບັດຜິດ ຕ້ອງສົ່ງບັດທີ່ຂີດຜິດນັ້ນຄືນ ແລ້ວຂໍເອົາບັດໃໝ່ນໍາຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງ;
9)ຜູ້ມີສິດເລືອກຕັ້ງ ຕ້ອງປ່ອນບັດລົງຄະແນນສຽງ ໃສ່ແຕ່ລະຫີບບັດ ເທື່ອລະຄົນ.




