20.7 C
Vientiane
ວັນທີ 10 March, 2026

CATEGORY

ຂ່າວພາຍໃນ

ເລີ່ມເຮັດບັດປະຈໍາຕົວດິຈີຕອນ ໃນຂອບເຂດທົ່ວປະເທດ

ກະຊວງປ້ອງກັນຄວາມສະຫງົບ, ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານຈະໄດ້ເລີ່ມເຮັດບັດປະຈໍາຕົວດີຈີຕອນນັບແຕ່ວັນທີ 17 ທັນວາ 2025 ນີ້ເປັນຕົ້ນໄປ ໃນຂອບເຂດທົ່ວປະເທດ. ຈຸດບໍລິການເຮັດບັດດັ່ງກ່າວມີດັ່ງນີ້: ຂັ້ນສູນກາງ ຢູ່ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ຂັ້ນທ້ອງຖິ່ນຢູ່ກອງບັນຊາການ ປກສ ນະຄອນຫຼວງ, ຢູ່ບັນດາກອງບັນຊາການ ປກສ ແຂວງ, ຢູ່ບັນດາກອງບັນຊາການ ປກສ ເມືອງ-ນະຄອນບ່ອນທີ່ຕົນເອງໄດ້ຈົດທະບຽນສຳມະໂນຄົວ. ສໍາລັບການປະກອບເອກະສານແມ່ນໃຫ້ກະກຽມ ປຶ້ມສຳມະໂນຄົວ, ບັດປະຈໍາຕົວແບບເກົ່າ...

ເອົາໃຈໃສ່ປົກປັກຮັກສາຊາຍແດນປະເທດໃຫ້ມີຄວາມໝັ້ນຄົງ

ເຫຼົ່າຮົບກຳລັງທະຫານຊາຍແດນ ແມ່ນເຫຼົ່າຮົບໜຶ່ງທີ່ສໍາຄັນໃນຖັນແຖວກຳລັງກອງທັບ ເປັນກຳລັງຢູ່ແນວໜ້າຂອງປະເທດຊາດ ມີພາລະບົດບາດ, ໜ້າທີ່ຄຸ້ມຄອງປົກປັກຮັກສາເສັ້ນຊາຍແດນ, ຄຸ້ມຄອງຫຼັກໝາຍຊາຍແດນ ແລະ ເຄື່ອນໄຫວລາດຕະເວນຕາມບໍລິເວນຊາຍແດນໃຫ້ມີຄວາມສະຫງົບປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍ. ສະຫາຍ ພົນຈັດຕະວາ ສີ ທະວີໄຊ ຫົວໜ້າການເມືອງ ກອງບັນຊາການທະຫານຊາຍແດນ ໃຫ້ສຳພາດວ່າ: ນັບແຕ່ເຫຼົ່າຮົບທະຫານຊາຍແດນໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ຕຸລາ 2012 ແລະ ໄດ້ຮັບການປະກາດສ້າງຕັ້ງເປັນກອງບັນຊາການທະຫານຊາຍແດນໃນວັນທີ 29 ພະຈິກ 2024...

ແຂວງອັດຕະປື ເປັນແຂວງສະຫະຫະພັນແມ່ຍິງ 3 ດີ

ແຂວງອັດຕະປື ໄດ້ປະກາດເປັນແຂວງສະຫະພັນແມ່ຍິງ 3 ດີ(ພົນລະເມືອງດີ, ພັດທະນາດີ, ສ້າງຄອບຄົວດີ) ເມື່ອມໍ່ໆມານີ້ ໂດຍມີ ທ່ານ ນາງ ບັນທະໄລ ແກ້ວມະນີວົງ ປະທານແນວລາວສ້າງຊາດແຂວງ, ມີທ່ານ ນາງ ຈັນເພັດ ຈັນທະມາດ ປະທານສະຫະພັນແມ່ຍິງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ ທ່ານ ນາງ ກົງຕາ ໂພສາລາດ...

ໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທແຫ່ງທີ 5 ຈະເປີດນຳໃຊ້ ໃນວັນທີ 25 ທັນວານີ້

ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທແຫ່ງທີ 5 ເຊື່ອມຕໍ່ລະຫວ່າງແຂວງບໍລິຄໍາໄຊ-ແຂວງບຶງການ ຂອງໄທ ຈະເປີດນຳໃຊ້ ຢ່າງເປັນທາງການ ໃນວັນທີ 25 ທັນວາ 2025 ທີ່ຈະມາເຖິງນີ້, ຊຶ່ງປັດຈຸບັນ ພວມກະກຽມການທົດລອງລະບົບການບໍລິການດ້ານຕ່າງໆ. ທ່ານ ວັດທະນາ ພັນດານຸວົງ ຮອງຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ມິດຕະພາບລາວ-ໄທ ແຫ່ງທີ 5 ບໍລິຄຳໄຊ-ບຶງການ ໄດ້ລາຍງານຄວາມຄືບໜ້າໃນໂຄງການດັ່ງກ່າວ...

ລາວ-ຫວຽດນາມ ເພີ່ມທະວີຮັດແໜ້ນການຮ່ວມມືຮອບດ້ານ

ວັນທີ 15 ທັນວາຜ່ານມາ, ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ຄະນະຜູ້ແທນກະຊວງສຶກສາທິການ ແລະ ກິລາ (ສສກ) ນຳໂດຍທ່ານ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ ລັດຖະ ມົນຕີກະຊວງ ສສກ ເດີນທາງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມໃນລະຫວ່າງວັນທີ 15-17 ທັນວາ 2025...

ມອບ-ຮັບໂຄງການກໍ່ສ້າງລະບົບນ້ຳກິນ-ນໍ້າໃຊ້ໃຫ້ກອງຮ້ອຍທະຫານຊາຍແດນ 543

ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ພິທີມອບ-ຮັບ ໂຄງການກໍ່ສ້າງລະບົບນໍ້າກິນ-ນໍ້າໃຊ້ ໃຫ້ກອງຮ້ອຍທະຫານຊາຍແດນ 543 ທະການແຂວງອັດຕະປື ໄດ້ຈັດຂຶ້ນໃນອາທິດຜ່ານມາ ໂດຍມີທ່ານ ພັນເອກ ໄຊຍະພອນ ແກ້ວບົວພາສິດ ຫົວໜ້າຫ້ອງພະລາທິການທະຫານ ແຂວງອັດຕະປື, ມີຄະນະພັກ-ຄະນະບັນຊາ 5 ຫ້ອງ ກອງບັນຊາການທະຫານແຂວງ, ພະແນກການທີ່ກ່ຽວຂ້ອງຂອງແຂວງ ແລະ ພະນັກງານ-ນັກຮົບທົ່ວກອງຮ້ອຍທະຫານຊາຍແດນ 543 ເຂົ້າຮ່ວມ. ທ່ານ...

ຄບຕ ຊີ້ແຈ້ງການຄຸ້ມຄອງຮອງລະບາຍນ້ຳ ໃນນະຄອນຫລວງວຽງຈັນ

ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ IV ວັນທີ 16 ທັນວາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ (ນວ), ທ່ານ ປັນຍາ ມະນີວົງ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ...

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ...

ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ບ້ານຜາຫອຍ ຫາ ບ້ານແກ້ງຈອນ ມີຄວາມຄືບໜ້າ 39.06%

ວັນທີ 13 ທັນວາຜ່ານມານີ້, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ທ່ານ ສາຍຄໍາ ພະໄຊສິດທິເດດ ເຈົ້າເມືອງໄຊບົວທອງ ພ້ອມດ້ວຍບັນດາການນຳຂອງແຂວງ, ເມືອງໄດ້ລົງຕິດຕາມໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ແຕ່ບ້ານຜາຫອຍ ຫາ ບ້ານແກ້ງຈອນ ເມືອງໄຊບົວທອງ ຊຶ່ງມີຄວາມຍາວທັງໝົດ 11,575 ແມັດ, ກວ້າງ 6...

ອຸດົມໄຊເປີດນຳໃຊ້ໂຄງການໄຟຟ້າແສງຕາເວັນຂະໜາດໃຫຍ່ 1,000 MW

ໃນວັນທີ 13 ທັນວາຜ່ານມາ ທີ່ເມືອງໄຊ ແຂວງອຸດົມໄຊ ບໍລິສັດຊີຈີເອັນ (CGN) ໄດ້ຈັດພິທີເປີດນຳໃຊ້ໂຄງການໄຟຟ້າແສງຕາເວັນຂຶ້ນ, ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາແສງ ອາລີ ຮອງປະທານຄະນະກໍາມະການປົກຄອງແຂວງອຸດົມໄຊ ແລະ ທ່ານ ເຈິ່ງຢົງ ຮອງຜູ້ອຳນວຍການ ບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຢີລາວ ຈຳກັດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນໂອກາດນີ້,...

ຂ່າວລ່າສຸດ