ທຣຳ ເຕືອນ ເນທັນຢາຮູ ອາດຖືກໂດດດ່ຽວຫາກໂຈມຕີອີຣ່ານບໍ່ຢຸດ

Must read

ໂດນັລ ທຣຳ ເຕືອນ ເບັນຈາມິນ ເນທັນຢາຮູ ຜູ້ນຳອິດສະຣາເອນວ່າ ຈະເຮັດໃຫ້ຕົນເອງຖືກໂດດດ່ຽວ ຫາກຍັງສືບຕໍ່ໂຈມຕີອີຣ່ານ ກ່ອນທີ່ອິດສະຣາເອນ ແລະ ອີຣ່ານຈະຢຸດການໂຈມຕີໃສ່ກັນໃນວັນຈັນ.

ໃນວັນຈັນທີ 8 ມິ.ຖ. 2569 ໂດນັລ ທຣຳ ປະທານາທິບໍດີສະຫະລັດ ໄດ້ເປີດເຜີຍກັບສຳນັກຂ່າວ Axios ວ່າ ລາວໄດ້ເຕືອນ ທ່ານ ເບັນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະຣາເອນ ວ່າຈະເຮັດໃຫ້ຕົນເອງຖືກໂດດດ່ຽວໃນຄວາມຂັດແຍ່ງຄັ້ງນີ້ ຫາກຍັງດຳເນີນການໂຈມຕີອີຣ່ານຕໍ່ໄປ.

“ຂ້ອຍໄດ້ບອກໄປວ່າ ‘ບີບີ ເຈົ້າຄວນລະວັງຕົວໄວ້ ຖ້າບໍ່ດັ່ງນັ້ນ ບໍ່ດົນເຈົ້າຈະຕ້ອງສູ້ຢູ່ຄົນດຽວ’ “ ທຣຳ ກ່າວກັບ ບາຣັກ ຣາວິດ ຜູ້ສື່ຂ່າວ Axios ແລະ ຜູ້ປະກາດຂ່າວ CNN.

ທຣຳ ກ່າວອີກວ່າ ອິດສະຣາເອນໄດ້ແຈ້ງໃຫ້ສະຫະລັດຮັບຮູ້ລ່ວງໜ້າໃນລັກສະນະ “ກະຊັ້ນຊິດຫຼາຍ” ກ່ຽວກັບການໂຈມຕີອີຣ່ານໃນວັນອາທິດ ຊຶ່ງປັດຈຸບັນໄດ້ຢຸດລົງແລ້ວ. ຢ່າງໃດກໍ່ຕາມ ໃນເວລາດຽວກັນ ເນທັນຢາຮູ ກໍ່ໄດ້ສົ່ງສັນຍານວ່າການໂຈມຕີອາດກັບຄືນມາໄດ້ອີກ.

ຂະນະທີ່ ທຣຳ ຍັງພະຍາຍາມບັນລຸຂໍ້ຕົກລົງເພື່ອຢຸດສົງຄາມກັບອີຣ່ານ ລາວເຜີຍວ່າມີ 5 ປະເທດໃນພາກພື້ນໄດ້ຮຽກຮ້ອງໃຫ້ລາວເຂົ້າມາແຊກແຊງ ແລະ ເວົ້າຄຸຍກັບ ເນທັນຢາຮູ ຫຼັງຈາກເກີດການໂຈມຕີຄັ້ງລ່າສຸດ.

“ປະເທດເຫຼົ່ານີ້ມີຄວາມກັງວົນຫຼາຍ ພວກເຂົາຊື່ນຊອບຂໍ້ຕົກລົງທີ່ພວກເຮົາກຳລັງເຈລະຈາກັນຢູ່” ທຣຳ ກ່າວ ໂດຍບໍ່ໄດ້ລະບຸຊັດວ່າເປັນປະເທດໃດແດ່ທີ່ຕິດຕໍ່ເຂົ້າມາ.

ນອກຈາກນີ້ ທຣຳ ຍັງລະບຸວ່າ ເຈົ້າໜ້າທີ່ຂອງອີຣ່ານໄດ້ຕິດຕໍ່ຫາລາວເຊັ່ນກັນ ໂດຍແຈ້ງວ່າພວກເຂົາຈະຢຸດຍິງຫາກອິດສະຣາເອນຍອມຖອຍ.

“ພວກເຂົາໂທລະສັບຫາພວກເຮົາ ແລະ ບອກວ່າຈະບໍ່ມີການໂຈມຕີໃດໆ ອີກ ພ້ອມກັບຂໍໃຫ້ພວກເຮົາບອກອິດສະຣາເອນວ່າຢ່າໂຈມຕີເພີ່ມຕື່ມ” ທຣຳ ກ່າວກັບ Axios.

ຂ່າວຈາກ: https://www.thairath.co.th/news/foreign

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article