20 C
Vientiane
ວັນທີ 11 March, 2026

CATEGORY

ຂ່າວພາຍໃນ

ເຈົ້າໜ້າທີ່ ປກສ ເມືອງ ກັກຕົວໂຊເຟີລົດໂດຍສານ ພ້ອມຂອງກາງ ຄໍລະເຈນ 130 ຊອງ, ໃບກະທອມ 26 ໂລ ແລະຢາສູບໄຟຟ້າ 40 ອັນ.

ໃນວັນທີ 6 ພະຈິກ 2025 ທີ່ຜ່ານມາ ເຈົ້າໜ້າທີ ປກສ ເມືອງພີນ ໄດ້ສົມທົບກັບເຈົ້າໜ້າທີ່ປະຈຳຈຸດກວດກາທີ່ບ້ານສາລາກາຍບາງ ເມືອງພີນ ແຂວງສະຫວັນນະເຂດ ໄດ້ກັກໂຕທ້າວ ທິບພະຈັນ(ໂຕ່ຍ) ອາຍຸ 27 ປີ ອາຊີບຂັບລົດໂດຍສານ ທີ່ຢູ່ບ້ານເຊສະຫວ່າງ(ເຊທ່າມວກ) ເມືອງພີນ ແຂວງສະຫວັນນະເຂດ ພ້ອມຂອງກາງຢາເສບຕິດປະເພດຄໍລະເຈັນຈຳນວນ 130 ຊອງ, ຢາສູບໄຟຟ້າຈຳນວນ...

ສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ

ສະຫະພັນແມ່ຍິງກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະ ພັນແມ່ຍິງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ ( 9 ມັງກອນ 1966-9 ມັງກອນ 2026 ) ໄດ້ຈັດຂຶ້ນໃນວັນ ທີ 15 ມັງກອນ 2026, ເຂົ້າຮ່ວມໂດຍ ພົຈວ ປອ ຫຸມພັນ ຜິວເຂັມພອນ ຄະນພັກະຊວງ...

ອັບເດດ! ການກໍ່ສ້າງເສັ້ນທາງຈາກປາກທາງຫລັກ 19

ອັບເດດ! ການກໍ່ສ້າງເສັ້ນທາງຈາກປາກທາງຫລັກ 19 ຫາ ບ້ານດົງບັງ ຫາ ນາສາລາ ເມືອງໄຊທານີ ນະຄອນຫລວງວຽງຈັນ ກຳລັງເລີ່ມຍົກລະດັບປັບໜ້າທາງກຽມປູເປຕົງ. ຄາດວ່າຈະສໍາເລັດກ່ອນລະດູຝົນ. ພາບຖ່າຍ ວັນທີ 14 ມັງກອນ 2026 ເວລາ 17:00 ໂມງ. ທີ່ມາ: ວາລະສານຄວາມສະຫງົບ

ພົບສົບຜູ້ເສຍຊີວິດໄຫຼນ້ຳມາ ເປັນເພດຊາຍ ສັນຊາດອັງກິດ

ເວລາປະມານ 10:36 ໂມງ ຂອງມື້ວານນີ້, ປະຊາຊົນໄດ້ພົບເຫັນຄົນເສຍຊີວິດໄຫຼນ້ຳມາຄ້າງຢູ່ບໍລິເວນບ້ານດອນເດດ ເມືອງໂຂງ ແຂວງຈໍາປາສັກ.ຕາມການລາຍງານເບື້ອງຕົ້ນລະບຸວ່າ: ສົບທີ່ເສຍຊີວິດນັ້ນ ແມ່ນເປັນເພດຊາຍ ສັນຊາດອັງກິດ ອາຍຸ ປະມານ 50 ປີ ເສຍຊີວິດໃນທ່າເປືອຍກາຍ. ປັດຈຸບັນ, ໜ່ວຍກູ້ໄພສຸກເສີນອົງການກາແດງແຂວງຈໍາປາສັກໄດ້ມ້ຽນຄາບສົບແລ້ວນຳສົ່ງໂຮງໝໍແຂວງຈຳປາສັກ (ໂຮງເຢັນ) ເພື່ອລໍຖ້າຍາດມາຮັບສົບ. ທີ່ມາ: ໜ່ວຍກູ້ໄພສຸກເສີນອົງການກາແດງແຂວງຈໍາປາສັກ

ວັນທີ 14/01/2026 ເວລາ 12:00 ນາທີ ເກີດເຫດລົດໃຫຍ່ປີ້ນ (ມີຜູ້ເສຍຊີວິດຄາທີ່ ແລະ ບາດເຈັບ)

ເກີດເຫດ ລົດໃຫຍ່ປີ້ນ (ມີຜູ້ ເສຍຊີວິດຄາທີແລະບາດເຈັບ) [ ວັນທີ14/01/2026 ເວລາ12:00ນາທີ ຢູ່ທີເຂດບ້ານນາລ້ອງເມືອງ ຫາດຊາຍຟອງ ນວ ( ລາຍລະອຽດໜ່ວຍກູ້ໄພນະຄອນຫຼວງ1624 ຈະລາຍງານຕາມຫຼັງ ) ໂປດຂັບລົດຢ່າງມີສະຕິ ແລະ ລະມັດລະວັງ ເພາະອຸບັດຕິເຫດເກີດຂຶ້ນໄດ້ຕະຫລອດ ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊີວິດ. ທີ່ມາຂ່າວຈາກ:ໜ່ວຍກູ້ໄພນະຄອນຫຼວງ1624

ລະບຽບການປ່ອນບັດເລືອກຕັ້ງ ວັນເລືອກຕັ້ງ ສສຊ-ສສຂ ນວ ຊຸດທີ X ແມ່ນປ່ອນບັດວັນອາທິດວັນທີ 22/02/2026

ຢູ່ໃນໝວດທີ 6, ມາດຕາ 35 ຂອງກົດໝາຍ ວ່າດ້ວຍການເລືອກຕັ້ງສະ ມາຊິກສະພາແຫ່ງຊາດ ແລະ ສະພາປະ ຊາຊົນຂັ້ນແຂວງ(ສະບັບປັບປຸງ) ໄດ້ລະບຸໄວ້ວ່າ: ລະບຽບການປ່ອນບັດເລືອກຕັ້ງ ມີດັ່ງນີ້: 1)ສະຖານທີ່ປ່ອນບັດເລືອກຕັ້ງໃຫ້ຈັດໃສ່ບ່ອນທີ່ເຫັນວ່າເໝາະສົມ, ສະດວກດີ ແລະ ມີຄວາມປອດໄພ ເຊັ່ນ: ໂຮງ ຮຽນ,ສະໂມສອນ,ວັດ ຫຼື ສະຖານທີ່ອື່ນ ໂດຍຈັດເປັນຫ້ອງ ສະເພາະ ເພື່ອໃຫ້ຜູ້ປ່ອນບັດ...

ເລຂາທິການໃຫຍ່ ພັກ ປປ ລາວ ຕ້ອນຮັບ ຜູ້ຕາງໜ້າພິເສດ ເລຂາທິການໃຫຍ່ ພັກກອມມູນິດຈີນ

ຂປລ. ໃນວັນທີ 13 ມັງກອນ 2026 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍ ຫລິວ ຮາຍຊິງ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ໃນຖານະຜູ້ຕາງໜ້າພິເສດຂອງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ພັກກອມມູນິດຈີນ...

ແຂວງຈໍາປາສັກ ໄດ້ຮັບຜູ້ຖືກຫາຈາກພ້ອມເຄື່ອງຂອງກາງເພື່ອມາລົງໂທດຕາມລະບຽບກົດໝາຍ

ອີງຕາມການລາຍງານຂອງເຈົ້າໜ້າທີ່ ພະແນກຕຳຫຼວດສະກັດກັ້ນແລະຕ້ານຢາເສບຕິດແຂວງຈໍາປາສັກໃຫ້ຮູ້ວ່າ:ໃນຄັ້ງໃນຄັ້ງວັນທີ 04 ມັງກອນ 2026 ເວລາ 23 ໂມງ 38 ນາທີ ເຈົ້າໜ້າທີ່ພະແນກຕຳຫຼວດສະກັດ ກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ໄດ້ຮັບຜູ້ຖືກຫາຈາກ ກອງພັນປ້ອງກັນເຄື່ອນທີ ຈຳນວນ 01 ລາຍ 01 ຄົນຍິງ 01...

ເມືອງຄູນ ຈູດທໍາລາຍສິນຄ້າ ໝົດອາຍຸ ສິນຄ້າເຊື່ອມຄຸນ ສິນຄ້ານອກລະບົບ ແລະ ສິນຄ້າບໍ່ມີສະແຕມ

ວັນທີ 9 ມັງກອນ 2026 ຫ້ອງການອຸດສະຫະກໍາ ແລະ ການຄ້າເມືອງຄູນ ແຂວງຊຽງຂວາງໄດ້ທໍາລາຍສິນຄ້າໝົດອາຍຸ, ສິນຄ້າໝົດອາຍຸ,ສິນຄ້າເສື່ອມຄຸນນະພາບ ແລະ ສິນຄ້ານໍາເຂົ້າບໍ່ຖືກຕ້ອງຢູ່ທີ່ສະໜາມຂີ້ເຫຍື້ອ ພາຍໃຕ້ການເປັນປະທານຂອງ ທ່ານ ສີດາວັນ ຄໍາສີວໍລະວົງ ຫົວໜ້າຫ້ອງການອຸດສະຫະກໍາ ແລະ ການຄ້າເມືອງຄູນ, ມີຂະແໜງການທີ່ກ່ຽວຂ້ອງຂັ້ນເມືອງ ເຂົ້າຮ່ວມ. ທ່ານ ສຸວິເລ່ ພິລົງວົງ ຫົວໜ້າໜ່ວຍງານການຄ້າ ຫ້ອງການອຸດສະຫະກໍາ...

ໄລຍະ 5 ປີ ຜ່ານມາ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ໄດ້ສຸມກຳລັງລົງກໍ່ສ້າງຮາກຖານປະຕິບັດແຜນການກໍ່ສ້າງເຂດແນວຫລັງຍຸດທະສາດ

ຂປລ. ໄລຍະ 5 ປີ ຜ່ານມາ, ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ໄດ້ສຸມກຳລັງລົງກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ ຢູ່ເຂດຫ່າງໄກສອກຫລີກ, ເຂດຊາຍແດນ ແລະ ເຂດຈຸດສຸມທີ່ຫລໍ່ແຫລມ, ຈັດຕັ້ງປະຕິບັດແຜນການກໍ່ສ້າງເຂດແນວຫລັງຍຸດທະສາດ ຕິດພັນກັບການພັດທະນາກຸ່ມບ້ານລຽບຕາມຊາຍແດນ ທາງທິດແນວຫລັງຍຸດທະສາດຢ່າງມີຈຸດສຸມ ແລະ ບັນລຸໄດ້ຕາມຄາດໝາຍທີ່ວາງໄວ້. ພ້ອມທັງ, ສຸມໃສ່ຈັດຕັ້ງປະຕິບັດໂຄງການກໍ່ສ້າງ ທ່າສະໜາມປ້ອງກັນຊາດຈໍານວນໜຶ່ງ, ສົມທົບກັບບັນດາຂະແໜງການຂັ້ນສູນກາງ,...

ຂ່າວລ່າສຸດ