24 C
Vientiane
ວັນທີ 12 January, 2026

ມອບ-ຮັບໂຄງການກໍ່ສ້າງທາງເບຕົງເສີມເຫຼັກ 7 ໂຄງການ

Must read

ພິທີມອບ-ຮັບໂຄງການກໍ່ສ້າງທາງເບຕົງເສີມເຫຼັກ 7 ໂຄງການ ແລະ ເປີດນໍາໃຊ້ໃນວັນທີ 2 ມັງກອນຜ່ານມາ ທີ່ນະຄອນຫຼວງວຽງຈັນ (ນວ), ໂດຍມີທ່ານ ບຸນຍະວັດ ນີຣະໄຊ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) (ນວ) ພ້ອມດ້ວຍຮອງປະທານຄະນະກໍາມະການປົກຄອງເມືອງຫາດຊາຍຟອງ, ເມືອງໄຊທານີ, ປະທານບໍລິສັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຕີ່ງຄໍາ ສີສະຫວັດ ຫົວໜ້າຂະແໜງຂົວທາງ ພະແນກ ຍທຂ ນວ ໄດ້ລາຍງານການຈັດຕັ້ງປະຕິບັດໂຄງການກໍ່ສ້າງເສັ້ນທາງໃນໄລຍະຜ່ານມາວ່າ: ການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກຈໍານວນ 7 ໂຄງການ, ຊຶ່ງເຈົ້າຂອງໂຄງການແມ່ນພະແນກ ຍທຂ ນວ, ຜູ້ຮັບເໝົາແມ່ນບໍລິສັດ ພີເອັດແອວ ເຮືອງຈະເລີນ ແລະ ບໍລິສັດ ໄຊຈະເລີນຊັບ ນໍາໃຊ້ງົບປະມານການລົງທຶນຂອງລັດໃນແຕ່ລະປີ, ໃນ 7 ໂຄງການປະກອບມີ: ໂຄງການກໍ່ສ້າງທາງເບຕົງເສີມເຫຼັກ ເສັ້ນທາງແຄມຂອງຈາກສາມແຍກເຂດບ້ານນາໄຮ ຫາ ບ້ານຊາຍຟອງ ເມືອງຫາດຊາຍຟອງ ນວ ລວງຍາວ 9,38 ກິໂລແມັດ, ໜ້າທາງກ້ວາງ 8 ແມັດ, ໂຄງການກໍ່ສ້າງທາງເບຕົງເສີມເຫຼັກແຕ່ບ້ານສາລາຄໍາ-ດົງໂພນເລົາ-ບ້ານສະ ຫວ່າງ ເມືອງຫາດຊາຍຟອງ ນວ ລວງຍາວ 4,85 ກິໂລແມັດ, ໜ້າທາງກວ້າງ 7,50 ແມັດ; ໂຄງການກໍ່ສ້າງທາງເບຕົງສ້າງເສີມເຫຼັກ ແຕ່ທາງລົດໄຟລາວຈີນ ບ້ານຫ້ວຍເຕີຍ-ໂນນສະອາດ (ໄຟແດງທາງເລກ 10) ເມືອງໄຊທານີ ນວ ລວງຍາວ 7,97 ກິໂລແມັດ, ກວ້າງ 10 ແມັດ; ໂຄງການກໍ່ສ້າງທາງເບຕົງແຕ່ບ້ານຕານມີໄຊ ຫາ ນາທົ່ມ ເມືອງໄຊທານີ ນວ ລວງຍາວ 2,76 ກິໂລກແມັດ, ກວ້າງ 10 ແມັດ; ໂຄງການກໍ່ສ້າງທາງເບຕົງເສີມເຫຼັກແຕ່ບ້ານໂນນສະອາດ (ໄຟແດງທາງເລກ 10) ບ້ານລາດຄວາຍ ຫາ ນາສາລາ ເມືອງໄຊທານີ ລວງຍາວ 9,20 ກິໂລແມັດ, ກວ້າງ10 ແມັດ ໂຄງການກໍ່ສ້າງທາງ ຢູ່ທາງຫຼັງຫໍສະໝຸດແຫ່ງຊາດເຂດບ້ານພະຂາວ ຫາ ບ້ານຊ້າງຄູ້ ເຊື່ອມຕໍ່ຖະໜົນດົງໂດກ-ສີເກີດ- ທາງ 450 ປີ ເມືອງໄຊທານີ ນວ ລວງຍາວ 4,16 ກິໂລແມັດ, ກວ້າງ 6-10 ແມັດ ແລະ ໂຄງການກໍ່ສ້າງທາງລຽບຕາມຄອງນໍ້າຮ່ອງອ້ວຍລ້ວຍ ແຕ່ສວນ 23 ສິງຫາ (ຖະໜົນດົງປາຍນາ) ຫາຖະໜົນບູລິຈັນ ຫາ ຮ່ອງແກ (ຖະໜົນໂພນທັນ) ເມືອງສີສັດຕະນາກ ນວ ລວງຍາວ 2,49 ກິໂລແມັດ, ກວ້າງ 3,8 ແມັດ.

ໂຄງການກໍ່ສ້າງທາງເບຕົງເສີມເຫຼັກ ເລີ່ມຈັດຕັ້ງປະຕິບັດແຕ່ເດືອນມັງກອນ 2025 ມາຮອດວັນທີ 2 ມັງກອນ 2026 ບັນດາໜ້າວຽກຕ່າງໆ ໄດ້ຈັດຕັ້ງປະຕິບັດສໍາເລັດ 100% ແລະ ສໍາເລັດກ່ອນສັນຍາ ລວມໄລຍະທາງຍາວທັງໝົດ 40,81 ກິໂລແມັດ, ແຜນວຽກກໍ່ສ້າງໃນຕໍ່ໜ້າເລີ່ມແຕ່ເດືອນມັງກອນ 2026 ຫາ ມັງກອນ 2027 ມອບໃຫ້ບໍລິສັດຜູ້ຮັບເໝົາຕິດຕາມ ແລະ ບູລະນະຮັກສາສ້ອມແປງໃຫ້ຄົບໄລຍະຄໍ້າປະກັນ 1 ປີຕາມເງື່ອນໄຂທີ່ໄດ້ລະບຸໄວ້ໃນສັນຍາ.

ຕອນທ້າຍພິທີໄດ້ລົງນາມເຊັນບົດບັນທຶກມອບ-ຮັບລະຫວ່າງເຈົ້າຂອງໂຄງການ ພະແນກ ຍທຂ ນວ ກັບບໍລິ ສັດພີເອັດແອວ ເຮືອງຈະເລີນ ແລະ ບໍລິສັດໄຊຈະເລີນຊັບ ໂດຍມີຜູ້ເຂົ້າຮ່ວມເປັນສັກຂີພິຍານ.

ຂ່າວ: ວຽງຈັນໃໝ່

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article