24 C
Vientiane
ວັນທີ 12 January, 2026

ບໍລິສັດ ສະຕາໂທລະຄົມ ມອບເງິນຊຸກຍູ້ 2 ລ້ານໂດລາໃຫ້ກະຊວງປ້ອງກັນປະເທດ

Must read

ວັນທີ 2 ມັງກອນຜ່ານມາ, ທີ່ກະຊວງປ້ອງກັນປະເທດ ສະຫາຍ ພົນຈັດຕະວາ ສຸບັນ ພັນທະວີ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ສະຕາໂທລະຄົມ ພ້ອມຄະນະໄດ້ມອບເງິນຊຸກຍູ້ຈໍານວນ 2 ລ້ານໂດລາໃຫ້ກະຊວງປ້ອງກັນປະເທດ.

ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຕາງໜ້າໃຫ້ຄະນະນໍາ ກະຊວງປ້ອງກັນປະເທດກ່າວຮັບ ແລະ ຂອບໃຈຕໍ່ສະຫາຍ ພົນຈັດຕະວາ ສຸບັນ ພັນທະວີ ພ້ອມຄະນະທີ່ໄດ້ປະກອບສ່ວນຊຸກຍູ້ເງິນຈຳນວນດັ່ງກ່າວໃຫ້ກະຊວງປ້ອງກັນປະເທດໃນຄັ້ງນີ້. ພ້ອມທັງອວຍພອນໄຊໃຫ້ສະຫາຍ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ສະຕາໂທລະຄົມ ພ້ອມຄະນະມີສຸຂະພາບແຂງແຮງ, ມີຄວາມຜາສຸກ, ໂຊກດີ ທັງສ່ວນຕົວ ແລະ ຄອບຄົວ, ປະສົບຜົນສໍາເລັດໃນໜ້າທີ່ວຽກງານ, ສືບຕໍ່ຊຸກຍູ້, ປະກອບສ່ວນຊ່ວຍເຫຼືອສັງຄົມ ແລະ ບັນດາອົງການຈັດຕັ້ງຕ່າງໆ ເວົ້າລວມ, ເວົ້າສະເພາະແມ່ນກະຊວງປ້ອງກັນປະເທດໃຫ້ມີບາດກ້າວອັນໃໝ່ ພ້ອມໃຫ້ຄໍາໝັ້ນສັນຍາວ່າຈະນໍາເອົາເງິນຈຳນວນດັ່ງກ່າວ ນໍາໃຊ້ເຂົ້າໃນວຽກງານປ້ອງກັນຊາດໃຫ້ເກີດປະໂຫຍດສູງສຸດ.

ໂອກາດນີ້, ສະຫາຍຮອງຜູ້ອໍານວຍການໃຫຍ່ ບໍລິສັດ ສະຕາໂທລະຄົມ ໄດ້ສະແດງຄວາມຂອບໃຈຕໍ່ການອວຍພອນຂອງສະຫາຍຫົວໜ້າຫ້ອງວ່າການ ກໍຄືການນໍາກະຊວງປ້ອງກັນປະເທດທີ່ຍາມໃດກໍໃຫ້ການຕ້ອນຮັບ, ຊ່ວຍເຫຼືອບໍລິສັດຕະຫຼອດມາ ພ້ອມອວຍພອນໄປຍັງຄະນະນຳກະຊວງປ້ອງກັນປະເທດ ກໍຄືສະຫາຍຫົວໜ້າຫ້ອງວ່າການ ພ້ອມຄະນະຈົ່ງມີພາລານາໄມສົມບູນ ປະສົບຜົນສໍາເລັດໃນໜ້າທີ່ວຽກງານທັງສ່ວນຕົວ ແລະ ຄອບຄົວ, ສືບຕໍ່ຊີ້ນໍາ-ນໍາພາ ກະຊວງປ້ອງກັນປະເທດໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ.

ຂ່າວ: ພຸດທະພອນ ລັດດານາວ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article