18.8 C
Vientiane
ວັນທີ 22 January, 2026

ເລຂາທິການໃຫຍ່ ພັກ ປປ ລາວ ຕ້ອນຮັບ ຜູ້ຕາງໜ້າພິເສດ ເລຂາທິການໃຫຍ່ ພັກກອມມູນິດຈີນ

Must read

ຂປລ. ໃນວັນທີ 13 ມັງກອນ 2026 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍ ຫລິວ ຮາຍຊິງ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ໃນຖານະຜູ້ຕາງໜ້າພິເສດຂອງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ພັກກອມມູນິດຈີນ ພ້ອມຄະນະ ເພື່ອມາ​ຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກ ປປ ລາວ.

ໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ຕີລາຄາສູງ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈ ໂດຍຜ່ານ ສະຫາຍ ຫລິວ ຮາຍຊິງ ໄປຍັງຄະນະກຳມະການສູນກາງພັກກອມມູນິດຈີນ ກໍຄື ສະຫາຍເລຂາທິການໃຫຍ່ ສີ ຈິ້ນຜິງ ທີ່ໄດ້ແຕ່ງຕັ້ງ ຜູ້ຕາງໜ້າພິເສດ ມາຊົມເຊີຍຜົນກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກ ປປ ລາວ ໃນຄັ້ງນີ້ ຊຶ່ງສະແດງໃຫ້ເຫັນເຖິງການໃຫ້ຄວາມສຳຄັນ ແລະ ຄວາມເອົາໃຈໃສ່ຂອງ ພັກກອມມູນິດຈີນ ແລະ ປະຊາຊົນຈີນ ທີ່ມີຕໍ່ ພັກ ແລະ ປະຊາຊົນລາວບັນດາເຜົ່າ ກໍຄື ຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ກໍຄື ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ. ພ້ອມກັນນີ້, ກໍສະແດງຄວາມຂອບໃຈຕໍ່ ສະຫາຍ ຫລິວ ຮາຍຊິງ ແລະ ຕີລາຄາສູງຕໍ່ ສານຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກ ປປ ລາວ ຂອງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ພັກກອມມູນິິດຈີນ. ພ້ອມທັງ ແຈ້ງຜົນສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກ ປປ ລາວ ໂດຍຫຍໍ້ ໃຫ້ຄະນະຊາບ ແລະ ຂອບ ໃຈ ພັກກອມມູນິດຈີນ ທີ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ພັກ ປປ ລາວ ມາໂດຍຕະຫລອດ ໂດຍສະເພາະໃນໄລຍະການກະກຽມ ກອງປະຊຸມໃຫຍ່ຂອງພັກ ໃນຄັ້ງນີ້ ແລະ ຍິນດີສືບຕໍ່ຮ່ວມກັບ ສະຫາຍເລຂາທິການໃຫຍ່ ສີ ຈິ້ນຜິງ ເພີ່ມທະວີການນໍາພາຊີ້ນໍາທາງດ້ານການເມືອງ ແລະ ຍຸດທະສາດ ຕໍ່ການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ລາວ-ຈີນ ເພື່ອເສີມຂະຫຍາຍມິດຕະພາບອັນເປັນມູນເຊື້ອ, ລົງເລິກຊຸກຍູ້ຮ່ວມມືຢ່າງຮອບດ້ານ, ຊຸກຍູ້ພາລະກິດແຫ່ງການກໍ່ສ້າງສັງຄົມນິຍົມ ແລະ ພ້ອມກັນຊຸກຍູ້ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາຂອງພາກພື້ນ ແລະ ໃນໂລກ. ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ຍັງໄດ້ຕີລາຄາສູງ ຕໍ່ 2 ຄະນະພົວພັນຕ່າງປະເທດສູນກາງພັກ ລາວ-ຈີນ ທີ່ໄດ້ຕາງໜ້າໃຫ້ສອງພັກ ລົງນາມ “ແຜນການຮ່ວມມື ລະຫວ່າງ ພັກ ປປ ລາວ ແລະ ພັກກອມມູນິດຈີນ ໄລຍະປີ 2026-2030” ໃນໂອກາດມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ແລະ ຊົມເຊີຍ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ໃນການຈັດຕັ້ງປະຕິບັດ ຄໍາເຫັນສໍາຄັນທີ່ເຫັນດີເປັນເອກະພາບກັນ ລະຫວ່າງ ການນໍາສູງສຸດ ສອງພັກ, ສອງລັດ ລາວ-ຈີນ, ຈີນ-ລາວ ໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ມີມາດຕະຖານສູງ, ຄຸນນະພາບສູງ ແລະ ລະດັບສູງກວ່າເກົ່າ.

ໃນໂອກາດນີ້, ສະຫາຍ ຫລິວ ຮາຍຊິງ ໄດ້ມອບສານຊົມເຊີຍສະບັບຕົ້ນ ຈາກ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດນິດຈີນ ໃຫ້ ສະຫາຍ ທອງລຸນ ສີສຸລິດ ໂດຍ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ປປ ລາວ ແລະ ສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ຮັບເລືອກຕັ້ງເປັນ ເລຂາທິການໃຫ່ຍ ຄະນະບໍລິຫານງານສູນກາງພັກ ສະໄໝທີ XII, ຊຶ່ງເປັນການສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຈາກສູນກາງພັກ ແລະ ຜູ້ແທນກອງປະຊຸມໃຫຍ່ ແລະ ຢືນຢັນວ່າ ຝ່າຍຈີນ ຈະສືບຕໍ່ປະສານສົມທົບ ແລະ ຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງຂອງລາວ ເອົາໃຈໃສ່ຈັດຕັ້ງປະຕິບັດການຕົກລົງ ລະຫວ່າງ ການນໍາສູງສຸດສອງພັກ, ສອງລັດ ລາວ-ຈີນ, ຈີນ-ລາວ ໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບຂອງສອງປະເທດ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article